ນະຄອນຫລວງວຽງຈັນ ຈະອອກໃບຕາດິນໃຫ້ໄດ້ 10.400 ຕອນ ໃນເດືອນທັນວານີ້
ພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ ນະຄອນຫລວງວຽງຈັນ, ຈະສູ້ຊົນດຳເນີນການສຳຫລວດພິສູດຫລັກຖານ ອອກໃບຕາດິນໃນ ທົ່ວນະຄອນຫລວງວຽງຈັນ ໃຫ້ໄດ້ 10.400 ຕອນ ເພື່ອສູ້ຊົນເກັບກຳສຳມະໂນທີ່ດິນ 9 ຕົວເມືອງ ເຂົ້າໃນລະບົບຖານຂໍ້ມູນໃຫ້ໄດ້ຕາມແຜນ ທີ່ສະພາປະຊາຊົນນະຄອນຫລວງວຽງຈັນ ຮັບຮອງ 80 ພັນຕອນ, ຄາດວ່າຈະໃຫ້ສຳເລັດໃນເດືອນທັນວານີ້.
ຫົວໜ້າພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມໃຫ້ຮູ້ຕື່ມວ່າ: ໃນໄລຍະ 11 ເດືອນຜ່ານມາ ພະແນກ ການຂອງຕົນໄດ້ເລັງໃສ່ປັບປຸງລະບົບການຈັດຕັ້ງຮອດ ຂັ້ນເມືອງ ສຳເລັດແລ້ວ 100%. ປັດຈຸບັນ ພວມເລັ່ງ ປັບປຸງຂອດອາສາສະໝັກດັ່ງກ່າວ, ເຊິ່ງ ປັດຈຸບັນ ມີອາສາສະໝັກທີ່ເຮັດວຽກຢູ່ ພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ ທົ່ວນະຄອນຫລວງວຽງຈັນທັງໝົດ 130 ກວ່າຄົນ.
ພະແນກການດັ່ງກ່າວໃຫ້ຮູ້ຕື່ມວ່າ: ສຳລັບວຽກງານ ສຳຫລວດຂໍ້ມູນພື້ນຖານໃຫ້ແກ່ການຊົດເຊີຍທີ່ດິນ ຜູ້ທີ່ຖືກຜົນກະທົບຂອງໂຄງການທາງດ່ວນວຽງຈັນ ແມ່ນໄດ້ມອບ ຄ່າຊົດເຊີຍແລ້ວ 2 ຄັ້ງ ມີທັງໝົດ 90 ກວ່າຕອນດິນຕົກເປັນ ມູນຄ່າການຊົດເຊີຍ 40 ຕື້ກວ່າກີບ ແລະ ຍັງຈະໄດ້ສືບຕໍ່ສຳຫລວດ ເພື່ອສືບຕໍ່ໃຫ້ການຊົດເຊີຍດິນ ໃຫ້ສຳເລັດພາໃນເດືອນທັນວານີ້./.