ອາກາດ​ໜາວ​ຈະ​ແກ່​ຍາວ​ຈົນ​ໝົດ​ອາທິດ​ນີ້

- 3354 - ອາກາດ​ໜາວ​ຈະ​ແກ່​ຍາວ​ຈົນ​ໝົດ​ອາທິດ​ນີ້
- kitchen vibe - ອາກາດ​ໜາວ​ຈະ​ແກ່​ຍາວ​ຈົນ​ໝົດ​ອາທິດ​ນີ້

   ກົມ​​ອຸ​ຕຸ​ນິຍົມ ​ແລະ ອຸ​ທົກ​ກະ​ສາດ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ອາທິດ​ນີ້, ມວນອາກາດເຢັນທີ່ປະເທດຈີນຍັງມີກໍາລັງປານກາງຫາແຮງ ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມຕາເວັນອອກສຽງເໜືອຈະມີກໍາລັງແຮງເພີ່ມຂຶ້ນປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ສະພາບອຸນຫະພູມອາກາດຫລຸດລົງ 5-7 ອົງສາ ໃນຕອນກາງຄືນຫາ ຕອນ​ເຊົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ໂດຍສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ, ເຂດພູສູງ, ຮ່ອມພູ ແລະ ເຂດພູພຽງບໍລະເວນ ອຸນຫະພູມອາກາດຈະໜາວເຢັນຫາໜາວເຢັນຫລາຍ, ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນ​ເຊົ້າ ແລະ ມີລົມແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

  ສໍາລັບ​ສະພາບອາກາດແຕ່ລະພາກມີດັ່ງນີ້: ພາກເໜືອດ້ານຕາເວັນອອກ: ແຂວງ ຫົວພັນ ແລະ ຊຽງຂວາງ ອາກາດໜາວເຢັນຫາໜາວເຢັນຫລາຍ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ​ແລະ ມີໝອກໜາປົກຫຸ້ມໃນຕອນກາງຄືນຫາຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ, ອຸນຫະພູມ​ແຕ່ 5-20 ອົງສາ. ພາກເໜືອດ້ານຕາເວັນຕົກ: ແຂວງ ອຸດົມໄຊ, ຫລວງນໍ້າທາ, ເມືອງສິງ ແລະ ວຽງພູຄາ ອາກາດຈະເຢັນຫາໜາວເຢັນລົງ 6-8 ອົງສາໃນຕອນກາງຄືນຫາຕອນເຊົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ອຸນຫະພູມ​ແຕ່ 7-24 ອົງສາ. ພາກກາງ: ​ແຂວງ​ວຽງ​ຈັນ, ນະຄອນຫລວງ​ວຽງ​ຈັນ, ບໍ​ລິ​ຄໍາ​ໄຊ, ຄໍາ​ມ່​ວນ,​ ສະຫວັນ​ນະ​ເຂດ ອາກາດຈະໜາວເຢັນຫາໜາວເຢັນລົງໃນຕອນກາງຄືນຫາຕອນ​ເຊົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ, ໂດຍສະເພາະຢູ່ທາງດ້ານຕາເວັນອອກຂອງພາກ, ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ອຸນຫະພູມ​ແຕ່ 10-25 ອົງສາ. ສະເພາະແຂວງໄຊສົມບູນ, ເຂດຫລັກ 20, ເມືອງວຽງທອງ ແລະ ເມືອງນາກາຍ ອາກາດຈະຫລຸດລົງ 5-7 ອົງສາ, ​ເຊິ່ງຈະໜາວເຢັນຫາໜາວເຢັນຫລາຍ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ໝອກໜາປົກຫຸ້ມໃນຕອນກາງຄືນຫາຕອນ​ເຊົ້າ, ພ້ອມມີລົມພັດແຮງຢູ່ບາງບໍລິເວນ ​ອຸນຫະພູມ​ແຕ່ 4-21 ອົງສາ. ພາກໃຕ້: ຈະມີເຝື້ອປົກຄຸມເປັນບາງສ່ວນ, ອາກາດເຢັນຫາໜາວເຢັນລົງໃນຕອນກາງຄືນຫາຕອນ​ເຊົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ​ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ, ອຸນຫະພູມ​ແຕ່ 14-28 ອົງສາ. ສະເພາະເຂດພູພຽງບໍລະເວນ, ອາກາດຈະຫລຸດລົງ 5-7 ອົງສາ, ​ເຊິ່ງຈະໜາວເຢັນຫາໜາວເຢັນຫລາຍ, ໂດຍສະເພາະໃນຕອນກາງຄືນຫາຕອນເຊົ້າ, ພ້ອມມີໝອກໝາປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມ​ແຕ່ 4-22 ອົງສາ.

- Visit Laos Visit SALANA BOUTIQUE HOTEL - ອາກາດ​ໜາວ​ຈະ​ແກ່​ຍາວ​ຈົນ​ໝົດ​ອາທິດ​ນີ້

  ຕໍ່​ສະພາບ​ດັ່ງ​ກ່າວ, ຈຶ່ງເຕືອນເຖິງອໍານາດການປົກຄອງ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ທ້ອງ​ຖິ່ນ​ຕ່າງໆ​ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດໜາວເຢັນ ແລະ ມີລົມພັດແຮງ, ໃຫ້ຮັກສາສຸຂະພາບ ດ້ວຍ​ການນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ, ພ້ອມນີ້ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

- 3 - ອາກາດ​ໜາວ​ຈະ​ແກ່​ຍາວ​ຈົນ​ໝົດ​ອາທິດ​ນີ້
- 4 - ອາກາດ​ໜາວ​ຈະ​ແກ່​ຍາວ​ຈົນ​ໝົດ​ອາທິດ​ນີ້
- 5 - ອາກາດ​ໜາວ​ຈະ​ແກ່​ຍາວ​ຈົນ​ໝົດ​ອາທິດ​ນີ້