ຂໍຝາກຄວາມໄວ້ວາງໃຈກັບນິຕິໃໝ່


ໂດຍ: ທິດກ່ຳ
ນັບວ່າເປັນນິຕິໃໝ່ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ມີການປະເມີນຜົນການປະຕິບັດໜ້າທີ່ຂອງບຸກຄະລາກອນຜູ້ດຳລົງຕຳແໜ່ງທີ່ສະພາແຫ່ງຊາດເປັນຜູ້ເລືອກຕັ້ງ ແລະ ຮັບຮອງ, ຈຸດປະສົງກໍເພື່ອແນໃສ່ປະເມີນຜົນການຜະຕິບັດໜ້າທີ່ຂອງບຸກຄະລາກອນຕາມເນື້ອໃນມາດຕະຖານທີ່ສະພາໄດ້ກຳນົດໄວ້ຄື: ອັນທີໜຶ່ງແມ່ນຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິບັດ.
ໃນນີ້ປະກອບມີຄວາມຊື່ສັດບໍລິສຸດຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ລະບອບປະຊາທິປະໄຕ, ຄວາມເປັນແບບຢ່າງໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດໃນການດຳລົງຊີວິດ.
ສອງແມ່ນຄວາມຮູ້ຄວາມສາມາດ ແລະ ປະສົບປະການ, ປະກອບດ້ວຍຄວາມຮູ້ໃນວຽກງານທີ່ຕົນຮັບຜິດຊອບ, ມີປະສົບປະການໃນການຈັດຕັ້ງປະຕິບັດວຽກງານຕົວຈິງ, ສາມແມ່ນຜົນສຳເລັດຕົວຈິງໃນການປະຕິບັດໜ້າທີ່, ໃຫ້ບັນລຸຄາດໝາຍ, ຕາມແຜນການທີ່ໄດ້ກຳນົດໄວ້ຢູ່ໃນຂະແໜງການທີ່ຕົນເອງຮັບຜິດຊອບຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເຊິ່ງໄດ້ກຳນົດໃນມະຕິສະບັບເລກທີ 104/ຄປຈ ລົງວັນທີ 21/6/2019 ຂອງຄະນະ ປະຈຳສະພາແຫ່ງຊາດວ່າດ້ວຍການປະເມີນຜົນ.
ສ່ວນຈຳນວນບຸກຄະລາກອນທີ່ຖືກປະເມີນຜົນນັ້ນກໍມີທັງໝົດ 69 ທ່ານ, ໃນນີ້, ຢູ່ຂົງເຂດສະພາແຫ່ງຊາດ 30 ທ່ານ, ຂົງເຂດບໍລິຫານລັດ 28 ທ່ານ, ຂົງເຂດຕຸລາການ ແລະ ກວດສອບແຫ່ງລັດ 11 ທ່ານ.
ຈາກນັ້ນ, ບັນດາ ສສຊ ກໍໄດ້ພ້ອມກັນພິຈາລະນາຄົ້ນຄວ້າຢ່າງເລິກເຊິ່ງຖີ່ ຖ້ວນແລ້ວກໍພ້ອມກັນລົງຄະແນນປະເມີນຜົນຂອງບຸກຄະລາກອນຜູ້ດຳລົງຕຳ ແໜ່ງທີ່ສະພາແຫ່ງຊາດໄດ້ເລືອກຕັ້ງ ແລະ ຮັບຮອງເຊິ່ງໄດ້ຈັດຂຶ້ນໃນວັນທີ 4 ທັນວາ 2019 ຈົນຮອດຕອນບ່າຍວັນທີ 6 ທັນວາ 2019 ອັນເປັນວາລະສຸດ ທ້າຍຂອງກອງປະຊຸມ ຈຶ່ງໄດ້ແຈ້ງຜົນຂອງການປະເມີນໃນຈຳນວນ 69 ທ່ານ, ໃນນັ້ນ ມີ 6 ທ່ານໄດ້ຄະແນນດີເລີດ ແລະ 63 ທ່ານໄດ້ຄະແນນປະເພດດີ.
ແນວໃດກໍຕາມ, ຖືວ່າຄັ້ງນີ້ ເປັນຄັ້ງທຳອິດທີ່ມີການປະເມີນຜົນ ຕໍ່ບຸກຄະລາກອນຜູ້ດຳລົງຕຳແໜ່ງທີ່ສະພາແຫ່ງຊາດໄດ້ແຕ່ງຕັ້ງ ແລະ ຮັບຮອງອັນເປັນການພິສູດໃຫ້ເຫັນຕົວຊີ້ວັດຄຸນທາດການເມືອງ, ຄຸນງາມ ຄວາມດີ, ຄວາມສັດຊື່ບໍລິສຸດຕໍ່ໜ້າທີ່ຊາດ ແລະ ປະຊາຊົນໄດ້ມອບໝາຍ, ທັງເປັນການເປີດປະຊາທິປະໄຕ ຕໍ່ຄວາມໄວ້ວາງໃຈຂອງສະມາຊິກສະພາທີ່ໄດ້ຕາງໜ້າໃຫ້ປະຊາຊົນບັນດາເຜົ່າໃນທົ່ວປະເທດ.
ໃນການປະເມີນຜົນຄັ້ງນີ້, ກ່ອນຈະກ້າວມາເຖິງຂັ້ນຕອນລົງຄະແນນສຽງກໍໄດ້ຜ່ານຫລາຍຂັ້ນຕອນໂດຍມີກອງເລຂານຸການເປັນເສນາທິການຄົ້ນ ຄວ້າຈັດຕັ້ງປະຕິບັດອອກນິຕິກຳຕ່າງໆ ເປັນຕົ້ນນັບແຕ່ການຈັດຕັ້ງໜ່ວຍງານ ສະເພາະກິດ, ເສນາທິການຄົ້ນຄວ້າເນື້ອໃນຕາມມາດຕະຖານ, ເງື່ອນໄຂໃຫ້ສອດຄ່ອງກັບໜ້າທີ່ຂອງຜູ້ດຳລົງຕຳແໜ່ງແຕ່ລະທ່ານ ແລະ ແຕ່ລະຂົງເຂດເພື່ອຈະເປັນພື້ນຖານໃຫ້ການມີປະຊາທິປະໄຕ ໃນສະພາຫລາຍຂຶ້ນນອກຈາກການປະກອບຄຳເຫັນຂອງຜູ້ແທນໃນທຸກໆ ບັນຫາແລ້ວແຕ່ສິ່ງທີ່ຫລາຍຄົນຍັງແຄງໃຈນັນແມ່ນຢາກຮູ້ລະອຽດກ່ຽວກັບລາຍຊື່ຜູ້ ໄດ້ຄະແນນດີເລີດກັບຄະແນນດີນັ້ນມີທ່ານໃດແດ່ ແລະ ແຕ່ລະທ່ານໄດ້ຫລາຍ, ໜ້ອຍປານໃດ, ຕໍ່ບັນຫາທີ່ໄດ້ກ່າວມານີ້, ບັນຊີລາຍຊື່ກໍອາດມີຄັກແນ່ແຕ່ບໍ່ປາ ກົດເຫັນອອກຂ່າວຄາວໃຫ້ສັງຄົມໄດ້ຮັບຮູ້ ແລະ ບໍ່ປາກົດເຫັນໃນແຕ່ລະແຫລ່ງ ສື່ເພື່ອແຈ້ງໃຫ້ກັນຊາບໂດຍສະເພາະແມ່ນສື່ຂອງລັດທີ່ເປັນສື່ກົກໆ ຂອງສື່ມວນຊົນລາວ.