ສປປ ລາວ ແລະ ສ.ເກົາຫລີ ຈະສືບຕໍ່ເພີ່ມທະວີການຮ່ວມມື

- 568 - ສປປ ລາວ ແລະ ສ.ເກົາຫລີ ຈະສືບຕໍ່ເພີ່ມທະວີການຮ່ວມມື
- kitchen vibe - ສປປ ລາວ ແລະ ສ.ເກົາຫລີ ຈະສືບຕໍ່ເພີ່ມທະວີການຮ່ວມມື

       ໃນໂອກາດເຂົ້າຮ່ວມກອງປະຊຸມພິເສດອາຊຽນ-ສ.ເກົາຫລີ ທີ່ ນະຄອນ​ປູຊາ​ນ, ສ.ເກົາຫລີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ມູນ ​ແຈ ອິນ ປະທານາທິບໍດີ ແຫ່ງ ສ.ເກົາຫລີ ເພື່ອທົບທວນຄືນການພົວພັນມິດຕະພາບ ແລະ ຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ໂດຍສະເພາະແມ່ນການປະຕິບັດຜົນການຢ້ຽມຢາມ ສປປ ລາວ ຂອງ  ທ່ານປະທານາທິບໍດີ ມູນ ​ແຈ ອິນ ໃນເດືອນກັນຍາ ທີ່ຜ່ານມາ, ສອງຝ່າຍໄດ້ປຶກສາແລກປ່ຽນກ່ຽວກັບການເສີມຂະຫຍາຍການຮ່ວມມືຂອງຂະ ແໜງການຕ່າງໆ ໃຫ້ກ້າວສູ່ລວງເລິກຫລາຍຂຶ້ນ ເປັນ ຕົ້ນແມ່ນການຮ່ວມມືທາງດ້ານການເຊື່ອມຈອດ ດ້ານການສ້າງພື້ນຖານໂຄງລ່າງ, ການສຶກສາ, ສາທາລະນະສຸກ, ການລົງທຶນ, ການທ່ອງທ່ຽວ, ການສະໜັບສະໜູນຊ່ວຍເຫລືອໃນການສົ່ງເສີມວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ (SMEs) ແລະ ການປະກອບການທຸລະກິດໃໝ່ (Start up Business). ນອກນີ້, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ.ເກົາຫລີ ຄົບຮອບ 25 ປີ ເຊິ່ງຈະມີຂຶ້ນໃນປີ 2020 ນີ້ ແລະ ຄຽງຄູ່ກັນນີ້ ສອງຝ່າຍຍັງໄດ້ແລກປ່ຽນກ່ຽວກັບການຮ່ວມມືໃນພາກພື້ນ ແລະ ສາກົນຕື່ມອີກ.

ໃນໂອກາດດຽວກັນ, ທ່ານ ທອງລຸນ ສີສຸລິດ ແລະ ທ່ານ ມູນ ​ແຈ ອິນ ຍັງໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈ ຈຳນວນ 03 ສະບັບ ຄື: ການຮ່ວມມືດ້ານລະບົບຂໍ້ມູນການຄຸ້ມຄອງບໍລິຫານທ່າເຮືອ, ການຮ່ວມມືດ້ານສິດທາງດ້ານຊັບສິນທາງປັນ ຍາ ແລະ ການຮ່ວມມືດ້ານວິຊາການ ແລະ ວິຊາຊີບ.

- Visit Laos Visit SALANA BOUTIQUE HOTEL - ສປປ ລາວ ແລະ ສ.ເກົາຫລີ ຈະສືບຕໍ່ເພີ່ມທະວີການຮ່ວມມື
- 6206 1024x683 - ສປປ ລາວ ແລະ ສ.ເກົາຫລີ ຈະສືບຕໍ່ເພີ່ມທະວີການຮ່ວມມື

    ໃນຕອນທ້າຍ, ທ່ານປະທານາທິບໍດີ ມູນ ແຈອິນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການມາເຂົ້າຮ່ວມກອງປະຊຸມສຸດຍອດພິເສດອາຊຽນ-ສ.ເກົາຫລີ ຂອງຄະນະຜູ້ແທນ ສປປ ລາວ ຄັ້ງນີ້, ພ້ອມທັງສະແດງຄວາມຍິນດີ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ 2 ປະເທດ ກໍຄື 2 ພາກພື້ນ ຕາມນະໂຍບາຍໃໝ່ຫັນສູ່ທິດໃຕ້ (New Southern Policy) ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ສ.ເກົາຫລີ-ລາວ.

- 4 - ສປປ ລາວ ແລະ ສ.ເກົາຫລີ ຈະສືບຕໍ່ເພີ່ມທະວີການຮ່ວມມື
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!