ຢູ່ຮົງກາລີ ຂີ້ດິນບໍ່ໄດ້ຊື້-ຂາຍ ງ່າຍໆ

- 4545 - ຢູ່ຮົງກາລີ ຂີ້ດິນບໍ່ໄດ້ຊື້-ຂາຍ ງ່າຍໆ
- kitchen vibe - ຢູ່ຮົງກາລີ ຂີ້ດິນບໍ່ໄດ້ຊື້-ຂາຍ ງ່າຍໆ

ໂດຍ: ມຶກບໍ່ແຫ້ງ

ການຄຸ້ມຄອງນໍາໃຊ້ທີ່ດິນ ແມ່ນບັນຫາສຳຄັນຂອງຫຼາຍປະເທດ ຮວມທັງປະເທດເຮົາ, ການຄຸ້ມຄອງທີ່ດິນມີບັນຫາຫຼາຍຢ່າງທີ່ພວກເຮົາ ຄວນຮຽນຮູ້ຈາກຫຼາຍປະເທດດັ່ງຮົງກາລີ.

- Visit Laos Visit SALANA BOUTIQUE HOTEL - ຢູ່ຮົງກາລີ ຂີ້ດິນບໍ່ໄດ້ຊື້-ຂາຍ ງ່າຍໆ
- Visit Laos Visit SALANA BOUTIQUE HOTEL - ຢູ່ຮົງກາລີ ຂີ້ດິນບໍ່ໄດ້ຊື້-ຂາຍ ງ່າຍໆ

ການມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວຂອງຄະນະຜູ້ແທນປະເທດ ຮົງກາລີ ເມື່ອຕົ້ນປີນີ້ (20-23 ມັງກອນ 2019) ນັ້ນ ໄດ້ແລກປ່ຽນ ບົດຮຽນອັນລໍ້າຄ່າຕໍ່ລັດຖະບານພວກເຮົາຫຼາຍປະການ ໂດຍສະເພາະວຽກ ງານການຄຸ້ມທີ່ດິນກະສິກຳ.

ໃນລະຫວ່າງການມາເຮັດວຽກດັ່ງກ່າວ, ທ່ານ ອິສທວານ ຈາຄັບ (Istvan Jakab) ຮອງປະທານສະພາແຫ່ງຊາດ ຂອງ ປະເທດ ຮົງກາລີ ໄດ້ປາຖະກະຖາໃນຫົວຂໍ້ “ນະໂຍບາຍທີ່ດິນ ແລະ ນະໂຍບາຍການສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງໃນຂົງເຂດກະສິກຳ ເຊິ່ງພິທີດັ່ງກ່າວ ກໍໄດ້ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນປອນ ບຸດຕະນະວົງ ກຳມະການສູນ ກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມຄະນະຜູ້ແທນສອງຝ່າຍເຂົ້າ ຮ່ວມ.

ທ່ານ ອິສທວານ ກ່າງບາງຕອນວ່າ “ຢູ່ປະເທດຮົງກະລີ ນັ້ນ ບັນດາບໍລິສັດ ແລະ ນິຕິບຸກຄົນ ບໍ່ສາມາດຊື້ທີ່ດິນເປັນກຳມະສິດໄດ້, ດິນກະສິກຳບໍ່ສາມາດຂາຍໄດ້…” ທ່ານກ່າວຕື່ມວ່າ “ຢ່າງໜ້ອຍຊາວກະສິ ກອນຕ້ອງໄດ້ນຳໃຊ້ທີ່ດິນເຂົ້າໃນການຜະລິດກະສິກຳປູກຝັງ ຫຼື ລ້ຽງສັດ ແລະ ເສຍອາກອນຢ່າງໜ້ອຍ 3 ປີ ຈຶ່ງສາມາດຊື້ທີ່ດິນໄດ້ແຕ່ການຊື້ທີ່ ດິນນັ້ນ ຕ້ອງຜ່ານທະນາຍຄວາມ ຫຼື ຂະບວນການສ້າງກົດໝາຍຄັກແນ່”

ການຄຸ້ມຄອງທີ່ດິນໃນຮູບແບບດັ່ງກ່າວອາດຊ່ວຍໃຫ້ຈຳກັດການ ກອບ ໂກຍທີ່ດິນຂອງບັນດາບໍລິສັດ ແລະ ນິຕິບຸກຄົນທັງຍັງຮັກສາ ທີ່ດິນກະສິກຳ ໄວ້ໄດ້, ຊ່ວຍຮັບປະກັນໃນການຫຼຸດຜ່ອນການສໍ້ໂກງໃນຂະ ບວນການ ການໂອນກຳມະສິດທີ່ດິນຕື່ມອີກ.

ພ້ອມນັ້ນ ຢູ່ປະເທດຮົງກາລີບັນດາຊາວກະສິກອນອິນຊີຈະໄດ້ຮັບ ບູລິມະສິດ ເພາະວ່າເຂົາເຈົ້າ ໄດ້ເຂົ້າຮ່ວມໃນການຜະລິດອາຫານທີ່ປອດໄພ ເຊິ່ງໄດ້ມີການຄຸ້ມຄອງຕິດຕາມກ່ຽວກັບການນຳໃຊ້ຜະລິດຕະພັນອິນຊີ ຢ່າງຈິງຈັງ, ອາດເວົ້າໄດ້ວ່າຢູ່ຮົງກະລີນັ້ນແມ່ນເພິ່ນປົກປ້ອງທີ່ດິນ ເພື່ອສະຫງວນໄວ້ໃຫ້ແກ່ວຽກງານກະສິກຳຢ່າງຈິງຈັງແທ້.

ຍ້ອນປະເທດຮົງກະລີມີທີດິນຮາບພຽງ, ກວ້າງຂວາງ, ສະພາບອາກາດດີ ແລະ ທີ່ດິນໄດ້ຮັບການຄຸ້ງຄອງນຳໃຊ້ທີ່ດີຈຶ່ງເຮັດໃຫ້ມູນຄ່າການ ສົ່ງອອກ ຂອງຜະລິດຕະພັນກະສິກຳມີມູນຄ່າສູງເຖິງ 9 ຕື້ ໂດລາ ຕໍ່ປີ ໃນຂະນະການນຳເຂົ້າມີພຽງ 5 ຕື້ໂດລາ.

ເພາະສະນັ້ນ ມັນຍັງບໍ່ຊ້າເກີນໄປສຳລັບ ສປປລາວ ທີ່ຈະເຮັດແນວ ໃດ ໃຫ້ຜືນແຜ່ນດິນ ໂດຍສະເພາະດິນກະສິກຳພວກເຮົາແຕ່ເໜືອຮອດໃຕ້ ໄດ້ຮັບການຄຸ້ມນຳໃຊ້ທີ່ຍືນຍົງ, ປາສະຈາກສານເຄມີຮ້າຍແຮງ ໂດຍສະ ເພາະ ເມື່ອຕົກໃນກຳມືຂອງບັນດານາຍທຶນບໍ່ວ່າພາຍໃນ ຫຼື ຕ່າງປະເທດ ເຊິ່ງອາດເຮັດໃຫ້ທີ່ດິນທີ່ອຸດົມສົມບູນ ຂອງລາວຈະເສື່ອມໂຊມລົງໄປ ເລື້ອຍໆ.

ພ້ອມນັ້ນ, ຂະບວນການ ໂອນກຳມະສິດທີ່ດິນ, ການສຳປະທານທີ່ດິນ ກໍຄວນໄດ້ຮັບການພິຈາລະນາຄືນເພື່ອຮັບປະກັນວ່າທີ່ດິນກະສິກຳພວກ ເຮົາ ບໍ່ຕົກໃນກຳມື ຫຼື ການກອບໂກຍຂອງບັນດາບໍລິສັດ ຫຼື ນິຕິບຸກຄົນ ໄດ້ງ່າຍໆ.

- 4 - ຢູ່ຮົງກາລີ ຂີ້ດິນບໍ່ໄດ້ຊື້-ຂາຍ ງ່າຍໆ
- 3 - ຢູ່ຮົງກາລີ ຂີ້ດິນບໍ່ໄດ້ຊື້-ຂາຍ ງ່າຍໆ
- 5 - ຢູ່ຮົງກາລີ ຂີ້ດິນບໍ່ໄດ້ຊື້-ຂາຍ ງ່າຍໆ