ພາກລັດຈະສົ່ງເສີມການຜະລິດພືດຜັກສະອາດຢ່າງແຂງແຮງ
ໃນໂອກາດເປີດຕະຫລາດນັດພືດຜັກປອດສານພິດທີ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ ເມື່ອບໍ່ດົນມານີ້, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສົມຈິດ ອິນທະມິດ ໄດ້ໃຫ້ຮູ້ວ່າ: ໃນຕໍ່ໜ້ານີ້, ລັດຖະບານຈະສຸມໃສ່ຊຸກຍູ້ສົ່ງເສີມການຜະລິດພືດຜັກສະອາດ ແລະ ປອດສານພິດໃຫ້ເປັນຂະບວນກວ້າງຂວາງ ເພື່ອກະຕຸ້ນການຜະລິດພາຍໃນໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ ແລະ ເຮັດໃຫ້ເສດຖະກິດຂອງລາວເຂັ້ມແຂງ. ຫລັງຈາກນາຍົກລັດຖະມົນຕີ ໄດ້ອອກມະຕິ ວ່າດ້ວຍການສົ່ງເສີມການຊົມໃຊ້ຜະລິດຕະພັນທີ່ຜະລິດໄດ້ຢູ່ພາຍໃນ ແລະ ຄຸ້ມຄອງການນໍາເຂົ້າສີນຄ້າອຸປະໂພກ-ບໍລິໂພກ ໃຫ້ນັບມື້ຫລຸດລົງ.
ປັດຈຸບັນ, ຂະແໜງອຸດສາຫະກໍາ ແລະ ການຄ້າ, ໄດ້ສົມທົບກັບກະຊວງກະສິກໍາ-ປ່າໄມ້ ແລະ ພາກສ່ວນກ່ຽວຂ້ອງຕ່າງໆ ເພື່ອຜັນຂະຫຍາຍມະຕິດັ່ງກ່າວ, ດ້ວຍການກໍານົດແຜນງານຕ່າງໆເພື່ອສົ່ງເສີມການຜະລິດຂອງປະຊາຊົນຢູ່ພາຍໃນໃຫ້ເປັນລະບົບ ແລະ ປະສິດທິຜົນ, ນັບແຕ່ການປູກ-ການລ້ຽງ ໄປຈົນຮອດຂອດການຈໍາໜ່າຍ ເປັນຕົ້ນ: ກະຊວງກະສິກໍາ-ປ່າໄມ້ ເປັນເຈົ້າການສົ່ງພະນັກງານລົງຊຸກຍູ້ ແລະ ແນະນໍາເຕັກນິກການຜະລິດທີ່ດີໃຫ້ປະຊາຊົນຢູ່ແຕ່ລະທ້ອງຖິ່ນ, ຂະແໜງອຸດສາຫະກໍາ ແລະ ການຄ້າ ເປັນເຈົ້າການຊຸກຍູ້ຂະບວນການປຸງແປຮູບຜົນຜະລິດກະສິກໍາເປັນສີນຄ້າ, ການປຸງແຕ່ງ, ຊອກຕະຫລາດຈໍາໜ່າຍ, ຄຸ້ມຄອງລາຄາຢູ່ໃນລະດັບທີ່ເໝາະສົມ, ຂະແໜງທະນາຄານກໍເປັນເຈົ້າການຄົ້ນຄວ້າການສະໜອງທຶນໃຫ້ຊາວກະສິກອນດ້ວຍອັດຕາດອກເບ້ຍຕໍ່າ ແລະ ຫລາຍຂຶ້ນ, ສ່ວນພາກສ່ວນອື່ນໆ ກໍເອົາໃຈໃສ່ໂຄສະນາ ຊົມໃຊ້ ແລະ ບໍລິໂພກຜັກປອດສານພິດໃຫ້ຫລາຍຂຶ້ນ ເພື່ອຊຸກຍູ້ການຜະລິດພາຍໃນໃຫ້ແຂງແຮງ, ເພື່ອສ້າງກໍາລັງໃຈໃຫ້ຜູ້ຜະລິດພາຍໃນ ແລະ ເປັນເຈົ້າການສະກັດກັ້ນການລັກລອບນໍາເຂົ້າສີນຄ້າທີ່ບໍ່ສະອາດ ແລະ ຜິດກົດໝາຍມາໃນປະເທດເຮົາ.
ນາງ ໄຊ ສິລິພອນ ຜູ້ຜະລິດຜັກປອດສານພິດກຸ່ມບ້ານທ່າຊ້າງ, ເມືອງປາກງື່ມນະຄອນຫລວງວຽງຈັນ ກ່າວວ່າ: ຕົນເອງຢຶດຖືອາຊີບກະສິກໍາອິນຊີມາເປັນເວລາ 9 ປີ ແລ້ວ ແລະ ການປູກພືດຜັກປອດສານພິດນັ້ນແມ່ນມີຄວາມຫຍຸ້ງຍາກຫລາຍສົມໃນການບົວລະບັດຮັກສາ. ນອກນີ້ຕະຫລາດຈໍາໜ່າຍຜັກປອດສານພິດກໍບໍ່ມີທີ່ຕັ້ງຖາວອນ, ຕ້ອງໄດ້ເຄື່ອນຍ້າຍໄປເລື້ອຍໆ, ເຮັດໃຫ້ມີຜູ້ຜະລິດ ແລະ ຜູ້ບໍລິໂພກພົບບໍ່ສາມາດຊື້-ຂາຍຢ່າງຕໍ່ເນື່ອງ.
ນາງ ທິບ ຜູ້ຜະລິດຜັກປອດສານພິດກຸ່ມບ້ານນາສ້າງໄຜ່, ເມືອງໄຊເສດຖາ ກ່າວວ່າ: ຕົນ ແລະ ຊາວກະສິກອນກຸ່ມອື່ນໆ ຢາກສະເໜີໃຫ້ລັດຖະບານ ກໍານົດສະຖານທີ່ຂາຍຜັກປອດສານພິດໃຫ້ແນ່ນອນ ແລະ ເກັບຄ່າສະຖານທີ່ໃນລາຄາເໝາະສົມ ເພື່ອໃຫ້ມີບ່ອນຈຳໜ່າຍໃຫ້ແກ່ຜູ້ຜະລິດ ແລະ ຜູ້ບໍລິໂພກພືດຜັກທີ່ສະອາດ ແລະ ລາຄາຖືກ.