ສາທາ ນະຄອນຫຼວງເຕືອນປະຊາຊົນເອົາໃຈໃສ່ຮັກສາສຸຂະພາບໃນໄລຍະອາກາດໜາວເຢັນ
December 11, 2019 - 11:37 AM
ພະແນກສາທານະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ປັດຈຸບັນຢູ່ປະເທດເຮົາມີອາກາດໜາວເຢັນ, ເຊິ່ງອາດເຮັດໃຫ້ເກີດພະຍາດຕ່າງໆໄດ້ງ່າຍເຊັ່ນ: ພະຍາດລະບົບທາງເດີນຫາຍໃຈ, ໄຂ້ຫວັດ, ປອດອັກເສບ ແລະ ອື່ນໆ. ສະນັ້ນ ຈຶ່ງໄດ້ເຕືອນໃຫ້ປະຊາຊົນເອົາໃຈໃສ່ຮັກສາສຸຂະພາບ, ແລະ ເບິ່ງແຍງດູແລລູກຫຼານຂອງຕົນໃຫ້ດີ ໂດຍການນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ ແລະ ເມື່ອມີອາການຜິດປົກກະຕິ ຄວນໄປພົບແພດໝໍຢ່າງຮີບດ່ວນ ເພື່ອຮັບການຮັກສາໃຫ້ຖືກວິທີ ແລະ ມີຄຸນນະພາບ.
ພະແນກສາທານະຄອນຫຼວງໃຫ້ຮູ້ວ່າ: ໃນໄລຍະນີ້ໄດ້ມີຄົນເຈັບອັກເສບລະບົບຫາຍໃຈ ທີ່ເກີດຈາກອາກາດໜາວເຢັນ. ສ່ວນຫຼາຍຈະເກີດກັບເດັກນ້ອຍ, ເດັກຈະມີອາການໄຂ້, ໄອ, ມີນໍ້າມູກ, ໂດຍຈະໄອທັງກາງເວັນ ແລະ ກາງຄືນ. ສະນັ້ນ, ຜູ້ປົກຄອງຄວນໝັ່ນຕິດຕາມອາການຂອງລູກຫຼານຖ້າມີອາການໄອຫລາຍ ຫລື ໄອຕິດຕໍ່ກັນເປັນເວລາດົນ ຕ້ອງພາໄປພົບແພດເພື່ອຮັບການຮັກສາຢ່າງເໝາະສົມ ແລະ ຖືກວິທີ.










