ລາວ ຍົກລະດັບມາດຕະຖານສາກົນດ້ານການລາຍງານການເງິນ


ທ້າຍອາທິດຜ່ານມາ, ກົມບັນຊີ ແລະ ການເງິນ, ກົມຄຸ້ມຄອງທະນາຄານທຸລະກິດ ທະ ນາຄານແຫ່ງ ສປປ ລາວ (ທຫລ) ແລະ ສາຂາທະນາຄານກະສິກອນໄທ ຈຳກັດ ສາຂານະຄອນຫລວງວຽງຈັນ ໄດ້ຈັດການສຳມະນາກ່ຽວກັບ “ມາດຕະຖານສາກົນດ້ານການລາຍງານການເງິນ IFRS, ມາດຕະຖານ BASEL II” ໂດຍໄດ້ລົງເລິກກ່ຽວກັບການປຽບທຽບຄວາມແຕກຕ່າງ ແລະ ວິທີການຄໍານວນ; ແນວທາງການກຽມຄວາມພ້ອມ; ຜົນກະທົບທີ່ເກີດຂຶ້ນ ແລະ ຂໍ້ຄວນລະມັດລະວັງ ໃນການນໍາໃຊ້ມາດຕະຖານໃໝ່; ລາຍລະອຽດມາດຕະຖານບັນຊີສາກົນ ອາກອນລາຍໄດ້; ລາຍລະອຽດມາດຕະຖານບັນຊີສາກົນ, ລວມທັງຜົນປະໂຫຍດຂອງພະນັກງານ; ຄວາມຮູ້ທີ່ຕິດພັນກັບວຽກງານບັນຊີ ແລະ ການເງິນ.
IFRS ເປັນມາດຕະຖານການລາຍການເງິນ ເປັນທີ່ຍອມຮັບຂອງສາກົນ ຊຶ່ງມີບົດບາດສໍາຄັນຕໍ່ກັບການຈັດຕັ້ງປະຕິບັດວຽກງານບັນຊີ ໂດຍສະເພາະວຽກງານບັນຊີໃນຂົງເຂດຂະແໜງການທະນາຄານ ເພື່ອເຮັດໃຫ້ເອກະສານລາຍງານການເງິນມີປະສິດທິພາບ, ຮັບປະກັນຄວາມໜ້າເຊື່ອຖື ແລະ ສາມາດປະຕິບັດໄດ້. ສໍາລັບຢູ່ ສປປ ລາວ, ໃນປີ 2013 ກົດໝາຍວ່າດ້ວຍການບັນຊີ (ສະບັບປັບປຸງ) ໄດ້ກໍານົດໃຫ້ວິສາຫະກິດທີ່ຮັບໃຊ້ຜົນປະໂຫຍດສາທາລະນະ ເຊັ່ນ: ທະນາຄານ ແລະ ສະຖາບັນການເງິນ ຕ້ອງປະຕິບັດຕາມມາດຕະຖານ IFRS ຊຶ່ງໃນປັດຈຸບັນກົມບັນຊີ ແລະ ການເງິນ ສາມາດສັງລວມເນື້ອໃນໂດຍຫຍໍ້ ຂອງມາດຕະຖານສາກົນດັ່ງ ກ່າວ, ທີ່ຕິດພັນກັບຂະແໜງການທະນາຄານ ເປັນສະບັບພາສາລາວ ໄດ້ 16 ມາດຕະຖານທີ່ເປັນຄູ່ມືພື້ນຖານ ໃຫ້ແກ່ການຈັດຕັ້ງປະຕິບັດວຽກງານການບັນຊີ ຂອງຂະແໜງການທະນາຄານ ພ້ອມທັງຄົ້ນຄວ້າ, ຜັນຂະ ຫຍາຍ ເພື່ອໝູນໃຊ້ມາດຕະຖານສາກົນນີ້ ອອກເປັນບົດແນະນຳການຈັດຕັ້ງປະຕິບັດໄດ້ 11 ມາດຕະຖານເພື່ອເປັນລະບຽບການ ແລະ ເປັນບ່ອນອີງໃຫ້ທະນາຄານທຸລະກິດ ແລະ ສະຖາບັນການເງິນ.
ທ່ານ ນາງ ຂັນແກ້ວ ຫລ້າມະນີເງົາ ຫົວໜ້າກົມບັນຊີ ແລະ ການເງິນ ທຫລ ໄດ້ເນັ້ນວ່າ: ການຄຸ້ມຄອງທະນາຄານທຸລະກິດ ເປັນວຽກງານທີ່ສຳຄັນ ແລະ ທ້າທາຍຂອງຂະແໜງການທະນາຄານ, ການຮັກ ສາຄວາມໜັ້ນຄົງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງລະບົບທະນາຄານ ໂດຍການຜັນຂະຫຍາຍແຜນແມ່ບົດ ໃນການຄຸ້ມຄອງທະນາຄານທຸລະກິດຕາມມາດຕະຖານ BASEL II. ສະນັ້ນ, ຈຶ່ງມີການກະກຽມຄວາມພ້ອມໃນການຈັັດຕັ້ງປະຕິບັດມາດຕະຖານນີ້ ເພື່ອເຮັດໃຫ້ລະບົບທະນາຄານມີຄວາມໝັ້ນຄົງ, ເຂັ້ມແຂງ, ຍືນຍົງ ແລະ ທັນກັບສະພາບການຂະຫຍາຍຕົວ ຂອງຂະແໜງການທະນາຄານ ທັງໃຫ້ສາມາດເຊື່ອມໂຍງກັບພາກພື້ນ ແລະ ຫຍັບເຂົ້າໃກ້ມາດຕະຖານສາກົນເທື່ອລະກ້າວ.