ເມສຊີ ວາງແຜນອຳລາ ບາເຊໂລນາ ໃນປີ 2021 ພ້ອມຫວັງໃຫ້ ເນມາ ສືບທອດ
ລິໂອເນລ ເມສຊີ ກອງ ໜ້າທີມຊາດອາເຈນຕິນາ ວາງແຜນຈະອຳລາດ ບາເຊ ໂລນາ ທີມໃນລາລີກາ ສະ ເປນ ໃນປີ 2021 ພ້ອມຫວັງ ໃຫ້ ເນມາ ເຂົ້າມາສືບທອດຕໍ່ ໄປ.
ເນມາ ເຄີຍເປັນນັກເຕະ ຂອງ ບາເຊໂລນາ ລະຫວ່າງ ປີ 2013-2017 ໂດຍເປັນ ກຳລັງຫລັກໃນແດນໜ້າຂອງ ບາເຊໂລນາ ຮ່ວມກັບ ເມສຊີ ຈາກນັ້ນກໍຍ້າຍໄປຮ່ວມກັບ ປາຣີສ ແຊງ-ແຊກແມງ ໃນ ລີກຝຣັ່ງ.
ຫລ້າສຸດ ຟຣັອງ ຟຸດ ບອລ ສື່ທີ່ມີຊື່ສຽງຂອງຝຣັ່ງ ລາຍງານວ່າ: ເມສຊີ ວາງ ແຜນຈະແຍກທາງກັບ ບາເຊ ໂລນາ ໃນປີ 2021 ໂດຍ ຫວັງໃຫ້ ເນມາ ເປັນຜູ້ສືບ ທອດຕຳແໜ່ງສຳຄັນໃນສະ ໂມສອນຂອງສະໂມສອນ ແທນຕົນເອງຕໍ່ໄປ.
ສຳລັບ ເນມາ ໄດ້ຝາກ ຜົນງານກັບ ບາເຊໂລນາ ດ້ວຍການຍິງໄປ 105 ປະຕູ ຈາກ 186 ນັດລວມທຸກລາຍ ການ ພາທີມຄວ້າແຊ້ມ ລາລີ ກາ 2 ສະໄໝ, ໂກປາ ເດລ ເຣ 3 ສະໄໝ ແລະ ຢູຟາ ແຊມ ປ້ຽນລີກ 1 ສະໄໝ. &���?7�qm�