ລາວປັບປຸງລາຄາຫົວໜ່ວຍກໍ່ສ້າງໃຫ້ເໝາະສົມ.
ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ຮູ້ວ່າ: ປັດຈຸບັນ, ຂະແໜງການຂອງຕົນພວມເລັ່ງປັບປຸງການກໍານົດລາຄາຫົວໜ່ວຍກໍ່ສ້າງປະເພດຕ່າງໆ ລວມເຖິງລາຄາວັດສະດຸກໍ່ສ້າງໃນແຕ່ລະເຂດ ແລະ ແຕ່ລະຈຸດສຸມ, ພາຍຫລັງເຫັນວ່າໃນຜ່ານມາມີຫລາຍໂຄງການກໍ່ສ້າງພື້ນຖານໂຄງລ່າງຕ່າງໆມີລາຄາສູງ ແລະ ຄຸນນະພາບຕໍ່າ, ດັ່ງນັ້ນຈຶ່ງມີຄວາມຈໍາເປັນຕ້ອງໄດ້ປັບປຸງເພື່ອໃຫ້ສອດຄ່ອງເໝາະສົມກັບສະພາບຕົວຈິງຂອງເສດຖະກິດປະເທດ ກໍຄືນະໂຍບາຍປະຢັດ ແລະ ຕ້ານການຟູມເຟືອຍຂອງລັດຖະບານວາງອອກໃຫ້ມີປະສິດທິຜົນ.
ລັດຖະມົນຕີກະຊວງດັ່ງກ່າວ ໃຫ້ຮູ້ວ່າ: ປັດຈຸບັນ, ແມ່ນສໍາເລັດການປັບປຸງລາຄາຫົວໜ່ວຍການກໍ່ສ້າງຂົວທາງ ແລະ ໄດ້ຮັບການເຫັນດີອະນຸມັດຈາກລັດຖະບານໃຫ້ນໍາໃຊ້ແລ້ວ, ໂດຍກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ອອກຂໍ້ຕົກລົງໃຫ້ຈັດຕັ້ງຜັນຂະຫຍາຍໃນຂອບເຂດທົ່ວປະເທດ. ປັດຈຸບັນ, ກໍາລັງສະເໜີຜ່ານລັດຖະບານພິຈາລະນາລາຄາຫົວໜ່ວຍກໍ່ສ້າງເຄຫາສະຖານ, ສ່ວນຄາລາຫົວໜ່ວຍທາງນໍ້າສະບັບສ້າງໃໝ່ (ຕ້ານຕະຝັ່ງເຈື່ອນ) ແມ່ນສໍາເລັດການຄິດໄລ່ ແລະ ມາດຕະຖານເຕັກນິກແລ້ວ, ຊຶ່ງຄາດວ່າຈະປະກາດໃຊ້ໃນປີ 2020 ແລະ ລາຄາຫົວໜ່ວຍນໍ້າປະປາສະບັບສ້າງໃໝ່ ຍັງກໍາລັງດໍາເນີນການເກັບກໍາຂໍ້ມູນເພື່ອກໍານົດດ້ານມາດຕະຖານເຕັກນິກອອກແບບ ແລະ ຂໍ້ມູນເພື່ອກໍານົດໂຄງສ້າງລາຄາຫົວໜ່ວຍ, ຊຶ່ງຈະໃຫ້ສໍາເລັດໃນປີ 2020 ເຊັ່ນກັນ, ພ້ອມນີ້ ຍັງໄດ້ກໍານົດການຄິດໄລ່ລາຄາຫົວໜ່ວຍອອກເປັນເຂດຄື: ເຂດພາກເໜືອແມ່ນເອົາແຂວງຫົວພັນ, ພາກກາງແມ່ນນະຄອນຫລວງວຽງຈັນ ແລະ ພາກໃຕ້ແມ່ນແຂວງເຊກອງ ເປັນຕົວຢ່າງຄິດໄລ່ຄາລາວັດສະດຸຕາມທ້ອງຕະຫລາດຢູ່ແຕ່ລະພາກ.
ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວວ່າ: ຜ່ານມາ, ການຄິດໄລ່ລາຄາຫົວໜ່ວຍກໍ່ສ້າງຢູ່ປະເທດເຮົາແມ່ນອິງໃສ່ໂຄງປະກອບຫລາຍອັນ ເຊັ່ນ: ພາຫະນະກົນຈັກ, ວັດສະດຸກໍ່ສ້າງ, ອັດຕາແລກປ່ຽນ, ອັດຕາເງິນເຟີ້, ຄ່າແຮງງານ ແລະ ປັດໃຈອື່ນໆອີກ.