ອຸຕຸເຕືອນຮັບມືສະພາບອາກາດໜາວເຢັນໃນໄລຍະຕົ້ນເດືອນທັນວານີ້
December 3, 2019 - 3:56 PM
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນເຖິງອໍານາດການປົກຄອງ ແລະ ປະຊາຊົນບັນດາເຜົ່າໃຫ້ມີສະຕິລະມັດລະວັງຕໍ່ສະພາບອາກາດໜາວເຢັນ ແລະ ລົມພັດແຮງ, ໂດຍໃຫ້ຮັກສາສຸຂະພາບດ້ວຍການນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ, ເນື່ອງຈາກມວນອາກາດໜາວເຢັນຈາກປະເທດຈີນໄດ້ມີກໍາລັງແຮງເພີ່ມຂຶ້ນ ແລະ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດເຮົາດ້ວຍກໍາລັງແຮງ, ສົມທົບກັບລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່ໃນໄລຍະວັນທີ 4-10 ທັນວານີ້, ຊຶ່ງຈະເຮັດໃຫ້ອຸນຫະພູມອາ
ກາດຫລຸດລົງ 5-7 ອົງສາ, ຊຶ່ງອາກາດຈະໜາວເຢັນຫາໜາວເຢັນຫລາຍ, ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າຢູ່ບັນດາແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ. ສ່ວນພາກກາງຫາພາກໃຕ້ອາກາດເຢັນ, ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້້າ ແລະ ມີລົມພັດແຮງເປັນບາງໂອກາດ, ອຸນຫະພູມອາກາດຈະຫລຸດລົງ 3-5 ອົງສາ.