ງານວາງສະແດງ ສິນຄ້າກະສິກໍາອິນ​ຊີລາວ ໄດ້ຮັບຄວາມສົນໃຈຈາກມວນຊົນເປັນຢ່າງດີ

- 333 1 - ງານວາງສະແດງ ສິນຄ້າກະສິກໍາອິນ​ຊີລາວ ໄດ້ຮັບຄວາມສົນໃຈຈາກມວນຊົນເປັນຢ່າງດີ
- kitchen vibe - ງານວາງສະແດງ ສິນຄ້າກະສິກໍາອິນ​ຊີລາວ ໄດ້ຮັບຄວາມສົນໃຈຈາກມວນຊົນເປັນຢ່າງດີ

                ໃນວັນທີ 28-29 ພະຈິກນີ້, ກົມປູກຝັງ ກະຊວງກະສິກໍາ-ປ່າໄມ່ ຮ່ວມກັບ ກະຊວງອຸດສາຫະກໍາ-ການຄ້າ ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ, ໄດ້ຈັດງານວາງສະແດງສິນຄ້າກະສິກໍາອິນຊີລາວ ຂຶ້ນຢູ່ສວນເຈົ້າຟ້າງຸ່ມ ນະຄອນຫຼວງວຽງຈັນ, ຊຶ່ງມີມວນຊົນເຂົ້າຮ່ວມເປັນຈໍານວນຫຼາຍ, ເພື່ອໂຄສະນາຜົນສໍາເລັດ ຂອງການພັດທະນາກະສິກໍາອິນ​ຊີໃນໄລຍະຜ່ານມາ, ທັງເປັນການສົ່ງເສີມການຜະລິດກະສິກຳອິນ​ຊີ ຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ ເພື່ອເປັນສິນຄ້າກະສິກໍາສະອາດ ທັງເປັນການປົກປ້ອງຜູ້ຜະລິດ ແລະ ຜູ້ບໍລິໂພກ ແລະ ປົກປັກຮັກສາສະພາບແວດລ້ອມ.

ງານວາງສະແດງຄັ້ງນີ້, ມີກຸ່ມຜູ້ຜະລິດ, ສະມາຄົມ, ສະຫະກອນ, ບໍລິສັດ ແລະ ຜູ້ປະກອບການເຂົ້າຮ່ວມ 78 ຫົວໜ່ວຍ. ໃນນັ້ນ, ກະສິກຳອິນຊີມີ 66 ຫົວໜ່ວຍ ແລະ ກະສິກຳທີ່ດີ 2 ຫົວໜ່ວຍ, ຊຶ່ງປະກອບມີ: ພືດຜັກ, ໝາກໄມ້, ເຂົ້າ, ຊາ, ກາເຟ ແລະ ຜະລິດຕະພັນປຸງແຕ່ງອີກຈໍານວນໜຶ່ງ, ທີ່ໄດ້ຮັບການຢັ້ງຢືນຄຸນນະພາບຕາມມາດຕະຖານກະສິກໍາອິນຊີ ທີ່ເປັນຜົນງານຈາກການພັດທະນາໃນຂະແໜງກະສິກໍາຢູ່ປະເທດເຮົາ.

- Visit Laos Visit SALANA BOUTIQUE HOTEL - ງານວາງສະແດງ ສິນຄ້າກະສິກໍາອິນ​ຊີລາວ ໄດ້ຮັບຄວາມສົນໃຈຈາກມວນຊົນເປັນຢ່າງດີ
- 4 - ງານວາງສະແດງ ສິນຄ້າກະສິກໍາອິນ​ຊີລາວ ໄດ້ຮັບຄວາມສົນໃຈຈາກມວນຊົນເປັນຢ່າງດີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!