ລາວໄດ້ຮັບອະນຸມັດຈາກສາກົນໃຫ້ສາມາດໃຊ້ຄື້ນຄວາມຖີ່ການສື່ສານຫລາຍຂຶ້ນ

- 145 1 - ລາວໄດ້ຮັບອະນຸມັດຈາກສາກົນໃຫ້ສາມາດໃຊ້ຄື້ນຄວາມຖີ່ການສື່ສານຫລາຍຂຶ້ນ
- kitchen vibe - ລາວໄດ້ຮັບອະນຸມັດຈາກສາກົນໃຫ້ສາມາດໃຊ້ຄື້ນຄວາມຖີ່ການສື່ສານຫລາຍຂຶ້ນ

ເມື່ອບໍ່ດົນມານີ້, ​ທ່ານ ທັນ​ສະໄ​ໝ ກົມ​ມະ​ສິດລັດຖະມົນຕີ​ກະຊວງໄປສະນີ, ໂທລະ​ຄົມມະນາຄົມ ແລະການ​ສື່ສານ (ປທສ) ໄດ້ໄປ​ຮ່ວມ​ກອງ​ປະຊຸມ​ການ​ສື່ສານ​ຄື້ນ​ຄວາມ​ຖີ່​ໂລກຄັ້ງທີ 38 (World Radio Communication-2019 ຫລືWRC-19) ທີ່​ປະເທດເອ​ຢິບ, ໂດຍ​ມີ​165 ປະເທດສະມາຊິກ​ເຂົ້າ​ຮ່ວມ ແລະໄດ້​ລົງ​ນາມ​ສົນທິສັນຍາ​ສາກົນກ່ຽວ​ກັບ​ການ​ນໍາ​ໃຊ້​ຄື້ນ​ຄວາມ​ຖີ່ (Final Acts of International Radio Resolutions) ແລະ ວົງ​ໂຄຈອນ​ດາວ​ທຽມຂອງ​ທຸກ​ປະເທດ​ທົ່ວ​ໂລກ.

   ກອງ​ປະຊຸມດັ່ງກ່າວ​ຈັດ​ຂຶ້ນ​ທຸກໆ 4 ປີ, ​ເພື່ອ​ປັບປຸງສົນທິສັນຍາ​ສາກົນ​ກ່ຽວ​ກັບ​ການ​ນໍາ​ໃຊ້ຄື້ນ​ຄວາມ​ຖີ່ເພື່ອ​ຮອງ​ຮັບ​ເຕັກ​ໂນ​ໂລ​ຊີ ແລະ ນະ​ວັດຕະ​ກຳ​ໃ​ໝ່ໆດ້ານ​ການ​ສື່ສານ​ໃນ​ອະນາ​ຄົດແລະ ເພື່ອ​ຮັບປະກັນ​ການ​ເຂົ້າ​ເ​ຖິງ ແລະການ​ນຳ​ໃຊ້​ຢ່າງ​ປອດ​ໄພ.

ໃນ​ໂອກາດ​​ນີ້, ຄະນະຜູ້ແທນລາວໄດ້ຂຶ້ນ​ມີ​ຄຳ​ເຫັນ​ຕໍ່​ກອງ​ປະຊຸມ, ໂດຍຍົກໃຫ້ເຫັນການພັດທະນາລະບົບຄື້ນຄວາມຖີ່ພາຍໃນປະເທດ ເປັນຕົ້ນ: ຄື້ນ​ຄວາມ​ຖີ່​ສໍາ​ລັບໂທລະສັບ​ເຄື່ອນ​ທີ່​ມາດຕະຖານສຳ​ລັບລະບົບ3G, 4G, 5G ແລະຄື້ນ​ຄວາມ​ຖີ່​ສໍາ​ລັບ​ການ​ສື່ສານ​ທາງ​ລົດໄຟ,ຊຶ່ງ​ໄດ້​ຮັບ​ການ​ຕົກລົງ​ເຫັນດີ​ຕາມການ​ສະເໜີ​ໃຫ້ ສປປ ລາວສາ​ມາດ​ນໍາ​ໃຊ້​ຄື້ນ​ຄວາມ​ຖີ່​ດັ່ງກ່າວເຂົ້າ​ໃນ​ການ​ສື່ສານ​ຕ່າງໆໄດ້.​ກອງ​ປະຊຸມ​ຄັ້ງ​ນີ້ຍັງ​ໄດ້​ບັນລຸ​ໝາກຜົນ​ທີ່​ສຳຄັນໃນ​ດ້ານ​ການ​ເຊື່ອມ​ໂຍງ​ສາກົນດ້ວຍ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ການ​ສື່ສານທາງ​ພາກ​ພື້ນ​ດິນ ແລະ ອາ​ວະ​ກາດໃນ​ອະນາ​ຄົດ ເຊັ່ນ:ການ​ເພີ່ມ​ຄື້ນ​ຄວາມ​ຖີ່​ໃຫ້​ກັບ​ລະບົບ​ໂທລະສັບ​ເຄື່ອນ​ທີ່ 5G ເຊັ່ນ: ​ຄື້ນ​ຄວາມ​ຖີ່ 26 GHz ແລະ 40 GHz, ການ​ເພີ່ມ​ຄື້ນ​ຄວາມ​ຖີ່​ໃຫ້​ກັບ​ລະບົບ​ການ​ສື່ສານ​ຮູບ​ແບບ​ສະຖານີ​ລະດັບ​ສູງ (HAPS) ເພື່ອ​ເຮັດ​ໃຫ້​ເຂດ​ຊົນນະບົດຫ່າງ​ໄກ​ສອກຫລີກສາມາດ​ເຂົ້າ​ເຖິງ​ການ​ນຳ​ໃຊ້​ອິນ​ເຕີ​ເນັດ​ຄວາມ​ໄວ​ສູງ, ລະບົບ​ການ​ສື່ສານ​ດາວ​ທຽມ​ຄວາມ​ໄວ​ສູງ, ລະບົບ​ການ​ສື່ສານ Earth Station In Motion (ESIM) ເພື່ອ​ເຮັດ​ໃຫ້​ຜູ້​ນໍາ​ໃຊ້​ທີ່ຢູ່​ເທິງ​ຍົນ, ເຮືອ ແລະລົດໄຟ​ສາມາດ​ນຳ​ໃຊ້​ການ​ສື່ສານ​ໄດ້, ສ້າງ​ມະຕິ​ຕົກລົງ (Resolution) ກ່ຽວ​ກັບ​ລະບົບ​ການ​ສື່ສານ​ສຳ​ລັບ​ການ​ເດີນທາງ ແລະຕິດຕາມ​ຂະບວນ​ລົດໄຟ​ຄວາມ​ໄວ​ສູງເພື່ອ​ສົ່ງເສີມ​ການ​ພັດທະນາ​ການ​ສື່ສານ​ທາງ​ລົດໄຟ, ​ໂດຍ​ສະເພາະ​ແມ່ນ​ການ​ຄວບ​ຄຸມ​ການ​ຈະລາ​ຈອນ, ຄວາມ​ປອດ​ໄພ​ຂອງ​ຜູ້ໂດຍສານ ແລະ ການ​ດຳເນີນ​ງານ​ຂອງ​ລົດ​ໄຟ.

   ນອກນີ້, ກອງ​ປະຊຸມ​ໄດ້​ກໍາ​ນົດ​ວິ​ໄສ​ທັດ​ຮອດ​ປີ 2023 ໂດຍ​ຈະ​ເລັ່ງ​ໃສ່​ການ​ພັດທະນາ​ລະບົບ​ຕ່າງໆ​ເປັນຕົ້ນ: ລະບົບ Earth Station In Motion (ESIM) ເພື່ອ​ສົ່ງເສີມ​ການ​ເຂົ້າ​ເຖິງ ແລະການ​ນຳ​ໃຊ້​ອິນ​ເຕີ​ເນັດ​ຄວາມ​ໄວ​ສູງ​ໃຫ້​ກັບ​ຍົນ, ເຮືອ ແລະພາຫະນະ​ພາກ​ພື້ນ​ດິນ, ລະບົບ High-altitude IMT base stations (HIBS) ທີ່​ນຳ​ໃຊ້​ຄື້ນ​ຄວາມ​ຖີ່​ລະບົບ​ໂທລະສັບ​ມື​ຖື​ເດີມ, ແຕ່​ນຳ​ໃຊ້​ສະຖານີ HAPS ເພື່ອ​ສົ່ງເສີມ​ການ​ເຂົ້າ​ເຖິງ ແລະການ​ນຳ​ໃຊ້​ອິນ​ເຕີ​ເນັດ​ຄວາມ​ໄວ​ສູງ​ໃຫ້​ກັບ​ເຂດ​ພື້ນ​ທີ່​ຫ່າງ​ໄກ​ສອກຫລີກ, ລະບົບ​ການ​ສື່ສານ​ເຄື່ອນ​ທີ່​ທາງ​ການບິນ ແລະລະບົບ​ປ້ອງ​ກັນ​ແຈ້ງ​ເຕືອນ​ໄພ​ທາງ​ທະເລ ເພື່ອ​ເພີ່ມ​ຄື້ນ​ຄວາມ​ຖີ່ ແລະພັດທະນາ​ການ​ສື່ສານ​ໃຫ້​ທັນ​ສະ​ໄໝ.

- 3 - ລາວໄດ້ຮັບອະນຸມັດຈາກສາກົນໃຫ້ສາມາດໃຊ້ຄື້ນຄວາມຖີ່ການສື່ສານຫລາຍຂຶ້ນ
- 5 - ລາວໄດ້ຮັບອະນຸມັດຈາກສາກົນໃຫ້ສາມາດໃຊ້ຄື້ນຄວາມຖີ່ການສື່ສານຫລາຍຂຶ້ນ
- 4 - ລາວໄດ້ຮັບອະນຸມັດຈາກສາກົນໃຫ້ສາມາດໃຊ້ຄື້ນຄວາມຖີ່ການສື່ສານຫລາຍຂຶ້ນ