ຜູ້ປະກອບການສະເໜີລັດມີມາດຕະການເດັດຂາດຕໍ່ຜູ້ດໍາເນີນທຸລະກິດຄ້າຂາຍບໍ່ຖືກກົດໝາຍ.
ໃນກອງປະຊຸມທຸລະກິດລາວຄັ້ງທີ 12 ເມື່ອບໍ່ດົນມານີ້, ຜູ້ປະກອບການທຸລະກິດນໍາເຂົ້າສີນຄ້າໄດ້ສະເໜີໃຫ້ພາກລັດມີມາດຕະການເດັດຂາດຕໍ່ຜູ້ດໍາເນີນທຸລະກິດຄ້າຂາຍທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ, ເຊິ່ງເຫັນວ່າການກະທໍາດັ່ງກ່າວ ເຮັດໃຫ້ເກີດມີການແກ່ງແຍ້ງແຂ່ງຂັນແບບບໍ່ເປັນທໍາຕໍ່ຜູ້ປະກອບການທີ່ເຄື່ອນໄຫວຖືກຕ້ອງ ແລະ ສ້າງຜົນກະທົບຕໍ່ເສດຖະກິດຂອງຊາດ.
ຜູ້ປະກອບການຍົກໃຫ້ເຫັນວ່າ: ປັດຈຸບັນ, ຍັງມີຜູ້ດໍາເນີນທຸລະກິດຄ້າຂາຍ ແລະ ບໍລິການ ທີ່ບໍ່ຖືກຕ້ອງ, ບໍ່ມີທະບຽນ ຫລື ບໍ່ເສຍພັນທະຕ່າງໆໃຫ້ລັດເກີດຂຶ້ນຫລວງຫລາຍ, ຂະນະດຽວກັນມີຊາວຕ່າງປະເທດຈໍານວນບໍ່ໜ້ອຍມາປະ
ກອບອາຊີບຂາຍສີນຄ້ານໍາເຂົ້າໂດຍບໍ່ຕິດສະຫລາກເປັນພາສາລາວ, ບາງສີນຄ້າທີ່ເປັນຜົນກະທົບຕໍ່ສຸຂະພາບ ເຊັ່ນຢາສູບ ກໍບໍ່ຕິດຄໍາເຕືອນໃສ່ການຫຸ້ມຫໍຕາມກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງສາທາລະນະສຸກກໍານົດ. ນອກນີ້ ຍັງມີສິນຄ້າປອມແປງເປັນຈໍານວນຫລວງຫລາຍວາງຂາຍຢ່າງເປີດແປນຊະຊາຍຕາມທ້ອງຕະຫລາດ, ສູນການຄ້າ ແລະ ຜ່ານສື່ສັງຄົມອອນລາຍ ແລະ ເຖິງວ່າໃນຜ່ານມາ, ຂະແໜງການກ່ຽວຂ້ອງໄດ້ເອົາໃຈໃສ່ກວດກາ ແລະ ຢຶດສີນຄ້າທີ່ລັກລອບປອມແປງ ຫລື ນໍາເຂົ້າຜິດກົດໝາຍມາທໍາລາຍຖີ້ມເປັນຈໍານວນຫລາຍກໍຕາມ, ແຕ່ມັນເປັນພຽງການແກ້ໄຂປາຍເຫດເທົ່ານັ້ນ, ສະນັ້ນບັນຫາດັ່ງກ່າວຂໍໃຫ້ພາກ
ລັດກ່ຽວຂ້ອງກວດກາຄືນກ່ຽວກັບຂອດການອະນຸຍາດດໍາເນີນທຸລະກິດ ນັບທັງຂອງຜູ້ປະກອບການຄົນລາວ ແລະ ຕ່າງປະເທດ, ຖ້າພົບເຫັນຜູ້ລະເມີດກໍຕ້ອງມີມາດຕະການດ້ານກົດໝາຍຢ່າງເຂັ້ມງວດ ເພື່ອສ້າງຄວາມເຊື້ອໝັ້ນທາງການຄ້າຢູ່ປະເທດເຮົາ.