ລາວຕັ້ງເປົ້າປູກເຂົ້ານາປີນີ້ໃຫ້ໄດ້ 817 ພັນເຮັກຕາ
ກົມປູກຝັ່ງ, ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ປັດຈຸບັນກະສິກອນທ້ອງຖີ່ນຕ່າງໆນອກ ຈາກຈະເລັ່ງເກັບກ່ຽວມ້ຽນມັດເຂົ້ານາແຊງຂອງຕົນໃຫ້ທວງທັນລະດູການ ແລະ ຫຼາຍທ້ອງຖິ່ນບ່ອນທີ່ມີເງື່ອນໄຂແຕ່ເໜືອຮອດໃຕ້ຕ່າງກຳພວມກຳລັງເລີ່ມກະກຽມດິນ ແລະ ຕົກກ້າກຽມ,ເພື່ອຮັບປະກັນໃຫ້ການຜະລິດນາປີໄດ້ຕາມຄາດໝາຍແຜນການວາງໄວ້ບໍ່ໃຫ້ຫຼຸດ 817.700 ເຮັກຕາ,ຄາດຄະເນຜົນຜະລິດໃຫ້ໄດ້ຫຼາຍກວ່າ 3,5 ລ້ານໂຕນ,ດ້ວຍສະມັດຕະພາບສະເລ່ຍ 4,30 ໂຕນ/ເຮັກຕາ,ສ່ວນຂະແໜງກະສິກຳກໍໄດ້ລົງຊຸກຍູ້ໃຫ້ຊາວກະສິກອນນຳໃຊ້ເຕັກນິກການຜະລິດແບບກະເສດສຸມເພື່ອຍົກສະມັດຕະພາບການຜະລິດໃຫ້ດີຂື້ນກວ່າ ເກົ່າ,ພ້ອມຊ່ວຍປົວແປງລະບົບຊົນລະປະທານທີ່ຊຸດໂຊມເປ່ເພເພື່ອຮັບປະກັນການສະໜອງນ້ຳໃຫ້ພຽງພໍຕາມຄວາມຕ້ອງການ, ໂດຍສະເພາະແມ່ນຢູ່ 10 ແຂວງຈຸດສຸມຜະ ລິດເຂົ້າຄື: ຫຼວງນ້ຳທາ, ບໍ່ແກ້ວ, ໄຊຍະບູລີ, ວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ຈຳປາສັກເປັນຕົ້ນ.