ສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍວ່າດ້ວຍຫຼັກຊັບ(ສະບັບປັບປຸງ)

- 11 - ສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍວ່າດ້ວຍຫຼັກຊັບ(ສະບັບປັບປຸງ)
- kitchen vibe - ສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍວ່າດ້ວຍຫຼັກຊັບ(ສະບັບປັບປຸງ)

ຮ່າງກົດໝາຍວ່າດ້ວຍ ຫຼັກຊັບ ສະບັບປັບປຸງ ໄດ້ຖືກຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII, ໃນວັນທີ 3 ທັນວາ ນີ້, ໂດຍການເປັນປະທານຂອງ ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແລະ ພາຍຫຼັງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍ ຫຼັກຊັບ(ສະບັບປັບປຸງ), ຮ່າງກົດໝາຍດັ່ງກ່າວປະກອບມີ 15 ພາກ, 16 ໝວດ ແລະ  202 ມາດຕາ, ທຽບກັບກົດໝາຍສະບັບປັດຈຸບັນມີ 13 ພາກ, 16 ໝວດ ແລະ 173 ມາດຕາ.

    ເພື່ອສ້າງຊ່ອງທາງໃໝ່ໃນການເຂົ້າຫາແໜ່ງທຶນຂອງຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນ ແນໃສ່ຍູ້ແຮງໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ ລັດຖະບານໄດ້ຕົກລົງສ້າງຕັ້ງຕະຫຼາດຫຼັກຊັບລາວຂຶ້ນໃນປີ 2010 ໂດຍການຮ່ວມທຶນລະຫວ່າງ ທະນາຄານແຫ່ງ ສປປ ລາວ (ຖືຮຸ້ນ 51%) ແລະ ຕະຫຼາດຫຼັກຊັບ ສ ເກົາຫຼີ (ຖືຮຸ້ນ 49%). ການຄຸ້ມຄອງການເຄື່ອນໄຫວວຽກງານຫຼັກຊັບໃນໄລຍະຕົ້ນ ລັດຖະບານໄດ້ອອກກໍາລັດວ່າດ້ວຍ ຫຼັກຊັບ ແລະ ຕະຫຼາດຫຼັກຊັບ ໃນເດືອນ ພຶດສະພາ 2010.

- Visit Laos Visit SALANA BOUTIQUE HOTEL - ສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍວ່າດ້ວຍຫຼັກຊັບ(ສະບັບປັບປຸງ)

ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າດໍາລັດສະບັບດັ່ງກ່າວຍັງບໍ່ສາມາດຕອບສະໜອງໄດ້ໃນການພັດທະນາວຽກງານຫຼັກຊັບເທົ່າທີ່ຄວນ. ສະນັ້ນ, ມາຮອດທ້າຍປີ 2012 ໄດ້ຍົກດໍາລັດສະບັບດັ່ງກ່າວ ຂຶ້ນເປັນກົດໝາຍວ່າດ້ວຍຫຼັກຊັບ ຊຶ່ງໄດ້ຖືກຮັບຮອງ ໃນປີ 2012 ແລະ ປະກາດນໍາໃຊ້ໃນປີ 2013, ກົດໝາຍສະບັບດັ່ງກ່າວກາຍເປັນເຄື່ອງມື ແລະ ບ່ອນອີງສໍາຄັນ ໃຫ້ແກ່ການຄຸ້ມຄອງການເຄື່ອນໄຫວວຽກງານຫຼັກຊັບໃຫ້ມີການຂະຫຍາຍຕົວເລື່ອຍມາ ແລະ ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ຫຼັກຊັບ ໃນໄລຍະຜ່ານມາ, ເຫັນວ່າຍັງມີບາງດ້ານບໍ່ທັນຄ່ອງຕົວ, ບາງເນື້ອໃນຍັງບໍ່ທັນຊັດເຈນ, ຮັດກຸມ ແລະ ແທດເໝາະ ຕໍ່ກັບສະພາບການຂະຫຍາຍຕົວຂອງວຽກງານຫຼັກຊັບ ແລະ ການເຊື່ອມໂຍງກັບສາກົນເທົ່າທີ່ຄວນ.

    ພາຍຫຼັງຮ່າງກົດໝາຍວ່າດ້ວຍ ຫຼັກຊັບ ສະບັບປັບປຸງນີ້ ຖືກຮັບຮອງ ແລະ ປະກາດນໍາໃຊ້ ອົງການຄຸ້ມຄອງວຽກງານຫຼັກຊັບ ຈະມີນິຕິກໍາໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາ ການເຄື່ອນໄຫວວຽກງານຫຼັກຊັບໜັກແໜ້ນຂຶ້ນກວ່າເກົ່າ ເພື່ອເຮັດໃຫ້ວຽກງານດັ່ງກ່າວເຄື່ອນໄຫວຢ່າງມີປະສິດທິພາບ, ໂປ່ງໃສ ແລະ ຍຸຕິທໍາ ແນໃສ່ເຮັດໃຫ້ວຽກງານດັ່ງກ່າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ດ້ວຍບາດກ້າວທີ່ໜັກແໜ້ນ, ສ້າງເງື່ອນໄຂສະດວກໃຫ້ບັນດາບໍລິສັດ ຫຼືຫົວໜ່ວຍທຸລະກິດ ພາກລັດ ແລະ ເອກະຊົນສາມາດລະດົມທຶນຜ່ານຕະຫຼາດທຶນ, ຊຸກຍູ້, ສົ່ງເສີມ ແລະ ອໍານວຍຄວາມສະດວກໃຫ້ແກ່ບຸກຄົນ ແລະ ນິຕິບຸກຄົນ ປະກອບສ່ວນລົງທຶນໃນຫຼັກຊັບໃຫ້ຫຼາຍຂຶ້ນ, ສ້າງຄວາມເຊື້ອໝັ້ນໃຫ້ແກ່ຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ ພ້ອມທັງເປັນການດຶງດູດເຂົາເຈົ້າໃຫ້ເຂົ້າມາມີສ່ວນຮ່ວມໃນຂົງເຂດວຽກງານຫຼັກຊັບນັບມື້ຫຼາຍຂຶ້ນ, ພ້ອມທັງອໍານວຍໃຫ້ແກ່ການພົວພັນຮ່ວມມືໃນການພັດທະນາວຽກງານຫຼັກຊັບກັບພາກພື້ນ ແລະ ສາກົນໄດ້ດີຂຶ້ນກວ່າເກົ່າ ໂດຍສະເພາະວຽກງານການເຊື່ອມໂຍງຕະຫຼາດທຶນໃນຂົງເຂດອາຊຽນ.

- 5 - ສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍວ່າດ້ວຍຫຼັກຊັບ(ສະບັບປັບປຸງ)
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!