ແມງເຜິ້ງໄຮ້ທີ່ອາໄສ ຫາກຍັງໃຊ້ສານເຄມີ
ໂດຍ: ມຶກບໍ່ແຫ້ງ
ສານເຄມີກາຍເປັນໄພຂົ່ມຂູ່ຕໍ່ປະຊາກອນແມງເຜິ້ງໃນທົ່ວໂລກ, ຫຼາຍ ປະເທດເຫັນວ່າແມງເຜິ້ງຫຼຸດລົງຢ່າງໜ້າຕົກໃຈຍ້ອນການໃຊ້ສານເຄມີ ຈຳນວນຫຼາຍ.
ນໍ້າເຜິ້ງແມ່ນອາຫານເສີມທີ່ຄຸນຄ່າທາງໂພຊະນາການ, ເປັນຢາ ທີ່ມີຊັບພະຄຸນຫຼາຍປະການ, ຢູ່ ສປປລາວ ຂີ້ເຜິ້ງສາມາດນຳໃຊ້ທາງພິທີ ຕ່າງໆທາງສາສສະໜາ. ມູນຄ່າການຄ້າຂາຍນໍ້າເຜິ້ງໃນປີໜຶ່ງໃນທົ່ວໂລກ ຕົກເປັນມູນຄ່າຫຼາຍຮ້ອຍລ້ານໂດລາ ແລະ ສປປລາວ ເຮົາກໍມີທ່າແຮງ ຫຼາຍໃນການຜະລິດນໍ້າເຜິ້ງ.
ແຕ່ມາຮອດປັດຈຸບັນ ຄວາມວິຕົກກັງວົນຕໍ່ການຫາຍສາບສູນໄປຂອງ ແມງເຜິ້ງໄດ້ເກີດຄຳຖາມທີ່ວ່າ ພວກເຮົາຈະສາມາດຜະລິດນໍ້າເຜິ້ງຕາມ ທີ່ຕ້ອງການຫຼືບໍ່?
ໃນສົກປີ 2018-2019 ຢູ່ ສະຫະລັດອາເມລິກາພົບວ່າແມງເຜິ້ງ ໄດ້ຫຼຸດລົງຮອດ 37%, ຫຼາຍປະເທດໃນແຖບເອີຣົບກໍເຊັ່ນກັນ ເຊັ່ນ ປະເທດຝຣັ່ງ, ເຢຍລະມັນກໍພົບວ່າແມງເຜິ້ງໄດ້ຫຼຸດລົງເຊິ່ງສາເຫດຕົ້ນຕໍ ແມ່ນມາຈາກການນຳໃຊ້ສານເຄມີ, ຢາຂ້າຫຍ້າ ແລະ ຢາປາບສັດຕູພືດ ອື່ນໆທີ່ມີຜົນກະທົບຕໍ່ລະບົບປະສາດຂອງແຜງເຜິ້ງ.
ຢູ່ສປ ຈີນ ຍ້ອນການນຳເຂົ້າແມງເຜິ້ງຈາກເອີຣົບໃນສະຕະວັດທີ 19 ເຮັດໃຫ້ແມງເຜິ້ງທີ່ເປັນພັນພື້ນເມືອງຫາຍສາບສູນໄປເກືອບ 80% ເຮັດໃຫ້ ການປະສົມເກສອນຂອງໝາກໃຫ້ໝາກທີ່ເປັນພືດພັນອຸດສາຫະກຳ ຂອງປະເທດນັ້ນຕ້ອງໄດ້ໃຊ້ແຮງງານຄົນແທນທີຈະເປັນແມງເຜິ້ງ.
ຢູ່ ສປປ ລາວ ການໄປເອົານໍ້າເຜິ້ງ, ບໍລິໂພກນໍ້າເຜິ້ງ ແມ່ນມີມາແຕ່ດຶກ ດຳບັນແລ້ວ, ຈາກການຫາຈາກປ່າຈົນມາເຖິງການລ້ຽງແບບພື້ນເມືອງ ທີ່ປູຍ່າຕາຍາຍເຮົາເຄີຍເຮັດມາ, ຈົນມາເຖິງໄລຍະປີ 2000 ເປັນຕົ້ນມາ ໄດ້ມີຫຼາຍໂຄງການພັດທະນາທີ່ໄດ້ນຳເອົາເທັກນິກການລ້ຽງເຜິ້ງມາສູ່ປະ ຊາຊົນເຮົາ ໂດຍສະເພາະໂຄງການພັດທະນາຊີວະນານາພັນ ກະສິກຳ (TABI) ທີ່ສົ່ງເສີມປະຊາຊົນລ້ຽງເຜິ້ງຢູ່ເມືອງແປກ ແຂວງຊຽງຂວາງ.
ມາຮອດປັດຈຸບັນແຂວງຊຽງຂວາງ ສາມາດຜະລິດນໍ້າເຜິ້ງໄດ້ຮອດ 12 ໂຕນຕໍ່ປີ ແລະ ສາມາດສ້າງລາຍຮັບໃຫ້ປະຊາຊົນເປັນຢ່າງດີໂດຍຂາຍ ລິດໜຶ່ງບໍ່ຫຼຸດ 30-40 ພັນກີບ.
ແຕ່ການປູກພືດຊະນິດດຽວເປັນສິນຄ້າຢູ່ ສປປລາວ ທີ່ນຳໃຊ້ສານເຄມີ ຢ່າງເຂັ້ມຂຸ້ນນັ້ນກຳລັງກາຍເປັນໄພຂົ່ມຂູ່ສຳຄັນໃນການຜະລິດນໍ້າເຜິ້ງ ເພາະຈຳນວນປະຊາກອນຂອງເຜິ້ງຈະຫຼຸດລົງຊັກໄຊ້ ໂດຍສະເພາະການຜະ ລິດສາລີ, ສວນໝາກກ້ວຍ ແລະ ພືດພັນອື່ນໆທີ່ອາດເປັນອັນຕະລາຍຕໍ່ແມງ ເຜິ້ງ ແລະ ການຜະລິດນໍ້າເຜິ້ງ.
ບົດຄົ້ນຄວ້າຂອງໂຄງການບໍລິການ ແລະ ການສົ່ງເສີມກະສິກຳຮອບ ດ້ານກ່ຽວກັບກັນການນຳໃຊ້ຢາປາບສັດຕູພືດຢູ່ລາວ: ຜົນກະທົບທາງດ້ານ ສຸຂະພາບ ແລະ ສິ່ງແວດລ້ອມ ປີ 2018 ນັ້ນຊີ້ໃຫ້ເຫັນວ່ານຳໃຊ້ ສານເຄມີ, ຢາປາບສັດຕູພືດຢູ່ແຂວງຊຽງຂວາງ ແລະ ແຂວງອື່ນໆທາງພາກເໜືອນັ້ນ ມີຫຼາຍແທ້ໆ.
ເພາະສະນັ້ນ, ການຢຸດຢັ້ງການນຳໃຊ້ສານເຄມີບໍ່ສະເພາະແຕ່ມີ ຄວາມຈຳເປັນໃນການປົກປັກສາຄວາມອຸດົມສົມບູນຂອງສະພາບແວດ ລ້ອມເຮົາ ແຕ່ຍັງເປັນຜົນດີໃນການປົກປັກຮັກສາແມງເຜິ້ງ. ການຈຳກັດ ການນໍາໃຊ້ສານເຄມີຕ່າງໆຄຽງຄູ່ກັບການປົກປັກຮັກສາຄວາມອຸດົມສົມ ບູນຂອງປ່າໄມ້ນັ້ນຈະເຮັດໃຫ້ການຜະລິດນໍ້າເຜິ້ງຂອງພວກເຮົາໄດ້ຫຼາຍ ຂຶ້ນ, ສ້າງລາຍໄດ້ໃຫ້ປະຊາຊົນຫຼາຍຂຶ້ນ.