ເຮົານັ່ງຢ່ອງຢໍ້ ໝູ່ພັດຂຶ້ນນັ່ງຕໍ

ທິດກໍ່າ:
ມະຫະກຳກິລາຊີເກມ ຄັ້ງທີ 30 ທີ່ຟີລິບປິນເປັນເຈົ້າພາບ ໄດ້ປິດລັງແຕ່ວັນທີ 7 ທັນວາຜ່ານມາ. ສຳລັບລາວເຮົາໄດ້ສົ່ງນັກກິລາເຂົ້າຮ່ວມເຖິງ 200 ກວ່າຄົນ ຜົນສະຫລຸບອອກມາກໍໄດ້ພຽງແຕ່ 1 ຫລຽນຄຳ 5 ຫລຽນເງິນ 28 ຫລຽນທອງ ລວມທັງໝົດໄດ້ 34 ຫລຽນ ກໍຖືວ່າເຮັດໄດ້ດີສົມຄວນແລ້ວ. ເມື່ອຕັ້ງໂຈດກັນວ່າ: ໄດ້ສໍ່ານີ້ພໍໃຈແລ້ວບໍ່ ?, ໄດ້ຕາມຄວາມມຸ້ງຫວັງແລ້ວບໍ່ ? ຄໍາຕອບໂຈດກໍຂໍໃຫ້ທຸກຄົນພາກັນວິເຄາະວິຈາລະນາຍານດ້ວຍກັນເອງ. ແຕ່ຖ້າໃຫ້ ທິດກໍ່າ ຕອບຕາງ ກໍຖືວ່າຍັງບໍ່ທັນເພິ່ງພໍໃຈເທື່ອ ເພາະບໍ່ທັນໄດ້ຕາມເປົ້າທີ່ໄດ້ຄາດກະເອົາໄວ້. ກ່ອນໄປລຸຍຊີເກມຄັ້ງນີ້ ພວກເຮົາໄດ້ວາງເປົ້າໄວ້ວ່າຈະສູ້ຊົນໃຫ້ໄດ້ 2 ຫລຽນຄຳ ແຕ່ສຸດທ້າຍກໍໄດ້ພຽງ 1 ຫລຽນ ຈາກປະເພດກິລາຄິກບັອກຊິ້ງ (Kickboxing), ສ່ວນຫລຽນເງິນ ແລະ ຫລຽນທອງແດງນັ້ນກໍສຸດແລ້ວແຕ່ເງື່ອນໄຂ ແລະ ຄວາມສາມາດຕົວຈິງ.
ແນວໃດກໍຕາມ, ເມື່ອເຮົາວິເຄາະນຳກັນ ມາຮອດປັດຈຸບັນວົງການກິລາລາວ ເວົ້າໂດຍລວມກໍມີການພັດທະນາດີຂຶ້ນ ຖ້າປຽບທຽບສະເພາະຢູ່ບ້ານເຮົາເອງ, ແຕ່ເມື່ອທຽບໃສ່ບັນດາປະເທດໃນອາຊຽນ ເບິ່ງຄືວ່າຍັງຢ້ຳເທົ້າ ແລະ ຖອຍຫລັງ ຍ້ອນວ່າໄປຢູ່ອັນດັບເກືອບລາກທ້າຍຂອງຕາຕະລາງ ໂດຍສະເພາະແມ່ນປະເພດບານເຕະ ຖ້າຢາກພິສູດໃຫ້ເຫັນຕົວຈິງກໍຕ້ອງເບິ່ງຜົນສະຫລຸບການແຂ່ງຂັນກິລາຊີເກມ ຄັ້ງນີ້ເຫັນໄດ້ຢ່າງຈະແຈ້ງ. ເມື່ອຫວນຄືນຫລັງກ່ອນໜ້ານັ້ນ ຄືໃນປີ 2000-2010 ຜົນການແຂ່ງຂັນກິລາບານເຕະລະດັບພາກພື້ນ ລາວເຮົາເຄີຍຢູ່ເໜືອກຳປູເຈຍ, ບຣູໄນ ແລະ ຕີມໍ, ແຕ່ມາດຽວນີ້ ກຳປູເຈຍ ແລະ ບຣູໄນ ໄດ້ແຊງຂຶ້ນໄປຢູ່ເໜືອລາວຢ່າງເຫັນປະຈັກຕາໄປແລ້ວ. ນັ້ນກໍສະແດງວ່າເຮົາມີການພັດທະນາໄປໄກ ແຕ່ໝູ່ພັດຍິ່ງເໜືອກວ່າເຮົາ ມັນຄືຄຳສຸພາສິດບູຮານເພິ່ນວ່າ: ເຮົານັ່ງຢ່ອງຢໍ້ ໝູ່ພັດຍິ່ງຂຶ້ນນັ່ງຕໍ.
ແນວໃດກໍຕາມ, ເວົ້າເຖິງການພັດທະນາດ້ານກິລາ ບໍ່ວ່າປະເພດໃດມັນກໍນອນຢູ່ໃນລະບົບການສຶກສາ, ນອນຢູ່ໃນການສ້າງຄົນ ຫລື ສ້າງຊັບພະຍາ ກອນມະນຸດ ແລະ ນອນຢູ່ໃນໂຄງປະກອບການສຶກສາຂອງປະເທດເຮົາ ເປັນຕົ້ນປັນຍາສຶກສາ, ສິລະປະສຶກສາ, ພາລະສຶກສາ ແລະ ແຮງງານສຶກສາ. ເມື່ອເຮົາສຳຫລວດກວດກາເບິ່ງໂຄງປະກອບ 4 ຢ່າງນີ້ແລ້ວ ເຫັນວ່າໃນດ້ານປັນຍາສຶກສານັ້ນຈັດຢູ່ໃນປະເພດໜຶ່ງ. ສົມທຽບໃສ່ຍຸກກ່ອນກັບປັດຈຸບັນເຫັນວ່າມີການພັດທະນາດີຂຶ້ນຫລາຍເຕີບ, ສ່ວນສິລະປະສຶກສາກໍມີການພັດທະນາທີ່ດີຂຶ້ນບໍ່ໜ້ອຍ. ທາງດ້ານພາລະສຶກສາຖ້າທຽບໃສ່ສະພາບລວມກໍເຫັນວ່າມີການພັດທະນາທີ່ດີຂຶ້ນ ຄືໄດ້ເອົາໃຈໃສ່ຕາມປັດໄຈທຶນຮອນທີ່ມີ ແລະ ຍັງອີງໃສ່ການຊຸກຍູ້ຊ່ວຍເຫລືອຂອງສັງຄົມຢູ່ພາຍໃນ ແລະ ພາຍນອກ. ດ້ານການແຮງງານສຶກສານັ້ນຍັງເຫັນວ່າໃນຍຸກນີ້ ທຸກສິ່ງຢ່າງການພັດທະນາທາງດ້ານເຕັກໂນໂລຊີໄດ້ກ້າວໄປໄກແລ້ວ ແລະ ພວມຢູ່ໃນໄລຍະຍຸກ 4.0 ແລະ ຈະກ້າວໄປເຖິງຍຸກ 5.0 ໃນອະນາຄົດ. ເພາະສະນັ້ນ, ການນຳໃຊ້ວັດຖຸອຸປະກອນເຂົ້າໃນການຜະລິດ ເພື່ອທົດແທນແຮງງານຄົນນັ້ນຍິ່ງຈະໄດ້ຮັບການພັດທະນາໄປເລື້ອຍໆ. ຈາກປັດໄຈດັ່ງກ່າວ ບໍ່ວ່າຢູ່ໃນຂົງເຂດໃດ, ຂະແໜງການໃດ ແລະ ຮູບການໃດ ການຈຳກັດໃຊ້ແຮງງານຄົນນັບມື້ຈະຫລຸດລົງ ແຕ່ປະສິດທິພາບດີຂຶ້ນ ຍ້ອນການພັດທະນາທາງດ້ານເຕັກໂນໂລຊີນັບມື້ກ້າວໜ້າ ແລະ ພັດທະ ນາໄປຕິກໆ. ແຕ່ກໍຍັງຖືວ່າການສ້າງຄົນທາງດ້ານແຮງງານສຶກສານັ້ນຍັງມີ ສ່ວນສຳຄັນຕໍ່ພາລະກິດສ້າງຄົນໃນຍຸກໃໝ່ທັນສະໄໝ.
ສະຫລຸບລວມແລ້ວ, ເວົ້າເຖິງການສ້າງຄົນໃນຍຸກນີ້ ຕ້ອງໄດ້ເຮັດໄປພ້ອມໆກັນໃນ 4 ໂຄງປະກອບການຕາມນະໂຍບາຍຂອງພັກ ແລະ ລັດຖະ ບານທີ່ໄດ້ກ່າວມາຂ້າງເທິງນັ້ນ, ແຕ່ຈະໄວ ຫລື ຊ້າ ມັນກໍຂຶ້ນກັບປັດໄຈ ແລະ ເງື່ອນໄຂພາຍໃນ ແລະ ພາຍນອກ. ໃນຍຸກປັດຈຸບັນ ເວົ້າເຖິງການກິລາ ບໍ່ວ່າປະເພດໃດ ລ້ວນແລ້ວແຕ່ພົວພັນເຖິງການສ້າງຄົນໃຫ້ມີການພັດທະນາຢ່າງຮອບດ້ານ. ຄົນເຮົາມີວິຊາຄວາມຮູ້, ມີຄວາມສະຫລາດຫລັກແຫລມ ແຕ່ບໍ່ມີສຸຂະພາບແຂງແຮງ, ການສະໜອງໂພຊະນາການບໍ່ໄດ້ດີ, ບໍ່ມີຄຸນນະພາບ ແລະ ບໍ່ພຽງພໍນັ້ນຍັງຖືວ່າບໍ່ທັນມີການພັດທະນາເທື່ອ. ໃນປະເທດທີ່ເພິ່ນມີການພັດທະນາແລ້ວ ກ່ອນອື່ນເພິ່ນຈະສ້າງຄົນນັບແຕ່ມື້ເກີດ. ອັນສຳຄັນສຸຂະພາບຕ້ອງມາກ່ອນ ມັນພົວພັນເຖິງການກິນການຢູ່ໃຫ້ມີສຸຂະພາບແຂງແຮງ, ມີແນວຄິດມັນສະໝອງດີ ເມື່ອຮອດອາຍຸກະສຽນແລ້ວ ຈຶ່ງມີການສຶກສາອົບຮົມບົ່ມເພາະໃຫ້ມີຄວາມຮູ້ຄວາມຫລັກ.
ການລົງທຶນສ້າງຄົນໃຫ້ໄດ້ຕາມຫລັກການພາລະສຶກສາກໍອີງໃສ່ປັດໄຈຫລາຍດ້ານ ເປັນຕົ້ນທຶນຮອນ, ຄວາມມັ່ງຄັ່ງຮັ່ງມີຂອງປະເທດ ອັນສຳຄັນທີ່ສຸດແມ່ນຄວາມມັກ, ພອນສະຫວັນ, ພອນສະແຫວງ. ຕົວຢ່າງປະເທດເພື່ອນບ້ານເຮົາ ຄືປະເທດຫວຽດນາມ ເຂົາມັກກິລາບານເຕະໝົດຈິດໝົດໃຈ ສົມທົບກັບຄວາມມັ່ງຄັ່ງຮັ່ງມີຂອງປະເທດ ໄດ້ທຸ້ມເທທຶນຮອນ ແລະ ວັດຖຸປັດໄຈໄປຖືກທິດທາງ ວົງການບານເຕະຫວຽດນາມກໍມີການພັດທະນາຂຶ້ນຕິກໆ, ມາຮອດປັດຈຸບັນ ອາດເວົ້າໄດ້ວ່າຢືນຢູ່ແຖວໜ້າຂອງອາຊຽນແລ້ວ. ກ່າວບ້ານໂຕ ເບິ່ງອັນໃດກໍຍັງອືດອາດປານດຶງຂາເຕົ່າ, ຊ້ຳບໍ່ໜຳ ໄປແຂ່ງຢູ່ໃສກໍໄດ້ຍິນກະແສລົ້ມບານ ມັນລະປຸກປານຢາບ້ານຫ້ອມ ເສົາວ່າ !.