ໂລກຂອງພວກເຮົາ ຈະມີລັດໃໝ່ເກີດຂຶ້ນ

- 243 - ໂລກຂອງພວກເຮົາ ຈະມີລັດໃໝ່ເກີດຂຶ້ນ
- kitchen vibe - ໂລກຂອງພວກເຮົາ ຈະມີລັດໃໝ່ເກີດຂຶ້ນ

ໂດຍ: ລູກເມືອງພວນ

ວັນເສົາ, ວັນທີ 23 ພະຈິກນີ້, ປະຊາກອນຈຳນວນ 207.000 ຄົນ ໃນໝູ່ເກາະ Bougainville ປະເທດ ປາປົວນິວກີນີ(Papua New Guinea) ຈະພ້ອມກັນລົງຄະແນນສຽງເພື່ອໃຫ້ Bougainville ເປັນລັດເອກະລາດ ຫຼື ມີສິດປົກຄອງຕົນເອງຫຼາຍຂຶ້ນ( BBC ໃຫ້ຂ່າວ).

- Visit Laos Visit SALANA BOUTIQUE HOTEL - ໂລກຂອງພວກເຮົາ ຈະມີລັດໃໝ່ເກີດຂຶ້ນ

ບັນດານັກສັງເກດການ ໃຫ້ຮູ້ວ່າ: ມີປະມານ ¾ ຈຳນວນພົນລະເມືອງ ໃນ Bougainville ຈະເລືອກເສັ້ນທາງເປັນເອກະລາດຂອງຕົນເອງ ແຕ່ການທາບທາມຫາງສຽງຂອງປະຊາຊົນຄັ້ງນີ້ ຈະເປັນພຽງແຕ່ບາດກ້າວທຳອິດເທົ່ານັ້ນ.

Bougainville ໄດ້ຜ່ານພົ້ນໄລຍະເປັນຫົວເມືອງຂຶ້ນ ແລະ ໄດ້ມີຄວາມພະຍາຍາມຍາດເອົາເອກະລາດມາໃຫ້ຕົນເອງຕະຫຼອດ 9 ປີທີ່ຜ່ານມາ, ຊຶ່ງຂະບວນສັນຕິພາບກໍຄ່ອຍໆປະກົດຕົວຂຶ້ນ.

ໝູ່ເກາະດັ່ງກ່າວຖືກຕັ້ງຊື່ຂຶ້ນຕາມຊື່ເອີ້ນຂອງນັກສຳຫຼວດວິທະຍາຊາວ ຝຣັ່ງ ໃນສະຕະວັດທີ 18 ແລະ ໄດ້ກາຍເປັນຫົວເມືອງຂຶ້ນຂອງ ເຢຍລະມັນ ໃນທ້າຍສະຕະວັດທີ 19.

ໃນສົງຄາມໂລກຄັ້ງທີໜຶ່ງ, Bougainville ຖືກອົສຕາລີ ປົກຄອງຈົນເຖິງປີ 1975( ໃນສົງຄາມໂລກຄັ້ງທີສອງ ກໍຖືກ ຍີ່ປຸ່ນຄອບຄອງຊົ່ວໄລຍະໜຶ່ງ)

ໃນໄລຍະເປັນຫົວເມືອງຂຶ້ນນັ້ນ, ມີປະຊາກອນປະມານ 300.000 ຄົນ ແລະ ໃນໄລຍະນັ້ນໝູ່ເກາະດັ່ງກ່າວພຽງແຕ່ເປັນປົດ ເປັນຄ້າຍເທົ່ານັ້ນ. ສູນກາງການປົກຄອງຂອງ ເຢຍລະມັນ ຖືກສ້າງຕັ້ງຂຶ້ນໃນປີ 1905, ໝາຍຄວາມວ່າ ພາຍຫຼັງ ເຢຍລະມັນປົກຄອງໝູ່ເກາະດັ່ງກ່າວໄດ້ 21 ປີ.

ປີ 1975 ໃນເວລາທີ່ ປາປົວນິວກີນີ ໄດ້ຮັບຄວາມເປັນເອກະລາດນັ້ນ, Bougainville ໄດ້ກາຍເປັນແຂວງໜຶ່ງຂອງ ປາປົວນິວກີນີ . ປີ 1988 ໄດ້ເກີດສົງຄາມແຍກດິນແດນກັບ ປາປົວນິວກີນີ. ສົງຄາມກາງເມືອງຕະຫຼອດ 9 ປີ ໄດ້ເຮັດໃຫ້ມີຄົນເສຍຊີວິດແຕ່ 4.000 – 20.000 ຄົນ.

ປີ 1997 ສົງຄາມຢຸດຕິລົງ ໂດຍການຊ່ວຍເຫຼືອຂອງນັກເຄື່ອນໄຫວປະນິປະນອມຂອງສາກົນ. ໃນທີ່ສຸດກໍມີສົນຖິສັນຍາສັນຕິພາບ Bougainville ເກີດຂຶ້ນມາໃນປີ 2000. ໃນສົນຖິສັນຍາລະບຸໄວ້ວ່າ ປີ 2020 ຈະເປັນປີທາບທາມຄຳເຫັນຂອງປະຊາຊົນກ່ຽວກັບໃຫ້ເປັນລັດເອກະລາດ.

ທ້າຍເດືອນພະຈິກ 2019 ນີ້, ປະຊາຊົນ Bougainville ຈະລົງຄະແນນສຽງເພື່ອເລືອກເອົາໜຶ່ງໃນສອງເສັ້ນທາງຂອງຕົນ: 1. ເລືອກເສັ້ນທາງປົກຄອງຕົນເອງໃຫ້ຫຼາຍຂຶ້ນ ແຕ່ຍັງຂຶ້ນກັບ ປາປົວນິວກີນີ ຄືເກົ່າ. 2. ເລືອກເສັ້ນທາງເປັນລັດເອກະລາດໜຶ່ງ ແຕ່ ປາປົວນິວກີນິ ຈະບໍ່ຮັບຮູ້.

ການປ່ອນບັດຈະຈັດຂຶ້ນແຕ່ວັນທີ 23/11 – 7/12 2019 ແລະ ຜົນການປ່ອນບັດຈະປະກາດໃນທ້ານເດືອນ 12. ຈະມາເຖິງນີ້./.

- 243 - ໂລກຂອງພວກເຮົາ ຈະມີລັດໃໝ່ເກີດຂຶ້ນ

- 5 - ໂລກຂອງພວກເຮົາ ຈະມີລັດໃໝ່ເກີດຂຶ້ນ
- 4 - ໂລກຂອງພວກເຮົາ ຈະມີລັດໃໝ່ເກີດຂຶ້ນ
- 3 - ໂລກຂອງພວກເຮົາ ຈະມີລັດໃໝ່ເກີດຂຶ້ນ