ສສຊ ຮັບຮອງເອົາບົດລາຍງານຜົນການຕິດຕາມກວດກາ ໂຄງການເຊົ່າ ແລະ ສຳປະທານທີ່ດິນ

ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 19 ພະຈິກນີ້, ທ່ານ ບຸນປອນ ສີສຸລາດ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດ ລ້ອມ ໄດ້ຂຶ້ນລາຍງານກ່ຽວກັບຜົນການຕິດຕາມກວດກາ ການຈັດຕັ້ງປະຕິບັດນິຕິກຳ ທີ່ພົວພັນກັບການເຊົ່າ ແລະ ສຳປະທານທີດິນ ຫລັງຈາກນັ້ນ ບັນດາສະມາຊິກສະພາແຫ່ງຊາດ ກໍໄດ້ສຸມໃສ່ປະກອບຄຳເຫັນ ແລະ ເຫັນດີເປັນເອກະພາບຮັບຮອງເອົາບົດລາຍງານດັ່ງກ່າວ.
ທ່ານ ບຸນປອນ ສີສຸລາດ ລາຍງານໃຫ້ຮູ້ວ່າ: ການຄຸ້ມຄອງ ແລະ ນຳໃຊ້ທີ່ດິນ ໃນໄລຍະຜ່ານມາ ລັດຖະບານ ກໍໄດ້ເອົາໃຈໃສ່ ແລະ ປັບປຸງບັນດາກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຫລາຍສະບັບ ທີ່ຕິດພັນກັບການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະການເຊົ່າ ແລະ ສຳປະທານທີ່ດິນ, ຊຶ່ງໄດ້ຄົ້ນຄວ້າ, ປັບປຸງກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍການໄຟຟ້າ, ກົດໝາຍວ່າດ້ວຍກະສິກຳ ແລະ ປ່າໄມ້, ໄປຄຽງຄູກັນນີ້ ລັດຖະບານ ຍັງໄດ້ອອກນິຕິກຳໃຕ້ກົດໝາຍເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ.
ອັນພົ້ນເດັ່ນ ລັດຖະບານໄດ້ສຳເລັດ ການສ້າງແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ໄປຄຽງຄູກັບການປັບປຸງບັນດາກົດໝາຍທີ່ກ່ຽວຂ້ອງ, ປັບປຸງລະບົບການຈັດຕັ້ງຄຸ້ມຄອງທີ່ດິນ ລວມທັງການແບ່ງປັນຄຸ້ມຄອງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໂດຍການກຳນົດສິດ, ຂອບເຂດ ແລະ ໜ້າທີ່ ໃນການຄຸ້ມຄອງທີດິນແຕ່ລະຂັ້ນ ໃຫ້ຈະແຈ້ງແທດເໝາະກັບສະພາບ ເສດຖະກິດໃນແຕ່ລະໄລຍະ ເຊິ່ງເປັນເຄື່ອງມືໃຫ້ແກ່ສູນກາງ ແລະ ທ້ອງຖິ່ນ ນຳໃຊ້ເຂົ້າໃນການຄຸ້ມຄອງສິດ-ຄຸ້ມຄອງສັງຄົມ. ໃນໄລຍະຜ່ານມາ ຈົນເຖິງປັດຈຸບັນ ລັດຖະບານໄດ້ອະນຸຍາດ ໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ສຳປະທານທີ່ດິນຂອງລັດ ຈຳນວນ 1.758 ໂຄງການ ກວມເນື້ອທີ່ 11.754.417 ເຮັກຕາ (ແຕ່ເນື້ອທີ່ນຳໃຊ້ຕົວຈິງແມ່ນ 549.248 ເຮັກຕາ) ໃນນັ້ນເປັນໂຄງການເຊົ່າທີ່ດິນ 173 ໂຄງການ, ສຳປະທານທີ່ດິນ 1.569 ໂຄງການ ແລະ ສັນຍາຜະລິດແບບມີສ່ວນຮ່ວມກັບປະຊາຊົນ 16 ໂຄງການ ໃນນັ້ນສູນກາງອະນຸມັດ 427 ໂຄງການ, ແຂວງອະນຸມັດ 956 ໂຄງການ, ເມືອງອະນຸມັດ 185 ໂຄງການ, ບ້ານອະນຸມັດ 2 ໂຄງການ ເຊິ່ງກວມເອົາ 4 ຂະແໜງການ ຄື: ຂະແໜງກະສິກຳມີ 449 ໂຄງການ, ຂະແໜງປ່າໄມ້ 328 ໂຄງການ, ຂະແໜງບໍ່ແຮ່ ອະນຸຍາດໃຫ້ຂຸດຄົ້ນບໍ່ແຮ່ 622 ໂຄງການ ແລະ ອະນຸຍາດໃຫ້ຊອກຄົ້ນສຳຫລວດແຮ່ທາດ 237 ໂຄງການ ແລະ ຂະແໜງໄຟຟ້າ 122 ໂຄງການ.
ແຕ່ຍັງມີບາງບັນຫາ ທີ່ ສສຊ ສະເໜີໃຫ້ລັດຖະບານ ສືບຕໍ່ປັບປຸງແກ້ໄຂເປັນຕົ້ນໃຫ້ລັດຖະບານ ຄົ້ນຄວ້າປັບປຸງລະບຽບການທີ່ພົວ ພັນເຖິງການໃຫ້ເຊົ່າ ແລະ ສຳປະທານທີ່ດິນຂອງລັດ ໃຫ້ຮັດກຸມກວ່າເກົ່າ, ການອະນຸຍາດໃຫ້ເຊົ່າ ແລະ ສຳປະທານທີ່ດິນຂອງລັດ ຕ້ອງໃຫ້ສອດຄອງກັບແຜນແມ່ບົດ ຈັດສັນນຳໃຊ້ທີ່ດິນ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ທ້ອງຖິ່ນໃນແຕ່ລະໄລຍະ, ດຳເນີນການຕິດຕາມກວດກາ ແລະ ປະເມີນຜົນການນຳໃຊ້ທີ່ດິນໃນບັນດາໂຄງການລົງທຶນຕ່າງໆ ໃນຂອບເຂດທົ່ວປະເທດ ເພື່ອມີມາດຕະການແກ້ໄຂຢ່າງເດັດຂາດ ຕໍ່ຜູ້ລະເມີດສັນຍາ, ກົດໝາຍ, ລະບຽບການ ແລະ ບໍ່ປະຕິບັດຕາມສັນຍາຢ່າງຮັດກຸມ.