ຣັດເຊຍ ຖືກຫ້າມລົງແຂ່ງກິລາທຸກລາຍການ 4 ປີ

- 750x422 857637 1575892432 - ຣັດເຊຍ ຖືກຫ້າມລົງແຂ່ງກິລາທຸກລາຍການ 4 ປີ
- kitchen vibe - ຣັດເຊຍ ຖືກຫ້າມລົງແຂ່ງກິລາທຸກລາຍການ 4 ປີ

     ວັນ​ທີ 9 ທັນວາ​ນີ້, ອົງການ​ຕໍ່ຕ້ານ​ການ​ໃຊ້​ສານ​ຕ້ອງ​ຫ້າມ​ໂລກ (ວາດາ) ປະກາດ​ລົງ​ໂທດ ຣັດ​ເຊຍ ຫ້າມ​ເຂົ້າຮ່ວມ​ແຂ່ງຂັນ​ມະຫະກຳ​ກິລາ​ໃຫຍ່​ທຸກ​ປະ​ເພດ​ທົ່ວ​ໂລກ​ເປັນ​ເວລາ 4 ປີ ​ເຊິ່ງລວມທັງ​ໂອ​ລິ​ມປິກ​ເກ​ມ 2020 ​ແລະ ​ເຕະບານ​ໂລກ 2022 ຫລັງ​ມີ​ບັນຫາ​ເລື່ອງ​ການ​ໃຊ້​ຢາ​ຂອງ​ນັກ​ກິລາ​.

     ຜົນ​ການ​ສອບ​ສວນ​ໃນ​ເດືອນ​ມັງກອນ​ຜ່ານ​ມາ ພົບ​ວ່າ: ອົງການ​ຕໍ່ຕ້ານ​ການ​ໃຊ້​ສານ​ຕ້ອງ​ຫ້າມ​ຂອງຣັດ​ເຊຍ​ຍັງ​ບໍ່​ໄດ້​ດຳ​ເນີນ​ການ​ແກ້​ໄຂ​ຂໍ້​ມູນ​ທາງ​ແລ໊ບຄື​ເກົ່າ, ຄະນະ​ກຳມະການ​ຂອງ​ວາດາ​ຈຶ່ງ​ມີ​ມະຕິ​ໃນ​ການ​ລົງ​ໂທດຣັດ​ເຊຍ​ດັ່ງກ່າວ ​ແຕ່​ຍັງ​ເປີດ​ໂອກາດ​ໃຫ້ຣັດ​ເຊຍ​ຍື່ນ​ອຸທອນ​ພາຍ​ໃນ 21 ວັນ​ຕໍ່​ຈາກ​ນີ້ ​ໂດຍ​ຈະ​ສົ່​ງ​ເລື່ອງ​ໄປ​ເຖິງ​ສານ​ອະນຸຍາ​ໂຕ​ຕຸລາການ​ກິລາ (CAS).

- Visit Laos Visit SALANA BOUTIQUE HOTEL - ຣັດເຊຍ ຖືກຫ້າມລົງແຂ່ງກິລາທຸກລາຍການ 4 ປີ
- Visit Laos Visit SALANA BOUTIQUE HOTEL - ຣັດເຊຍ ຖືກຫ້າມລົງແຂ່ງກິລາທຸກລາຍການ 4 ປີ

      ຄຳ​ສັ່ງ​ຫ້າມ​ດັ່ງກ່າວ ໝາຍ​ຄວາມ​ວ່າ: ​ໃນ​ມະຫະກຳ​ກິລາ​ຕ່າງໆ ຣັດ​ເຊຍ ຈະ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າຮ່ວມ, ​ແຕ່​ຍັງ​ມີ​ຂໍ້​ຍົກ​ເວັ້ນສຳລັບ​ຜູ້​ທີ່​ພິສູດ​ໄດ້​ວ່າ​ຕົນ​ເອງ​ໃນ​ສະອາດ​ແທ້ ຈະ​ລົງ​ແຂ່ງ​ພາຍ​ໃຕ້​ທຸງ​ທີ​ມອິດສະຫລະ​ແທນ.

     ດ້ານສະຫະພັນບານເຕະນາໆຊາດ ຫລື FIFA ຢືນຢັນໄດ້ຮັບໜັງສືສະເໜີຈາກ ວາດາ ແລ້ວ, ສ່ວນເລື່ອງສັ່ງຫ້າມຣັດເຊຍເຂົ້າຮ່ວມເຕະບານໂລກ 2022 ຫລື ບໍ່ ຍັງຕ້ອງພິຈາລະນາ ແລະ ຊີ້ແຈງກັນຕື່ມໃນຂອບເຂດທີ່ກ່ຽວພັນກັບກິລາບານເຕະ.

     ຂະນະທີ່ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ໃຫ້ທັດສະນະວ່າ: ການລົງໂທດຂອງ ວາດາ ຮຸນແຮງເກີນໄປ ຖ້າລົງໂທດຄວນລົງໂທດບຸກຄົນທີ່ກະທຳຜິດ ບໍ່ຄວນກວມລວມທັງປະເທດ ເຊິ່ງບໍ່ຍຸຕິທຳສຳລັບຄົນທີ່ບໍ່ມີສ່ວນກ່ຽວຂ້ອງ.

- 4 - ຣັດເຊຍ ຖືກຫ້າມລົງແຂ່ງກິລາທຸກລາຍການ 4 ປີ
- 5 - ຣັດເຊຍ ຖືກຫ້າມລົງແຂ່ງກິລາທຸກລາຍການ 4 ປີ
- 3 - ຣັດເຊຍ ຖືກຫ້າມລົງແຂ່ງກິລາທຸກລາຍການ 4 ປີ