ສຳເລັດການຊ້ອມຮົບ ລົດຕັງ-ຍານເກາະ ລາວ-ຣັດເຊຍ “ລາໂຣ໌ສ 2019”

- 433 - ສຳເລັດການຊ້ອມຮົບ ລົດຕັງ-ຍານເກາະ ລາວ-ຣັດເຊຍ “ລາໂຣ໌ສ 2019”
- kitchen vibe - ສຳເລັດການຊ້ອມຮົບ ລົດຕັງ-ຍານເກາະ ລາວ-ຣັດເຊຍ “ລາໂຣ໌ສ 2019”

ການຊ້ອມຮົບຮ່ວມເຫລົ່າຮົບ ລົດຕັງ-ຍານເກາະ ລາວ-ຣັດເຊຍ “ລາໂຣ໌ສ 2019“ ທີ່ບ້ານແປນ ເມືອງພູກູດ ແຂວງຊຽງຂວາງ ໄດ້ດໍາເນີນມາແຕ່ວັນທີ 10-17 ທັນວາ 2019 ໄດ້ສຳເລັດລົງດ້ວຍໝາກຜົນຢ່າງຈົບງາມ, ພາຍໃຕ້ຄໍາຂວັນ “ຄຽງບ່າ, ຄຽງໄຫລ່ ກັນຕໍ່ສູ້ເພື່ອສັນຕິພາບ”, ເປັນ ກຽດເຂົ້າຮ່ວມໃນພິທີປິດໂດຍ ທ່ານ ບຸນຍັງ ວໍລະຈິດ ປະເທດປະທານແຫ່ງ ສປປ ລາວ, ພ້ອມດ້ວຍນາຍ ແລະ ພົນທະຫານ ລາວ-ຣັດເຊຍ ເຂົ້າຮ່ວມ.

ທ່ານ ພົນຕີ ປະສິດ ທ່ຽງທຳ ຮອງຫົວໜ້າກົມໃຫຍ່ ເສນາທິການກອງທັບປະຊາຊົນລາວ ກ່າວວ່າ: ການເຄື່ອນໄຫວ “ລາໂຣສ໌ 2019” ທີ່ສອງກອງທັບລາວ-ຣັດເຊຍ ໄດ້ພ້ອມກັນປະຕິບັດຜ່ານ ມາ ເປັນບັ້ນຖອດຖອນບົດຮຽນ ອັນໜຶ່ງ ສ້າງປະສົບການໃຫ້ແກ່ ນາຍທະຫານກອງທັບປະຊາຊົນ ລາວ ເປັນຕົ້ນແມ່ນ ບົດຮຽນທາງ ດ້ານເຕັກນິກ, ວິຊາການຄວາມຮູ້ ດ້ານສິລະປະການທະຫານ, ລວມທັງຍຸດ ທະວິທີການສູ້ຮົບແບບໃໝ່ ທີ່ມີການປັບປຸງຮູບແບບທີ່ປະສົມປະສານ, ເໝາະສົມກັບລັກສະນະ ຈຸດພິເສດພື້ນທີ່ ພູມີປະເທດຕົວຈິງ, ຕະຫລອດຮອດລະບຽບຫລັກການເຮັດວຽກຂອງຜູ້ບັນຊາໃນ ການຈັດຕັ້ງປະຕິບັດສູ້ຮົບວຽກງານກະກຽມກໍາລັງ ແລະ ການນໍາໃຊ້ກໍາລັງສູ້ຮົບ ລົດຕັງ-ຍານເກາະ ເຂົ້າໃນການເຄື່ອນໄຫວ ປະຕິບັດໜ້າທີ່ຢູ່ເທິງພູມີປະເທດຕົວຈິງ ດ້ວຍຫລາຍຂະໜາດ, ຫລາຍລະດັບທີ່ແຕກຕ່າງກັນ, ທັງເປັນການອົບຮົມ-ຫັດແອບໃຫ້ ນາຍ ແລະ ພົນທະຫານ ກອງທັບ ປະຊາຊົນລາວ ຮູ້ຈັກນໍາໃຊ້ພາຫະນະອາວຸດທີ່ທັນສະໄໝ ເຂົ້າໃນການສູ້ຮົບຢ່າງຊໍານິຊໍານານ.

- Visit Laos Visit SALANA BOUTIQUE HOTEL - ສຳເລັດການຊ້ອມຮົບ ລົດຕັງ-ຍານເກາະ ລາວ-ຣັດເຊຍ “ລາໂຣ໌ສ 2019”

ພ້ອມກັນນັ້ນ ຍັງໄດ້ເປັນການສະແດງເຖິງໝາກຜົນການ ຮ່ວມມືມິດຕະພາບລະຫວ່າງ ສອງຊາດ, ສອງກອງທັບ ແລະ ປະຊາຊົນ ສອງຊາດລາວ-ຣັດເຊຍ ຢ່າງສູງສົ່ງ ໂດຍສະເພາະ ແມ່ນການພົວພັນຮ່ວມມືໃນຂົງເຂດວຽກງານປ້ອງກັນຊາດ ທີ່ສອງປະເທດໄດ້ມີການພົວພັນກັນ ມາແຕ່ດົນນານເຊັ່ນ: ການຊ່ວຍເຫລືອທາງດ້ານພາຫະນະ-ອາວຸດ ຍຸດໂທປະກອນຕ່າງໆ ຕະຫລອດເຖິງການຊ່ວຍ ເຫລືອກໍ່ສ້າງບຸກຄະລາກອນນາຍທະຫານ, ນັກວິຊາການຕ່າງໆ ໃຫ້ແກ່ກອງທັບປະຊາຊົນລາວ ອັນສ້າງຄວາມເຕີບໃຫຍ່ ເຂັ້ມແຂງໃຫ້ກອງທັບປະຊາຊົນລາວ ຍືນຍົງຄົງຕົວຢູ່ໃນຂົງເຂດ ພາກພື້ນອາຊີ ແລະ ໃນໂລກ. ຜົນສໍາເລັດໃນຄັ້ງນີ້ໄດ້ ສ້າງຄວາມສໍາພັນໄມຕີຈິດມິດຕະພາບທີ່ໜ້າຈົດຈໍາຢ່າງໜ້າເພິ່ງພໍໃຈ ໃຫ້ແກ່ນາຍ ແລະ ພົນທະຫານ ຂອງສອງກອງທັບລາວ-ຣັດເຊຍ ເຊິ່ງເປັນມິດຕະພາບທີ່ງົດງາມ ທີ່ສອງກອງທັບບໍ່ອາດຈະຫລົງລືມໄດ້. ເຖິງວ່າ ການເຄື່ອນໄຫວ “ລາໂຣສ໌” ຈະສິ້ນສຸດລົງແລ້ວກໍຕາມ, ມິດຕະພາບຄວາມສາມັກຄີ ລະຫວ່າງ ສອງຊາດ, ສອງກອງທັບ ລາວ- ຣັດເຊຍ ຍັງຄົງຢືນຢັນຄວາມເຊື່ອໝັ້ນ ແລະ ຮັກແພງສາມັກຄີກັນ ຢ່າງດູດດື່ມຕະຫລອດໄປ.

ທ່ານ ພົນຈັດຕະວາ ຊາຣາ ໂກບສ໌ ກ່າວວ່າ: ການຊ້ອມ ຮົບຮ່ວມລົດຕັງ-ຍານເກາະ ຄັ້ງນີ້ ສອງກອງທັບໄດ້ ພ້ອມກັນ ຄົ້ນຄວ້າ ແລະ ສ້າງຄວາມຕັດສິນໃຈຮ່ວມກັນ ເຊິ່ງາາມາດຮັບປະກັນໃນການບັນລຸເປົ້າໝາຍຂອງ ການຊ້ອມຮົບ ຢ່າງມີຜົນສຳເລັດ ແລະ ຍັງໄດ້ຮ່ວມກັນທອດຖອນ ບົດຮຽນໃນການນຳໃຊ້ພາຫະນະ ເຕັກນິກທີ່ທັນສະໄໝ, ການສູ້ຮົບ ຂັ້ນຍຸດທະວິທີ. ຜົນສຳເລັດຄັ້ງນີ້ ເປັນການຢັ້ງຢືນໃຫ້ເຫັນເຖິງ ການພົວພັນຮ່ວມມືລະຫວ່າງ ສອງກອງທັບ ຣັດເຊຍ-ລາວ ໃນຂົງເຂດວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງ ໃຫ້ນັບມື້ນັບ ເພີ່ມທະວີຄວາມສຳພັນກັນຢ່າງໜັກແໜ້ນ ແລະ ກ້າວຂື້ນຢ່າງບໍ່ຢຸດຢັ້ງ.

ໃນໂອກາດນີ້, ກະຊວງປ້ອງ ກັນປະເທດ ແຫ່ງ ສປປ ລາວ ກໍໄດ້ປະດັບຫລຽນກາມິດຕະ ພາບ ກອງທັບປະຊາຊົນລາວ ໃຫ້ຄະນະຊ່ຽວຊານ ຣັດເຊຍ ຈຳນວນ 110 ທ່ານ ແລະ ປະດັບຫລຽນໄຊພິລະອາດຫານຊັ້ນ III ໃຫ້ນາຍ ແລະ ພົນ ທະຫານກອງທັບຣັດເຊຍ ຈຳນວນ 36 ທ່ານ, ໃຫ້ນາຍ ແລະ ພົນ ທະຫານກອງທັບປະຊາຊົນລາວ 700 ທ່ານ, ໃບຍ້ອງຍໍກະຊວງ ປ້ອງກັນປະເທດ 350 ທ່ານ, ໃບຍ້ອງຍໍກົມໃຫຍ່ການເມືອງກອງ ທັບ 200 ທ່ານ, ໃຫ້ຜູ່ມີຜົນງານດີເດັ່ນໃນການເຂົ້າຮ່ວມຫັດແອບ, ຊ້ອມຮົບຮ່ວມລົດຕັງ-ຍານເກາະ ກອງທັບລາວ-ຣັດເຊຍ ລາໂຣສ໌ 2019, ໃຫ້ກຽດປະດັບ ໂດຍ ສະ ຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະ ເທດ ແຫ່ງ ສປປ ລາວ. ສ່ວນຝ່າຍຣັດເຊຍ ກໍໄດ້ປະດັບຫລຽນກາມິດຕະພາບການທະຫານ ກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ໃຫ້ແກ່ນາຍ ແລະ ພົນທະຫານກອງທັບປະຊາ ຊົນລາວ ຈຳນວນ 30 ທ່ານ ໂດຍການປະດັບຂອງ ທ່ານ ພົນຈັດຕະວາ ຊາຣາໂກບສ໌ ຮອງ ຜູ້ບັນຊາການທະຫານສູງສຸດ ແມ່ທັບໃຫຍ່ລົດຕັງທີ 29 ເຂດທະຫານຕາເວັນອອກກຳລັງປະກອບ ອາວຸດສະຫະພັນຣັດເຊຍ.

- 4 - ສຳເລັດການຊ້ອມຮົບ ລົດຕັງ-ຍານເກາະ ລາວ-ຣັດເຊຍ “ລາໂຣ໌ສ 2019”
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!