ການກຽມດິນ ແລະ ກຽມເບ້ຍຜັກຫວານປ່າເພື່ອນຳໄປປູກ
ການກຽມດິນ.
ຄວນເລີ່ມກຽມຂຸມປູກໃນເດືອນ ເມສາ-ພຶດສະພາ ໂດຍຂຸດຂຸມຂະໜາດ 30X30X50 ຊມ ປະສົມດິນ, ຝຸ່ນຄອກ ຫລື ປຸ໋ຍອິນຊີ, ຂີ້ແກບເຜົາໃນອັດຕາສ່ວນ 1:1:1 ຄົນໃຫ້ເຂົ້າ ກັນແລ້ວເອົາລົງກົ້ນຂຸມປູກ, ປະໄວ້ປະມານ 2-3 ອາທິດກ່ອນນຳຜັກຫວານປ່າໄປປູກ. ກຽມວັດສະດຸໃຫ້ດີມີລະບົບການໃຫ້ນ້ຳ ແລະ ປູກພືດ ຫລື ຕົ້ນໄມ້ເພື່ອໃຫ້ເປັນຮົ່ມເງົາຈະ ເຮັດໃຫ້ຕົ້ນຜັກຫວານປ່າບໍ່ຕາຍ ແລະ ຈະເລີນເຕີບໂຕໄດ້ດີ.
ການກຽມເບ້ຍ:
ຫລັງຈາກກ້າແກ່ນແລ້ວ, ໃນເດືອນທຳອິດຮາກຈະປົ່ງອອກມາແລ້ວຢັ່ງລົງດິນກ່ອນ, ເມື່ອເຂົ້າເດືອນທີ 2 ຈຶ່ງເລີ່ມແຕກຍອດຂຶ້ນພົ້ນດິນ. ຫລັງຈາກເບ້ຍໄດ້ 2,5 ເດືອນ, ຕົ້ນ ຜັກຫວານປ່າ ຈະສູງປະມານ 5-10 ຊມ, ໃຫ້ຫົດນ້ຳເຊົ້າ-ແລງພໍໃຫ້ດິນຊຸ່ມບໍ່ໃຫ້ປຽກ ເກີນໄປ. ຈາກນັ້ນ, ຈຶ່ງໃສ່ປຸ໋ຍສູດ 15-15-15 ຫລື ປຸ໋ຍໂປແຕສຊຽນໄນເຕຣດ ຄວາມເຂັ້ມບໍ່ເກີນ 2% ປະມານ 1 ກຣາມ ຕໍ່ນ້ຳ 50 ລິດ ຫົດເບ້ຍໄມ້ທຸກໆ 2 ອາທິດ, ປະມານ 4-5 ເດືອນກໍສາມາດນຳໄປປູກລົງຂຸມໄດ້, ແຕ່ກ່ອນຈະຍ້າຍເບ້ຍໄມ້ໄປປູກຄວນເປີດ ຫລັງຄາໃນເຮືອນຮົ່ມກ່ອນຫລືນຳເບ້ຍໄມ້ອອກໄປຮັບແສງແດດທີ່ໃກ້ຄຽງກັບທຳມະ ຊາດເທື່ອລະໜ້ອຍ ແລະ ງົດການໃຫ້ນ້ຳກ່ອນ ຍ້າຍຕົ້ນກ້າໄປປູກປະມານ 1-3 ວັນ ຕາມເຫັນສົມຄວນເພື່ອສ້າງໃຫ້ເບ້ຍໄມ້ມີຄວາມແຂງແຮງ ແລະ ອັດຕາການລອດຕາຍສູງຂຶ້ນ.
ໄລຍະປູກ:
ຜັກຫວານປ່າ ສາມາດປູກໄດ້ຫລາຍໄລຍະຂຶ້ນຢູ່ກັບຄວາມຕ້ອງການຂອງຜູ້ປູກ, ຖ້າຈະ ປູກເພື່ອເກັບຍອດຂາຍຄວນໃຊ້ໄລຍະປູກ 1,5X1,5 ມ ຫລື 1,5X2 ມ ຈະໄດ້ 500 ຕົ້ນຕໍ່ 1 ໄລ່ ເຊິ່ງເປັນການປູກໄລຍະຖີ່ເພື່ອເພີ່ມຈຳນວນຕົ້ນ ແລະ ຜົນຜະລິດໃຫ້ໄດ້ ຫລາຍ, ຄວນມີການຕັດແຕ່ງກິ່ງບໍ່ໃຫ້ຕົ້ນສູງ ແລະ ໃຫ້ເປັນຊົງຟຸ່ມນ້ອຍເພື່ອສະດວກ ໃນການເກັບກ່ຽວໃຊ້ໄລຍະປູກ 2X3 ມ ຈະເຮັດໃຫ້ສະດວກໃນການດູແລຮັກສາ, ເຮັດໃຫ້ຕົ້ນໃຫຍ່ໄວ ແລະ ເພື່ອໄວ້ເອົາແນວພັນ ເຊິ່ງອາດຈະໃຊ້ເວລາເຖິງ 10 ປີ ຈຶ່ງສາມາດ ເກັບແກ່ນໄດ້.
ການປູກ:

ຫົວໃຈສຳຄັນຂອງການປູກຜັກຫວານປ່າໃຫ້ລອດຕາຍນັ້ນຄື: ຕ້ອງໃຫ້ຮາກຂອງຜັກຫວານປ່າຖືກຕັດຂາດອອກ. ການຖອດຖົງຢາງອອກເພື່ອນຳຕົ້ນກ້າລົງຂຸມປູກຕ້ອງ ລະວັງຢ່າໃຫ້ດິນແຕກອອກຈາກຖົງ ຫລື ເຮັດໃຫ້ຮາກຂາດ ເພາະຈະເຮັດໃຫ້ເບ້ຍໄມ້ຢຸດ ການຈະເລີນເຕີບໂຕເປັນເວລານານ ຫລື ອີກວິທີໜຶ່ງໃຊ້ມິດລ່າມປາດກົ້ນຖົງອອກແລ້ວ ພັບໄວ້ ເພື່ອບໍ່ໃຫ້ດິນແຕກອອກ, ວິທີນີ້ຕ້ອງລະວັງບໍ່ໃຫ້ປາດຖືກຮາກ ຫລື ປາດຮາກອອກ.
ການປູກຄວນໃຫ້ເບ້ຍໄມ້ສູງກວ່າປາກຂຸມປະມານ 5 ຊມ ແລ້ວພູນດິນຂຶ້ນປົກຮອບໂຄນ ຕົ້ນເພື່ອປ້ອງກັນບໍ່ໃຫ້ນ້ຳຂັງຂຸມປູກ. ພ້ອມກັນນັ້ນ, ກໍໃຫ້ປູກຖົ່ວຂຽວ, ໝາກເຂືອ ແລະ ໝາກເຜັກລົງຂ້າງຂຸມໃຫ້ຫ່າງຈາກເບ້ຍໄມ້ປະມານ 15-20 ຊມ ເພື່ອໃຫ້ເປັນຮົ່ມເງົາ ໃນໄລຍະ 2 ປີທຳອິດ ຫລື ອີກວິທີໜຶ່ງຈະໃຊ້ໄມ້ໄຜ່ມາປັກ 4 ດ້ານໃຫ້ສູງ 50 ຊມ. ຈາກນັ້ນ, ກໍລ້ອມດ້ວຍຕາໜ່າງສີດຳ ຫລື ສີຂຽວອ້ອມຂຸມທີ່ປູກ, ຖ້າຕອນບ່າຍມີແສງແດດຜ່ານໂດຍຕົງກໍໃຫ້ໃຊ້ຕາໜ່າງປົກທາງເທິງເພາະຊ່ວຍປ້ອງກັນແສງແດດໄດ້ 50-60% ໝາຍ ຄວາມວ່າແສງແດດລອດໄດ້ 40-50% ແຕ່ຖ້າຫາກມີຕົ້ນໄມ້ບັງເງົາແລ້ວບໍ່ຈຳເປັນໃຊ້ ຕາໜ່າງປົກທາງເທິງກໍໄດ້.
ໃນສວນຜັກຫວານປ່າຕ້ອງປູກຕົ້ນໄມ້ທີ່ບໍ່ມີໃບດົກໜາ ແລະ ໃບບໍ່ຫລົ່ນໃນຊ່ວງລະດູແລ້ງ ໃສ່ຂ້າງຂຸມທາງທິດຕາເວັນຕົກ ເພື່ອເປັນຮົ່ມເງົາເຊັ່ນ: ຕົ້ນໝາກຂາມແພບ, ຕົ້ນຂົມກະເດົາ, ຕົ້ນແຄ, ຕົ້ນໝາກຂຽບ, ຕົ້ນຜັກອີຮຸມ ແລະ ຕົ້ນໝາກລິ້ນໄມ້./.


ທ່ານ ສາມາດຕິດຕາມ ບົດກະສິກຳ ນີ້ໄດ້ ໃນວັນຈັນ, ພຸດ, ສຸກ