ເຕັກນິກການຜະລິດເມັດພັນໝາກແຕງ


ການໄວ້ໝາກເພື່ອເອົາເມັດພັນ: ການຜະລິດເມັດພັນໝາກແຕງເພື່ອໃຫ້ໄດ້ເມັດພັນທີ່ມີຄວາມສົມບູນຄວນຈົ່ງໄວ້ບໍ່ເກີນ 5 ໜ່ວຍຕໍ່ຕົ້ນ ໂດຍຊາວກະສິກອນສາມາດເກັບຜົນຜະລິດສົດບາງສ່ວນໄປຂາຍເປັນລາຍໄດ້ເພີ່ມ ແລະ ເມື່ອໝາກແຕງເລີ່ມໃຫ້ຜົນຜະລິດຈະຕ້ອງກວດຄັດຕົ້ນທີ່ເປັນພັນອື່ນປະປົນຖິ້ມ ໂດຍສັງເກດຈາກສີຂອງໝາກທີ່ຜິດປົກກະຕິ.


ການເອົາເມັດພັນ: ນຳເອົາໝາກແຕງທີ່ສຸກແກ່ເຕັມທີ່, ເປືອກເປັນສີເຫລືອງ ແລ້ວນຳມາຜ່າແລ້ວໃຊ້ບ່ວງຕັກເອົາໄສ້ ແລະ ແກ່ນອອກມາໃສ່ຖົງຢາງປລາສະຕິກ, ໝັກໄວ້ 1 ຄືນ (ໂດຍບໍ່ຈຳເປັນປະສົມນ້ຳລົງໃສ່) ເພື່ອໃຫ້ເມືອກຫຸ້ມເມັດຫລຸດອອກຈາກເມັດໄດ້ງ່າຍຂຶ້ນ, ຫລັງຈາກນັ້ນ ກໍນຳເອົາເມັດທີ່ຜ່ານການໝັກມາລ້າງນ້ຳໃຫ້ສະອາດ ເພື່ອໃຫ້ເມືອກທີ່ມື່ນໆຫລຸດອອກຈາກເມັດໃຫ້ໝົດຈົນເປືອກນອກຂອງເມັດສະອາດດີແລ້ວຈຶ່ງນຳເມັດມາຕາກແດດ ໂດຍນຳເມັດມາວາງໃສ່ເຈ້ຍໜັງສືພິມ, ມຸ້ງຝ້າຕາໜ່າງຂຽວ (ຫ້າມຕາກເມັດໃສ່ລານຊີມັງ ຫລື ແຜ່ນສັງກະສີໂດຍກົງ ເພາະເມັດຈະຕາຍໄດ້) ແລະ ຄວນເອົາເມັດເຂົ້າຮົ່ມໃນຕອນກາງຄືນ ເພື່ອປ້ອງກັນບໍ່ໃຫ້ເມັດຖືກນ້ຳໝອກ ທຳການຕາກເມັດວິທີນີ້ປະມານ 5-7 ວັນ ຈົນເມັດພັນແຫ້ງດີ, ຈາກນັ້ນນຳເມັດມາຟັດ ຄັດເມັດລີບອອກ ແລ້ວບັນຈຸໃສ່ຖົງຢາງປລາສະຕິກ, ກະສອບ ຫລື ຖັງທີ່ສະອາດເກັບຮັກສາເປັນເມັດພັນ ຫລື ລໍຖ້າຈຳໜ່າຍຕໍ່ໄປ, ການເກັບຮັກສາຄວນເກັບຮັກສາໄວ້ໃນຫ້ອງທີ່ສາມາດຄວບຄຸມອຸນຫະພູມ ຫລື ເກັບໄວ້ໃນຕູ້ເຢັນຈະສາມາດຊ່ວຍການເກັບຮັກສາເມັດພັນໄວ້ຍາວນານຂຶ້ນ.