ວິທີປ້ອງກັນ ແລະ ກຳຈັດແມງໄມ້ສັດຕູພືດຂອງສາລີ
- ບົ້ງເຈາະລຳຕົ້ນສາລີ (Corm borer: Ostrinia fumacalis Guenee)
ເປັນແມງໄມ້ສັດຕູພືດທີ່ສຳຄັນຊະນິດໜຶ່ງຂອງສາລີ ໂດຍສະເພາະໃນສວນທີ່ມີການປູກ ສາລີມາດົນຫລືໃນແຫລ່ງທີ່ມີການໃຊ້ສານເຄມີຂ້າແມງໄມ້ຫລາຍ. ເພາະຈະໄດ້ທຳລາຍແມງໄມ້ ສັດຕູທຳມະຊາດເຊ່ັນ: ແຕນບຽນໄຂ່ ເຊິ່ງເປັນໂຕຄອຍຄວບຄຸມປະຊາກອນບົ້ງເຈາະລຳຕົ້ນ ໄດ້ດີ ສ້າງຄວາມເສຍຫາຍໂດຍການເຈາະເຂົ້າໄປໃນລຳຕົ້ນຂອງສາລີເຮັດໃຫ້ຕົ້ນສາລີຫັກ, ລົ້ມງ່າຍເມື່ອຖືກລົມແຮງ. ນອກຈາກນັ້ນ ຍັງເຈາະທຳລາຍຝັກສາລີອີກດ້ວຍ ເຊິ່ງມັນເຈາະ ກິນຢູ່ກ້ານຝັກ ຫລື ໂຄນຝັກ. ຫາກມີການລະບາດຮຸນແຮງຈະເຈາະກິນຢູ່ໃນຝັກເລີຍສາມາດ ເຂົ້າໄປທຳລາຍໃນຊ່ວງການຈະເລີນເຕີບໂຕຂອງລຳຕົ້ນ, ໄລຍະອອກດອກ ແລະ ອອກເມັດ ໂດຍທີ່ບົ້ງຈະເຈາະກິນໃນສ່ວນຂອງຍອດ, ເຈາະກິນພາຍໃນຊໍ່ດອກ ແລະ ເຈາະເຂົ້າໄປທຳ ລາຍພານໃຍລຳຕົ້ນ. ບົ້ງທີ່ຟັກອອກຈາກໄຂ່ໄລຍະທຳອິດຈະກັດກິນໃບທີ່ມ້ວນຢູ່.
ແຕ່ຖ້າລະບາດໄລຍະທີ່ສາລີກຳລັງອອກເກສອນເພດຜູ້ຈະອາໄສກິນຢູ່ທີ່ຊໍ່ດອກເກສອນຜູ້ ຕໍ່ ມາຈຶ່ງເຈາະເຂົ້າລຳຕົ້ນດ້ານບໍລິເວນກ້ານໃບເໜືອຂໍ້ໃບ ແລະ ໂຄນຝັກ. ການທຳລາຍຂອງ ບົ້ງເຈາະລຳຕົ້ນຈະກັດກິນເປັນຮູເລີຍຂຶ້ນໄປດ້ານເທີງ ແຕ່ຖ້າໃນແຫລ່ງທີ່ມີການລະບາດຫລາຍຈະເຈາະກິນຝັກດ້ວຍ. ໃນສະພາບພື້ນທີ່ທີ່ມີການເຈາະທຳລາຍໂດຍສະເລ່ຍ 3-6 ຮູ/ຕົ້ນ, ຈະເຮັດໃຫ້ຜົນຜະລິດຫລຸດລົງຮ້ອຍລະ 10-40. ນອກນີ້ຍັງພົບວ່າການປູກສາລີໃນທ້າຍລະດູຝົນຈະມີ ການລະບາດຂອງແມງໄມ້ສັດຕູພືດດັ່ງກ່າວຫລາຍກວ່າຊ່ວງຕົ້ນລະດູຝົນ.
ຮູບຮ່າງລັກສະນະ.
ໃຫຍ່ເຕັມໄວເປັນແມງກະເບື້ອກາງຄືນໂຕບົ້ງເຈາະເຂົ້າໄປທຳລາຍພາຍໃນລຳຕົ້ນ, ແມ່ແມງ ກະເບື້ອວາງໄຂ່ເປັນກຸ່ມຊ້ອນກັນຄືເກັດປາສີຂາວນຸ່ມຢູ່ກ້ອງໃບສາລີຕັ້ງແຕ່ສາລີອາຍຸປະມານ 30 ວັນຈົນຮອດໄລຍະອອກດອກໄຂ່ຟັກເປັນໂຕພາຍໃນ 3-4 ວັນ ຖ້າມີໜອນລະບາດໄລຍະທີ່ ສາລີອາຍຸປະມານ 30-45 ວັນ ໜອນຂະໜາດໃຫຍ່ເຕັມທີ່ຍາວປະມານ 20 ມິນລີແມັດ, ໂຕມີສີຂາວນວນອົມສີບົວ ແລະ ມີຈຸດຕາມໂຕ, ໄລຍະຕໍ່ມາຈະເຂົ້າດັກແດ້ພາຍໃນລຳຕົ້ນໄລຍະຂອງການເປັນໂຕບົ້ງ 15-21 ວັນ, ດັກແດ້ເປັນສີນ້ຳຕານອ່ອນ ແລະ ສີຈະເຂັ້ມຂຶ້ນເລື້ອຍໆ ຈົນເປັນສີນ້ຳຕານໄໝ້ເກືອບດຳ ແຕ່ທາງດ້ານທ້ອງມີສີຈາງກວ່າຮອຍບປິກ, ໜວດ ແລະ ຕາເຫັນໄດ້ຊັດເຈນ. ຕາມປົກກະຕິດັກແດ້ຈະມີໄຍຂາວຫຸ້ມຢູ່ຮອບໆ ໃຫຍ່ໄລຍະທີ່ດັກແດ້ອອກເປັນ ແມງກະເບື້ອປະມານ 5-7 ວັນ ຫລື ໃຫຍ່ເຕັມໄວ ເຊິ່ງຈະມີອາຍຸປະມານ 7-14 ວັນ, ໂຕເຕັມໄວໂຕແມ່ປິກຄູ່ທຳອິດມີສີເຫລືອງອ່ອນມີລາຍເສັ້ນເປັນຢັກໆ ສີນ້ຳຕານພາດຂວາງຢູ່ປາຍປີກ, ກາງປີກຈະມີສີນ້ຳຕານ 2 ຈຸດຢູ່ໃກ້ໆກັນ, ປີກຄູ່ຫລັງພື້ນສີເຫລືອງເຂັ້ມກວ່າຄູ່ທຳອິດເລັກນ້ອຍລຳໂຕດ້ານເທີງສີນ້ຳຕານອ່ອນທາງດ້ານທ້ອງມີສີນວນ ແລະ ໂຕຍ່າວປະມານ 1,45 ຊມ, ໂຕຜູ້ມີສີເຂັ້ມກວ່າໂຕແມ່ເລັກນ້ອຍ ແລະ ໂຕຍາວປະມານ 1,35 ຊມ.

ການປ້ອງກັນກຳຈັດ.
ໃນທຳມະຊາດແມງໄມ້ດ້ວຍກັນ ທີ່ຄອຍທຳລາຍບົ້ງເຈາະລຳຕົ້ນສາລີໃຫ້ມີປະລິມານໜ້ອຍ ລົງແມງໄມ້ທີ່ມີປະໂຫຍດເຫລົ່ານີ້ໄດ້ແກ່: ແຕນບຽນໃນວົງຕະກູນໄທຣໂຄຣແກຣມມາແມງຫາງໜີບ (Proreus simulans stallen) ແມງຊ້າງ (Chrysopabasalis walker)Ant hicus ruficollis sand ແລະ Formicous braminus La ferte-senectere (ແມງປິກແຂງໃນວົງຕະກູນ Anthicidae) ແລະ ແມງມູນ Cyckisa sp.
ແມງຫາງໜີບ.
ບົ້ງເຈາະລຳຕົ້ນສາລີຖ້າບໍ່ລະບາດຮຸນແຮງແທ້ໆ ກໍບໍ່ຈຳເປັນຕ້ອງໃຊ້ສານເຄມີໃນການຈຳກັດເນື່ອງຈາກຄວາມເສຍຫາຍທີ່ເກີດຂຶ້ນນັ້ນມັກຈະເກີດຢູ່ທີ່ປາຍຝັກສາລີ ຫລື ສ່ວນຂອງລຳຕົ້ນ ໂດຍສະເພາະຫາກການລະບາດເກີດຫລັງຈາກໄລຍະຕິດເມັດຮຽບຮ້ອຍແລ້ວ ເຊິ່ງບໍ່ມີຜົນກະ ທົບຕໍ່ຜົນຜະລິດຫລາຍ. ໃນກໍລະນີທີ່ສັງເກດເຫັນວ່າມີການລະບາດຫລາຍພໍສົມຄວນ ແລະ ມີໂອກາດເກີດຄວາມເສຍຫາຍກໍອາດປ້ອງກັນຄວາມເສຍຫາຍທີ່ເກີດຂຶ້ນໂດຍມີການປ້ອງກັນ ກຳຈັດ 2 ວິທີຄື:
- ເລືອກແນວພັນສາລີທີ່ຂ້ອນຂ້າງຕ້ານທານຕໍ່ບົ້ງເຈາະລຳຕົ້ນເຊ່ັນ: ພັນສຸວັນ 1 ຫລື ພັນສຸວັນ 2.
- ໂດຍທົ່ວໄປໃນສະພາບທຳມະຊາດແມງໄມ້ສັດຕູທຳມະຊາດທີ່ຄອຍທຳລາຍບົ້ງເຈາະລຳ ຕົ້ນສາລີໃຫ້ມີປະລິມານຫລຸດລົງແລ້ວ ບໍ່ຈຳເປັນຕ້ອງໃຊ້ສານເຄມີໃນການປ້ອງກັນກຳຈັດ. ນອກຈາກໃນພື້ນທີ ຫລື ບາງລະດູການທີ່ມີການລະບາດຮຸນແຮງແທ້ໆ ທີ່ມີຜົນ ກະທົບຕໍ່ຜົນກະທົບສາລີໄດ້ໂດຍອາໄສຫລັກການສຳຫລວດກຸ່ມໄຂ່ຢູ່ສະເໝີໂດຍແມງກະ ເບື້ອຈະເລີ່ມວາງໄຂ່ຢູ່ກ້ອງໃບສາລີຕັ້ງແຕ່ອາຍຸສາລີປະມານ 21 ວັນ ເປັນຕົ້ນໄປເມື່ອພົບ ເຫັນກຸ່ມໄຂ່ປະມານ 15 ກຸ່ມຕໍ່ 100 ຕົ້ນ ຫລື ອາຍຸສາລີປະມານ 30-40 ວັນ. ເມື່ອພົບຮູທຳລາຍລຳຕົ້ນ 2 ຮູຕໍ່ຕົ້ນ ຫລື ບົ້ງ 2 ໂຕຕໍ່ຕົ້ນຈິ່ງເລີ່ມໃຊ້ສານຂ້າແມງໄມ້ຊ່ວຍປ້ອງການ ກຳຈັດເພາະເມື່ອເຫັນບົ້ງເຂົ້າທຳລາຍພາຍໃນລຳຕົ້ນແລ້ວ ຈະບໍ່ມີປະໂຫຍດໃນການໃຊ້ ສານຂ້າແມງໄມ້ໄປກຳຈັດໂດຍອາດໃຊ້ສານຂ້າແມງໄມ້ຊະນິດໃດໜຶ່ງໄດ້ແກ່: triflumuron (Alsystin 25% WP) ໃນອັດຕາ 30 ກຣາມ ຫລື teflubenzuron (Z-killer 5% EC) ໃນອັດຕາ 20 ມິນລີລິດ ຫລື chlorfluazuron (Atabron 5% EC) ໃນອັດຕາ 20 ມິນລີລິດ ຫລື deltamethrin (Decis 3% EC) ໃນອັດຕາ 10 ມິນລີລິດ ຫລື cyperme-thrin (Ripcord 15% EC) ໃນອັດຕາ 8 ມິນລີລິດ/ນ້ຳ 20 ລິດ./.

(ທ່ານ ສາມາດຕິດຕາມອ່ານບົດກະສິກຳນີ້ໄດ້ທຸກໆ ວັນຈັນ, ພຸດ, ສຸກ)








