ກອງປະຊຸມລັດຖະບານສຸມໃສ່ຄົ້ນຄວ້າພິຈາລະນາ 6 ຫົວຂໍ້ສຳຄັນ
ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II, ໄດ້ຈັດໃນວັນທີ 19 ທັນວາ ນີ້, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີຄະນະລັດຖະບານ ແລະ ເຈົ້າຄອງນະຄອນເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້, ເພື່ອປຶກສາຫາລືວຽກງານສໍາຄັນຂອງຊາດ ຕິດພັນກັບການປະຕິ ບັດພາລະບົດບາດ ແລະ ໜ້າທີ່ຂອງລັດຖະບານ, ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ. ໂດຍສະເພາະ ຈະໄດ້ຄົ້ນຄວ້າພິຈາລະນາ 6 ຫົວຂໍ້ສໍາຄັນຄື: ເຜີຍແຜ່ການ ຈັດຕັ້ງປະຕິບັດມະຕິຂອງກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາ ປີ 2020; ການສົ່ງເສີມການຜະລິດເປັນສິນຄ້າ, ການຄໍ້າປະກັນສະບຽງອາຫານ, ການຊົມໃຊ້ຜະລິດຕະພັນທີ່ຜະລິດພາຍໃນ ແລະ ການຄ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ; ລາຍງານສະພາບການແກ້ໄຂໄພພິບັດ ທາງທໍາມະຊາດ ໃນຂອບເຂດທົ່ວປະເທດ ປີ 2019 ແລະ ມາດຕະການຮັບມືໃນຕໍ່ໜ້າ; ສະຫລຸບລາຍງານ ຜົນການກວດກາບັນດາໂຄງການເຊົ່າສຳປະທານທີ່ດິນ. ພ້ອມນີ້, ຍັງຈະໄດ້ລາຍງານຄວາມຄືບໜ້າ ການສົ່ງເສີມຈຸນລະວິສາ ຫະກິ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ແລະ ຮ່າງຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງການບໍລິການລົງທຶນປະຕູດຽວ.

ໃນໂອກາດດຽວກັນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງແຜນການ ແລະ ການລົງທຶນ ໄດ້ລາຍງານຜົນການຈັດຕັ້ງປະຕິບັດ ມະຕິຂອງກອງປະຊຸມສະໄໝສາ ມັນເທື່ອທີ 08 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການ ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2020 ຕໍ່ກອງປະຊຸມ ເພື່ອຄົ້ນຄວ້າພິຈາລະນາ ແລະ ວາງມາດຕະການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນ.
