ມາເລເຊຍ ພົບຜູ້ຕິດເຊື້ອໂປລີໂອຄັ້ງທຳອິດໃນຮອບ 27 ປີ


ເຈົ້າໜ້າທີ່ສາທາລະນະສຸກຂອງມາເລເຊຍພົບເດັກນ້ອຍເພດຊາຍບໍ່ສະບາຍດ້ວຍພະຍາດໂປລີໂອ ຖືເປັນຄັ້ງທຳອິດນັບແຕ່ປີ 1992 ທີ່ມີການກວດພົບຜູ້ຕິດເຊື້ອໄວຣັສດັ່ງກ່າວອີກ.
ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 9 ທັນວາວ່າ: ກະຊວງສາທາລະນະສຸກຂອງມາເລເຊຍອອກຖະແຫລງການໃນວັນທີ 9 ທັນວາ ເລື່ອງການພົບຜູ້ປ່ວຍຈາກເຊື້ອໄວຣັສໂປລີໂອ ຢູ່ລັດຊາບາ ເກາະບໍນຽວ ທາງຕາເວັນອອກຂອງປະເທດ ເປັນເດັກນ້ອຍເພດຊາຍອາຍຸພຽງ 3 ເດືອນ ເຂົ້າຮັບການປິ່ນປົວຢູ່ໂຮງໝໍທ້ອງຖິ່ນແຫ່ງໜຶ່ງ ຈາກອາການໄຂ້ສູງ ແລະ ກ້າມຊີ້ນອ່ອນແຮງ ໃນວັນທີ 6 ທັນວາ ເຖິງວ່າຕອນນີ້ອາການຢູ່ໃນຂັ້ນຊົງຕົວ ແຕ່ຍັງຕ້ອງຢູ່ພາຍໃຕ້ການກັກບໍລິເວນຕາມຂັ້ນຕອນ ເພື່ອປ້ອງກັນການແຜ່ກະຈາຍຂອງເຊື້ອ.
ທັງນີ້ ອົງການອະນາໄມໂລກ (WHO) ປະກາດໃຫ້ມາເລເຊຍເປັນປະເທດປອດພະຍາດໂປລີໂອ ໃນປີ 2000 ຫລື 8 ປີຫລັງລາຍງານການພົບຜູ້ປ່ວຍຄົນຫລ້າສຸດໃນປີ 1992 ແລະ ຫລັງຈາກນັ້ນ ລັດຖະບານເພີ່ມຄວາມຈິງຈັງໃນການດຳເນີນງານປ້ອງກັນພະຍາດດັ່ງກ່າວ. ຂະນະທີ່ຫລັງມີການຢືນຢັນການກັບມາພົບເຊື້ອອີກ ເຊິ່ງຜົນກວດທາງວິທະຍາສາດລະບຸວ່າ: ເປັນສາຍພັນດຽວກັບທີ່ມີການແຜ່ລະບາດຢູ່ຟີລິບປິນ, ເຈົ້າໜ້າທີ່ສາທາລະນະສຸກເລີ່ມລົງພື້ນທີ່ແຈກຢາຍວັກແຊງປ້ອງກັນພະຍາດໂປລີໂອໃຫ້ແກ່ປະຊາຊົນຢູ່ເກາະບໍນຽວກ່ອນ ໂດຍເລີ່ມຈາກບ້ານເຊິ່ງເປັນທີ່ຢູ່ຂອງຄອບຄົວຜູ້ປ່ວຍ ເຊິ່ງມີລາຍງານອີກວ່າ: ມີປະຊາກອນເດັກນ້ອຍທັງໝົດ 199 ຄົນ ອາຍຸລະຫວ່າງ 2 ເດືອນເຖິງ 15 ປີ ແຕ່ຍັງມີ 23 ຄົນບໍ່ເຄີຍໄດ້ຮັບວັກແຊງປ້ອງກັນພະຍາດໂປລີໂອມາກ່ອນ.