ຜັກກາດນາ ມີປະໂຫຍດຫລາຍດ້ານ ຜ່ານຄວາມຮ້ອນ ສານອາຫານກໍຍັງຄົບ
ຜັກກາດນາ ອຸດົມໄປດ້ວຍສານອາຫານຫລາກຫລາຍ ເຊັ່ນ : ວິຕາມິນ, ເກືອແຮ່, ເບຕ້າແຄໂຣທີນ, ວິຕາມິນເຊ ແລະ ທາດການຊຽມ ເປັນຕົ້ນ ຖືເປັນຜັກໃບຂຽວທີ່ຄົນຮັກສຸຂະພາບບໍ່ຄວນເບິ່ງຜ່ານ.
ຜັກກາດນາເສີມພູມຕ້ານທານ, ບຳລຸງຜິວ, ບຳລຸງສາຍຕາ, ຊ່ວຍຫລຸດຄໍເລສເຕີໂຣນ.
– ຜັກກາດນາມີຄຸນຄ່າທາງໂພຊະນາການ ຕໍ່ 100 ກຣາມ ໃຫ້ພະລັງງານ 22 ກິໂລກາລໍຣີ, ໂປຣຕິນ 22 ກຣາມ, ຄາໂບໄຮເດຣດ 3,8 ກຣາມ, ໄຂມັນ 0,7 ກຣາມ.
– ຜັກກາດນາມີທາດການຊຽມ ມີສ່ວນຊ່ວຍເສີມສ້າງກະດູກ ແລະ ແຂ້ວ, ຊ່ວຍປ້ອງກັນການເກີດພະຍາດກະດູກຜ່ອຍ.
– ມີເບຕ້າແຄໂຣທີນ ເມື່ອຮ່າງກາຍໄດ້ຮັບເບຕ້າແຄໂຣທີນເຂົ້າໄປ ຮ່າງກາຍຈະຍ່ອຍ ແລະ ປ່ຽນເບຕ້າແຄໂຣທີນເປັນວິຕາມິນອາ ເຊິ່ງຊ່ວຍຫລຸດຄວາມສ່ຽງໃນການເກີດພະຍາດມະເຮັງ, ຊ່ວຍຖະໜອມສາຍຕາໃຫ້ສາຍຕາດີ.
– ໃນຜັກກາດນາ ຍັງມີສານລູທີນ (Lutein) ເຊິ່ງມີຄຸນສົມບັດຊ່ວຍຫລຸດຄວາມສ່ຽງຂອງການເກີດພະຍາດຕາຕໍ້ໄດ້ເຖິງ 29%.
– ມີສານຕໍ່ຕ້ານອະນຸມູນອິດສະລະ ຊ່ວຍຂັດຂວາງຄວາມເສື່ອມຂອງແຊນຕ່າງໆໃນຮ່າງກາຍ, ຊ່ວຍບຳລຸງຜິວໃຫ້ກ້ຽງງາມສົດໃສ ແລະ ປ້ອງກັນການຕິດເຊື້ອຕ່າງໆ ເພາະຊ່ວຍເສີມສ້າງພູມຕ້ານທານໃຫ້ແກ່ຮ່າງກາຍ ເຮັດໃຫ້ມີສຸຂະພາບແຂງແຮງ.
– ເຖິງວ່າຈະເອົາຜັກກາດນາໄປລ້າງ ຫລື ປຸງແຕ່ງດ້ວຍຄວາມຮ້ອນ ສານອາຫານທີ່ມີປະໂຫຍດຕ່າງໆກໍຈະບໍ່ຄ່ອຍສູນຫາຍໄປ ເພາະມີເບຕ້າແຄໂຣທີນ ຄຸນສົມບັດສານອາຫານຕ່າງໆຈຶ່ງຄົງທົນ.
– ມີວິຕາມິນເຊ ເປັນສານຕ້ານອະນຸມູນອິດສະລະ ຊ່ວຍໃຫ້ຫລອດເລືອດຫົວໃຈ ແລະ ຮ່າງກາຍມີຄວາມຫົດຢືດ, ຫລຸດຄວາມສ່ຽງໃນການເກີດບັນຫາຫລອດເລືອດຫົວໃຈຕີບໄດ້.
– ເປັນຜັກທີ່ເໝາະສົມສຳລັບຜູ້ປ່ວຍພະຍາດເບົາຫວານ ຫລື ຜູ້ທີ່ຕ້ອງການຄວບຄຸມນຳ້ຕານເປັນພິເສດ ເພາະມີນຳ້ຕານໜ້ອຍພຽງແຕ່ 3 – 5%.
– ມີໄຍອາຫານ ສາມາດຊ່ວຍເລື່ອງລະບົບຂັບຖ່າຍໄດ້ດີ ແລະ ຍັງສາມາດເຂົ້າໄປຂັດຂວາງການດູດຊຶມຄໍເລສເຕີໂຣນເຂົ້າສູ່ຮ່າງກາຍ, ຊ່ວຍຫລຸດລະດັບໄຂມັນໃນເລືອດໄດ້ ຜູ້ໃດມີອາການຖ່າຍຍາກ ຫລື ຢາກຫລຸດໄຂມັນ ຜັກກາດນາເປັນຜັກທີ່ຄວນເລືອກກິນ.
– ຫາກກິນຜັກກາດນາເປັນປະຈຳ ຈະສາມາດຊ່ວຍປ້ອງກັນການເກີດອາການຂາປັ້ນ, ຊ່ວຍປິ່ນປົວພະຍາດຫອບຫືດ, ຊ່ວຍປິ່ນປົວພະຍາດພູມແພ້, ຊ່ວຍຫລຸດຜ່ອນອາການເກັງໂຕຂອງກ້າມຊີ້ນ.
– ຜັກກາດນາຍັງສາມາດຊ່ວຍປັບຄວາມດຸ່ນດ່ຽງຂອງຮໍໂມນໃນຮ່າງກາຍ, ຊ່ວຍຫລຸດອາການຫງຸດຫງິດ, ອາລົມປ່ຽນແປງງ່າຍໃນແມ່ຍິງຊ່ວງເປັນປະຈຳເດືອນໄດ້.