ທະນາຄານຮ່ວມພັດທະນາ ມອບລົດ ໂຕໂຍຕາ ວີອອສ ໃຫ້ລູກຄ້າໂຊກດີ


ໃນວັນທີ 22 ພະຈິກນີ້, ທີ່ສໍານັກງານໃຫຍ່ ທະນາຄານຮ່ວມພັດທະນາ ນະຄອນຫຼວວຽງຈັນໄດ້ຈັດພິທີ ມອບລົດເກງ ໂຕໂຍຕາ ວີອອສ (TOYOTA VIOS) ໃຫ້ລູກຄ້າ ຜູ້ໂຊກດີ ທີ່ໃຊ້ບໍລິການຜະລິດຕະພັນຂອງທະນາຄານຮ່ວມພັດທະນາ ໃນໂຄງການໂປໂມຊັນ ຍິ້ມຮັບສາມລະດູ ຊຶ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ, ພ້ອມດ້ວຍ ຜູ້ບໍລິຫານລະດັບສູງ ແລະ ພະນັກງານທະນາຄານເຂົ້າຮ່ວມຢ່າງພ້ອມ ພຽງ ແລະ ຜູ້ໂຊກດີ ທີ່ໄດ້ຮັບລາງວັນດັ່ງກ່າວແມ່ນ ທ່ານ ນາງ ຄໍາແສງ ວິລະພັນ, ຢູ່ບ້ານ ໜອງທາເໜືອ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ໂທລະສັບ 020 99577781.
ຜູ້ບໍລິຫານທະນາຄານດັ່ງກ່າວໃຫ້ຮູ້ວ່າ: ໂຄງການໂປໂມຊັນ ຍິ້ມຮັບສາມລະດູ ຈັດຂຶ້ນເພື່ອສົ່ງເສີມ ການນໍາໃຊ້ ທຸກຜະລິດຕະພັນ ຂອງທະນາຄານຮ່ວມຮ່ວມພັດທະນາ ໃຫ້ຫຼາຍຂຶ້ນ ແລະ ທັງເປັນການຄືນກຳໄລໃຫ້ລູກຄ້າ ທີ່ມານໍາໃຊ້ ບໍລິການຜະລິດຕະພັນ ຂອງທະນາຄານຮ່ວມພັດທະນາ.


ປັດຈຸບັນທະນາຄານຮ່ວມພັດທະນາໄດ້ຂະຫຍາຍຕາໜ່າງການບໍລິການ ຈາກ4 ໜ່ວຍບໍລິການ ມາເປັນ 60 ໜ່ວຍບໍລິການໃນຂອບເຂດທົ່ວປະເທດ ແລະ ໄດ້ພັດທະນາລະບົບໄອທີ ໃຫ້ມີຄວາມທັນສະໄໝ ແລະ ອອກຜະລິດຕະພັນຢ່າງຫຼວງຫຼາຍເພື່ອຕອບສະໜອງຄວາມຕ້ອງການ ແລະຄວາມເພີ່ງພໍໃຈ ຂອງລູກຄ້າ ໃນການເຂົ້າເຖີງແຫຼ່ງທືນ ເງິນກູ້ ເພື່ອສ້າງເສດຖະກິດ ຄອບຄົວ ຜູ້ທີ່ມີລາຍຮັບນ້ອຍ ແລະ ສົ່ງເສີມທຸລະກິດຂະໜາດໜ້ອຍ ແລະຂະໜາດກາງ (SME), ນອກນັ້ນ ຍັງໄດ້ສະໜອງສິນເຊື່ອ ໃຫ້ແກ່ໂຄງການຂອງລັດຖະບານໄດ້ບັນລຸຜົນສໍາເລັດຫຼາຍຢ່າງ ເຊີ່ງທັງໝົດນີ້ຍ້ອນການຊີ້ນຳ-ນຳພາ ຢ່າງໄກ້ຊິດຈາກ ພັກ-ລັດຖະບານ ກໍຄືຂັ້ນເທີງ ໂດຍສະເພາະແມ່ນທະນາຄານແຫ່ງ ສປປລາວ ສາມາດຊ່ວຍໃຫ້ເປັນທະນາຄານຮ່ວມພັດທະນາໄດ້ຫັນສູ່ຄວາມທັນສະໄໝ, ນໍາໃຊ້ເຕັກໂນໂລຊີການເງິນທີ່ກ້າວໜ້າ ເຂົ້າໃນການບໍລິການໃຫ້ມີການເຕີບໃຫ່ຍຂະຫຍາຍຕົວຢ່າງຕໍ່ເນື່ອງຕາມຄໍາຂວັນຂອງທະນາຄານຮ່ວມພັດທະນາທີ່ວ່າ: “ເຕີບໃຫຍ່ໄປພ້ອມກັນ”