ນາໂປລີ ປົດຟ້າຜ່າ ອັນເຊລ໊ອດຕິ ຫລັງພາທີມຖະຫລົ່ມ ເກງ 4-0
ນາໂປລີ ປະກາດປົດ ອັນເຊລ໊ອດຕິ ຫລັງພາທີມເຂົ້າຮອບນ໊ອກເອົາ ຢູຟາ ແຊມປ້ຽນລີກ ບໍ່ເທົ່າໃດຊົ່ວໂມງ.
ນາໂປລີ ເປີດບ້ານພົບກັບ ເກງ ເຈົ້າບ້ານໄລ່ຖະຫລົ່ມ ເກງ ໄປ 4-0 ຈາກ ອາຣ໌ຄາດິອຸສ ມິລິກ ຍິງຄົນດຽວ 2 ລູກ ກັບອີກ 1 ຈຸດໂທດໃນນາທີ 3, 26 ແລະ 38 ສ່ວນເຄິ່ງຫລັງໄດ້ອີກໜຶ່ງຈຸດໂທດຈາກ ດຣີ ເມີ ໃນນາທີ 75 ສົ່ງຜົນໃຫ້ ນາໂປລີ ເຂົ້າຮອບ 16 ທີມ ໃນຖານະອັນດັບທີ 2 ຂອງກຸ່ມ.
ຫລັງ ຄາຣ໌ໂລ ອັນເຊລ໊ອດຕິ ຖືກນັກຂ່າວຖາມເຖິງບັນຫາກຽມເຂົ້າພົບກັບ ປະທານສະໂມສອນ ເຊິ່ງລາວຕອບວ່າ: ຈະມີການເຂົ້າໄປໂອ້ລົມເຖິງສະຖານະການທີ່ເປັນຢູ່ ແລະ ຈະມີການຕັດສິນໃຈຮ່ວມກັນອີກເທື່ອໜຶ່ງ ເຊິ່ງລາວຫວັງວ່າ: ຈະໄດ້ຢູ່ກັບນາໂປລີຕໍ່ໄປໃນນັດໜ້າ.
ທັງນີ້ແຕ່ປາກົດວ່າ: ຫລັງຈາກການໃຫ້ສຳພາດຫລັງເກມປະມານ 3 ຊົ່ວໂມງຕໍ່ມາ ກໍມີການປະກາດປົດ ອັນເຊລ໊ອດຕິ ອອກມາ, ຄາດຄະເນວ່າ: ເຈນນາໂຣ ກັດຕູໂຊ່ ອະດີດຜູ້ຈັດການທີມເອຊີ ມິລານ ຈະເຂົ້າມາຮັບຕຳແໜ່ງຜູ້ຈັດການທີມຄົນໃໝ່ຂອງນາໂປລີ ແລະ ອາດຈະມີການແຕ່ງຕັ້ງພາຍໃນວັນນີ້.