ເມັກຊິກຂຶ້ນຄ່າຈ້າງຂັ້ນຕໍ່າຕໍ່ວັນອີກ 20% ຜູ້ຊ່ຽວຊານກັງວົນເກີດສະພາບເງິນເຟີ້
ລັດຖະບານເມັກຊິກຕົກລົງຂຶ້ນຄ່າຈ້າງຂັ້ນຕໍ່າຕໍ່ວັນອີກ 20% ເຊິ່ງຖືເປັນການປັບຂຶ້ນຄັ້ງທີ 2 ໂດຍຄ່າຈ້າງຂັ້ນຕໍ່າຕໍ່ວັນໃໝ່ ເຊິ່ງຈະເລີ່ມໃຊ້ນັບແຕ່ວັນທີ 1 ມັງກອນ 2020 ເປັນຕົ້ນໄປ ຈະຢູ່ວັນລະ 123,22 ເປໂຊ.
ປະທານາທິບໍດີ ອັນເດສ ມານູເອລ ໂລເປຊ ໂອບຣາດໍ ເຊິ່ງເຂົ້າຮັບຕຳແໜ່ງໃນເດືອນທັນວາປີຜ່ານມາ ໄດ້ປະກາດໄວ້ວ່າຈະຫລຸດຊ່ອງຫວ່າງ ລະຫວ່າງຄົນລວຍກັບຄົນທຸກຢູ່ເມັກຊິກ ເຊິ່ງປະຊາກອນເກືອບເຄິ່ງປະເທດຢູ່ໃນສະພາບທຸກຍາກ ເພາະແຮງງານເກືອບ 11 ລ້ານຄົນໄດ້ຄ່າຈ້າງເທົ່າກັບຄ່າຈ້າງຂັ້ນຕໍ່າ ແລະ ເດືອນຜ່ານມາ ເມັກຊິກຫາກໍຂຶ້ນຄ່າຈ້າງຂັ້ນຕໍ່າຕໍ່ວັນ 16%. ຂະນະທີ່ ອັດຕາເງິນເຟີ້ທົ່ວໄປໃນປັດຈຸບັນບັນລຸ 2,97 ແລະ ອັດຕາເງິນເຟີ້ພື້ນຖານບັນລຸ 3,65.
ສ່ວນທະນາຄານກາງເມັກຊິກຍັງບໍ່ສະແດງທ່າທີຕໍ່ການປະກາດຂຶ້ນຄ່າຈ້າງຂັ້ນຕໍ່າຕໍ່ວັນໃນຄັ້ງນີ້, ແຕ່ຜູ້ຊ່ຽວຊານ ລະບຸວ່າ: ການຂຶ້ນຄ່າຈ້າງອີກ ຖືເປັນສິ່ງທ້າທາຍສຳຄັນຂອງທະນາຄານກາງ ແລະ ອາດຈະເຮັດໃຫ້ທະນາຄານກາງຕ້ອງຫລຸດອັດຕາດອກເບ້ຍລົງ ເພື່ອຄວບຄຸມອັດຕາເງິນເຟີ້ພື້ນຖານໃຫ້ຢູ່ໃນສະພາບສົມດູນ.