5 ປີຜ່ານມາ ເຈົ້າໜ້າທີ່ປ່າໄມ້ ສາມາດຍຶດໄມ້ທ່ອນ-ໄມ້ແປຮູບ ໄດ້ 2 ແສນກວ່າແມັດກ້ອນ
ທ່ານ ລິນທອງ ດວງພະຈັນ ຫົວໜ້າກົມກວດກາປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ນັບແຕ່ປີ 2015-2019 ໄດ້ມີເຈົ້າໜ້າທີ່ຈາກຫລາຍພາກສ່ວນ, ໄດ້ປະກອບສ່ວນເຂົ້າໃນວຽກງານກວດກາ, ກັກຍຶດ, ອາຍັດ ແລະ ແກ້ໄຂຄະດີ ກ່ຽວກັບປ່າໄມ້, ສັດນ້ຳ, ສັດປ່າ ແລະ ເຄື່ອງປ່າຂອງດົງ ໂດຍສະເພາະແມ່ນຄະນະສະເພາະກິດຂັ້ນຕ່າງໆ ໄດ້ເປັນເຈົ້າການປະຕິບັດດ້ວຍຄວາມຮັບຜິດຊອບ ແລະ ເຂັ້ມງວດ, ສາມາດກັກຍຶດໄມ້ທ່ອນ, ໄມ້ແປຮູບຕ່າງໆລວມທັງໝົດ 232 ພັນກວ່າແມັດກ້ອນ.
ພ້ອມດຽວກັນນັ້ນ, ກໍສາມາດຍຶດສັດປ່າ ທີ່ຍັງມີຊີວິດຢູ່ ໄດ້ 1.369 ໂຕ ໃນນັ້ນ, ມີຈຳພວກ ໝີ, ລິງ, ງູ, ເຫ້ຍ, ເຕົ່າ ພາຍຫລັງທີ່ກັກຍຶດໄດ້ແລ້ວ ກໍໄດ້ປິ່ນປົວເບື້ອງຕົ້ນ ແລ້ວນຳສົ່ງໃຫ້ສວນສັດເປັນຜູ້ລ້ຽງໄວ້ ແລະ ອີກຈຳນວນໜຶ່ງໄດ້ປ່ອຍຄືນສູ່ທຳມະຊາດ, ພ້ອມນັ້ນ, ຍັງສາມາດຍຶດສັດປ່າ, ສິ້ນສ່ວນສັດປ່າ ແລະ ຜະລິດຕະພັນຈາກສິ້ນສ່ວນສັດປ່າ ໄດ້ 13,6 ໂຕນ ໃນນີ້, ມີສັດປ່າ ແລະ ສິ້ນສ່ວນສັດປ່າ ທີ່ຕາຍແລ້ວ ທັງໝົດ 61 ຊະນິດ, ນ້ຳໜັກ 13,4 ໂຕນ ແລະ ສາມາດຍຶດ ຜະລິດຕະພັນຈາກສິ້ນສ່ວນສັດປ່າ ເປັນຕົ້ນ ງາຊ້າງ ແລະ ແຂ້ວຊ້າງ ໄດ້ 217 ກິໂລ ແລະ ຍຶດເຄື່ອງປ່າຂອງດົງ ໄດ້ 38 ຊະນິດ, ນ້ຳໜັກ 168 ໂຕນ.