ຄາດຄະເນຄວາມຕ້ອງການນ້ຳມັນໂລກຈະຫລຸດລົງນັບແຕ່ປີ 2025


ສຳນັກງານພະລັງງານສາກົນ ຫລື IEA ຄາດວ່າ: ຄວາມຕ້ອງການນ້ຳມັນໂລກຈະເລີ່ມຢຸດການເຕີບໃຫຍ່ນັບແຕ່ປີ 2025 ເນື່ອງຈາກມີການປັບປຸງເລື່ອງການປະຢັດນ້ຳມັນ ແລະ ມີການໃຊ້ພາຫະນະໄຟຟ້າເພີ່ມຂຶ້ນ.
IEA ເຊິ່ງມີສຳນັກງານໃຫຍ່ຢູ່ນະຄອນຫລວງປາຣີສ ຂອງຝຣັ່ງ ອອກລາຍງານປະຈຳປີເລື່ອງທ່າອ່ຽງພະລັງງານໂລກຈົນເຖິງປີ 2040 ວ່າ: ຄວາມຕ້ອງການໃຊ້ພະລັງງານຈະເຕີບໃຫຍ່ຢ່າງຕໍ່ເນື່ອງ ໂດຍຄາດວ່າຈາກວັນລະ 97 ລ້ານບາເຣລໃນປີກ່ອນ ຈະເພີ່ມຂຶ້ນອີກວັນລະ 1 ລ້ານບາເຣລຕໍ່ປີໄປຈົນເຖິງປີ 2025 ຈາກນັ້ນຈະເພີ່ມຂຶ້ນອີກວັນລະ 1 ແສນບາເຣລຕໍ່ປີລະຫວ່າງປີ 2030-2039 ກ່ອນໄປຢູ່ວັນລະ 106 ລ້ານບາເຣລໃນປີ 2040 ເພາະຍັງມີຄວາມຕ້ອງການໃຊ້ນ້ຳມັນຈາກລົດບັນທຸກ, ກ່ຳປັ່ນຂົນສົ່ງ, ເຮືອບິນ ແລະ ຂະແໜງປິໂຕຣເຄມີ.
ລາຍງານຄາດວ່າ: ຄວາມຕ້ອງການໃຊ້ພະລັງງານຕົ້ນຕໍຈະເພີ່ມຂຶ້ນ 25% ພາຍໃນປີ 2040, ສ່ວນຄວາມຕ້ອງການໃຊ້ພະລັງງານໝູນວຽນຈະເພີ່ມຂຶ້ນ 50% ແລະ ຄວາມຕ້ອງການໃຊ້ແກັສຈະເພີ່ມຂຶ້ນ 35%. IEA ຄາດວ່າ: ຈະມີພາຫະນະໄຟຟ້າແລ່ນຕາມຖະໜົນທົ່ວໂລກປະມານ 330 ລ້ານຄັນ ພາຍໃນປີ 2040 ຫລຸດການໃຊ້ນ້ຳມັນລົງວັນລະ 4 ລ້ານບາເຣລ, ສ່ວນການຜະລິດນ້ຳມັນຈະເພີ່ມຂຶ້ນຫລາຍທີ່ສຸດໃນອາເມລິກາ ຜູ້ຜະລິດນ້ຳມັນລາຍໃຫຍ່ທີ່ສຸດໃນໂລກ ໂດຍຄາດວ່າຈະເພີ່ມຂຶ້ນຈາກວັນລະ 6 ລ້ານບາເຣລໃນປີກ່ອນເປັນວັນລະ 11 ລ້ານບາເຣລໃນປີ 2035 ແລະ ອາດເພີ່ມຂຶ້ນຫລາຍໃນອີຣັກ ແລະ ເບຣຊິນ ສວນທາງກັບການຜະລິດຂອງກຸ່ມປະເທດຜູ້ສົ່ງອອກນ້ຳມັນ ຫລື ໂອເປັກ ແລະ ຣັດເຊຍທີ່ຈະຫລຸດລົງເຫລືອ 47% ໃນຄຣິສທົດສະວັດໜ້າ. ຂະນະທີ່ ລາຄານ້ຳມັນອາດຈະເກືອບຢູ່ບາເຣລລະ 90 ໂດລາສະຫະລັດ ໃນປີ 2030 ແລະ 103 ໂດລາສະຫະລັດ ໃນປີ 2040.