SCG ມອບ 160 ທຶນສຶກສາລະດັບມັດທະຍົມ ແລະ ປະລິນຍາຕີ ໃຫ້ນັກຮຽນດ້ອຍໂອກາດໃນນະຄອນຫລວງວຽງຈັນ


ພິທີມອບ-ຮັບທຶນການສຶກສາລະດັບມັດທະຍົມ ແລະ ປະລິນຍາຕີຂອງ SCG ຈໍານວນ 160 ທຶນໃຫ້ນັກຮຽນດ້ອຍໂອກາດໃນນະຄອນຫລວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້ ຢູ່ນະຄອນຫລວງວຽງຈັນ, ໂດຍມີຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ຜູ້ບໍລິຫານບໍລິສັດ ແລະ ນ້ອງນັກຮຽນ-ນັກສຶກສາທີ່ໄດ້ຮັບທຶນເຂົ້າຮ່ວມຢ່າງພ້ອມພຽງ.


ທ່ານ ວິໂຣດ ຣັດຕະນະໄຊສິດ ຫົວໜ້າຝ່າຍຈໍາໜ່າຍ ແລະ ທຸລະກິດ ບໍລິສັດ ເອັດສຊີຈີ ກ່າວວ່າ: “ພວກເຮົາເຊື່ອໝັ້ນວ່າປະເທດຊາດຈະເຂັ້ມແຂງໄດ້ກໍຕ້ອງເລີ່ມຈາກ ‘ຄົນ’ ທີ່ມີຄຸນນະພາບ, ມີຄວາມຮູ້ຄວາມສາມາດ ແລະ ເປັນຄົນດີ, ກະຕັນຍູຕໍ່ຄອບຄົວ ແລະ ຕໍ່ສັງຄົມ. ເອັດສຊີຈີ ຈຶ່ງໄດ້ສ້າງໂຄງການສະໜັບສະໜູນທຶນການສຶກສານີ້ຂຶ້ນ ແລະ ປີນີ້ເປັນປີທີ 8 ທີ່ພວກເຮົາໄດ້ມອບທຶນການສຶກສາໃຫ້ນັກຮຽນທີ່ທຸກຍາກ ແລະ ດ້ອຍໂອກາດຢູ່ລາວຄື:ນະຄອນຫລວງວຽງຈັນຈຳນວນ 160 ທຶນ ແລະ ແຂວງຄຳມ່ວນຈຳນວນ 140 ທຶນ ແລະ ຍັງມີທຶນການສຶກສາລະດັບປະລິນຍາຕີເພີ່ມອີກຈໍານວນ 10 ທຶນເຊິ່ງທຶນດັ່ງກ່າວຈະເນັ້ນໃສ່ສະໜັບສະໜູນນັກສຶກສາທີ່ມີຄວາມໄຝ່ຝັນໃນການສຶກສາ ແລະ ປະກອບອາຊີບ ເພື່ອເປັນກໍາລັງສໍາຄັນໃນການພັດທະນາປະເທດຊາດໃນອະນາຄົດ.


ໃນໂອກາດນີ້, ທ່ານຮັກສາການຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວສະແດງຄວາມຂອບໃຈຕໍ່ບໍລິສັດ ເອັດສຊີຈີ ທີ່ມີໂຄງການດີໆແບບນີ້ໃນ ສປປ ລາວ ແລະ ຂໍຂອບໃຈຜູ້ອໍານວຍການໂຮງຮຽນ, ຄູ-ອາຈານ ທີ່ເອົາໃຈໃສ່ປະຕິບັດໜ້າທີ່ພັດທະນາການສຶກສາມີຄຸນນະພາບຕາມນະໂຍບາຍຂອງພັກ-ລັດຖະບານວາງໄວ້ ແລະ ຮຽກຮ້ອງໃຫ້ນັກຮຽນ-ນັກສຶກສາທີ່ໄດ້ຮັບທຶນ ຈົ່ງມີຄວາມມຸ່ງໝັ້ນຕັ້ງໃຈຮໍ່າຮຽນ ແລະ ຝຶກຝົນຫລໍ່ຫລອມຕົນເອງໃຫ້ເປັນນັກຮຽນເກັ່ງຂອງຄູອາຈານ, ເປັນລູກທີ່ດີຂອງພໍ່ແມ່ ຫລື ຄອບຄົວ ແລະ ເປັນຄົນທີ່ດີຂອງສັງຄົມຕະຫລອດໄປ.
ໃນໄລຍະຜ່ານມາ, ເອັດສຊີຈີ ມຸ້ງໜ້າສ້າງໂຄງການຕ່າງໆເພື່ອພັດທະນາບຸກຄະລາກອນຂອງປະເທດຜ່ານການສົ່ງເສີມດ້ານການສຶກສາ ເຊິ່ງເປັນທີ່ມາຂອງໂຄງການທຶນການສຶກສາ SCG Sharing the Dream ໃນພາກພື້ນອາຊຽນເຊັ່ນ: ສປປ ລາວ, ໄທ, ຫວຽດນາມ, ອິນໂດເນເຊຍ, ຟີລິບປິນ, ກຳປູເຈຍ ແລະ ມຽນມາ. ປັດຈຸບັນໄດ້ມອບທຶນການສຶກສາໃຫ້ນັກຮຽນຫລາຍກວ່າ 6.000 ຄົນຕໍ່ປີໃນທົ່ວອາຊຽນ.