ປະທານປະເທດບຸນຍັງວໍລະຈິດໂອ້ລົມພະນັກງານຫລັກແຫລ່ງແຂວງຊຽງຂວາງ

- 254 4 - ປະທານປະເທດບຸນຍັງວໍລະຈິດໂອ້ລົມພະນັກງານຫລັກແຫລ່ງແຂວງຊຽງຂວາງ
- kitchen vibe - ປະທານປະເທດບຸນຍັງວໍລະຈິດໂອ້ລົມພະນັກງານຫລັກແຫລ່ງແຂວງຊຽງຂວາງ

ໃນວັນທີ 18 ທັນວານີ້, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດໄດ້ໃຫ້ກຽດໂອ້ລົມພະນັກງານຫລັກແຫລ່ງແຂວງຊຽງຂວາງ, ໂດຍເນັ້ນເອົາໃຈໃສ່ວຽກງານການຜະລິດເປັນສິນຄ້າ, ການປູກຝັງ-ລ້ຽງສັດ, ເອົາໃຈໃສ່ພັດທະນາເສດຖະກິດຄອບຄົວ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ແລະ ສົ່ງເສີມຫົວໜ່ວຍທຸລະກິດ ທ່ານປະທານປະເທດເວົ້າວ່າ: ການແກ້ໄຂຄວາມທຸກຍາກຕ້ອງໄດ້ເລີ່ມຈາກຄອບຄົວ, ປະຊາຊົນເອງ ພ້ອມນັ້ນເບື້ອງອໍານາດການປົກຄອງ ຕ້ອງໃສ່ໃຈກວດກາຄືນການກໍ່ສ້າງເສັ້ນທາງພື້ນຖານໂຄງລ່າງຂອງທ້ອງຖິ່ນໃຫ້ມີ ຄຸນນະພາບ ລາຄາເໝາະສົມ, ກໍດັ່ງການກໍ່ສ້າງຊົນລະປະທານຕ້ອງໄດ້ຮັບຜົນສູງ, ສາມາດກະຕຸກຊຸກຍູ້ໃຫ້ປະຊາຊົນປູກພືດໃຫ້ຫຼາຍ ແລະ ບໍ່ໃຫ້ປະເນື້ອທີ່ການຜະລິດເປົ່າວ່າງ, ສ່ວນວຽກງານການພົວພັນຮ່ວມມືກັບຕ່າງປະເທດ ກໍຕ້ອງໄດ້ເພີ່ມທະວີ.

ໂດຍສະເພາະບັນດາປະເທດເພື່ອມິດຍຸດທະສາດ, ສ່ວນການຈັດງານມະຫາ ກຳກິລາຕ້ອງໄປຄຽງຄູ່ກັບການສົ່ງເສີມການທ່ອງທ່ຽວໃຫ້ເກີດປະໂຫຍດສູງ, ການສຶກສາຕ້ອງເນັ້ນຄຸນນະພາບເພື່ອຍົກລະດັບການສຶກສາໃຫ້ດີຂຶ້ນ ແລະ ຊອກຫາວິທີທາງແກ້ໄຂວຽກເຮັດງານທຳໃຫ້ຊາວໜຸ່ມໄດ້ຢ່າງກວ້າງຂວາງ ບໍ່ຄວນເບິ່ງຂ້າມບັນຫາເລັກໆນ້ອຍໆ ແລະ ວຽກງານ ປກຊ-ປກສ ຕ້ອງເຂັ້ມແຂງ, ພ້ອມສຸມທຸກກໍາລັງແຮງ ແລະ ສະຕິປັນຍາ ແກ້ໄຂບັນຫາຢາເສບຕິດນັບແຕ່ຂັ້ນຮາກຖານບ້ານຂຶ້ນໄປ, ຊອກຫາວິທີທາງອອກເພື່ອຕ້ານບັນຫາອຸປະຕິເຫດຕາມທ້ອງຖະໜົນ, ປົກປັກຮັກສາຮີດຄອງປະເພນີ, ວັດທະນະທຳອັນດີງາມຂອງທ້ອງຖິ່ນ ແລະ ຂອງຊາດໄວ້, ພິເສດແມ່ນການດຳເນີນກອງປະຊຸມໃຫຍ່ຂອງພັກ 3 ຂັ້ນຕ້ອງເອົາໃຈໃສ່ ແລະ ຮັບປະກັບຕາມການແນະນຳກະກຽມຮອບດ້ານຂອງກົມການເມືອງສູນກາງພັກ ພ້ອມເອົາໃຈໃສ່ ຫັນລົງກໍ່ສ້າງຮາກຖານໃຫ້ຫລາຍຂຶ້ນ ເພື່ອກໍ່ສ້າງພະນັກງານ ແລະ ພັດທະນາບ້ານ, ກວດກາຄືນບັນດາເງື່ອນໄຂຕ່າງໆຂອງບ້ານພັດທະນາໂດຍເນັ້ນຄຸນນະພາບເປັນຫລັກ.

- Visit Laos Visit SALANA BOUTIQUE HOTEL - ປະທານປະເທດບຸນຍັງວໍລະຈິດໂອ້ລົມພະນັກງານຫລັກແຫລ່ງແຂວງຊຽງຂວາງ
- 5 - ປະທານປະເທດບຸນຍັງວໍລະຈິດໂອ້ລົມພະນັກງານຫລັກແຫລ່ງແຂວງຊຽງຂວາງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!