ລາວຫາລື ແຜນງານລຶບລ້າງຄວາມທຸກຍາກ ໄລຍະ 2020-2030
ໃນວັນທີ 27 ທັນວານີ້ ຄະນະຮັບຜິດຊອບຮ່າງແຜນງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ (ທລຍ) ໄດ້ຈັດກອງປະຊຸມວິຊາການຂະແໜງ ການຂັ້ນສູນກາງ ເພື່ອຫາລືກ່ຽວກັບຮ່າງແຜນງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໄລຍະ 2020-2030 ຂຶ້ນຢູ່ກະຊວງພາຍໃນ ເພື່ອເປັນພື້ນຖານໃຫ້ການສືບຕໍ່ກຳນົດກິດຈະກຳ ແລະ ເປົ້າໝາຍຕ່າງໆຂອງແຜນງານແຕ່ລະໄລຍະໃຫ້ຈະແຈ້ງ.
ທ່ານ ຈິດ ທະວີໃສ ຜູ້ອໍານວຍການບໍລິຫານກອງທຶນດັ່ງກ່າວໃຫ້ຮູ້ວ່າ: ເພື່ອສືບຕໍ່ຈັດຕັ້ງປະຕິບັດ ຍຸດທະສາດເພື່ອການເຕີບໂຕ ແລະ ລຶບລ້າງຄວາມທຸກຍາກແຫ່ງຊາດທີ່ສໍານັກງານນາຍຍົົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ເປັນໃຈກາງ ປະສານສົມທົບ ຂະແໜງການຕ່າງໆ ຮ່າງແຜນງານຍຸດທະສາດ ດັ່ງກ່າວຂຶ້ນເພື່ອແນໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງພັກແຕ່ລະຄັ້ງ ໂດຍສະເພາະແມ່ນ ມະຕິຄໍາສັ່ງກ່ຽວກັບວຽກງານ ກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ ຕາມທິດ 3 ສ້າງ ເພື່ອເປັນຂອບໃນການຮ່ວມມື ແລະ ລະດົມທຶນ ໃນຕໍ່ໜ້າ.
ຊຶ່ງໄລຍະຜ່ານມາຄະນະຮັບຜິດຊອບວຽກງານນີ້ ກໍໄດ້ເປີດກອງປະຊຸມປຶກສາຫາລື ກັບຄະນະວິຊາການ ຂອງທະນາຄານໂລກ, ສູນສາກົນ ລຶບລ້າງຄວາມທຸກຍາກ ສປ ຈີນ ເພື່ອຮ່າງແນວຄວາມຄິດເບື້ອງຕົ້ນ ກ່ຽວກັບແຜນງານດັ່ງກ່າວ, ນອກນັ້ນ ຂະແໜງກະສິກໍາປ່າໄມ້ ໃນທົ່ວປະເທດກໍໄດ້ເປັນໃຈກາງ ປຶກສາຫາລືລະດົມຄວາມເຫັນຕ່າງໆເພື່ອສົ່ງໃຫ້ເມືອງ ແລະແຂວງຂອງຕົນພິຈາລະນາແລ້ວນຳສະເໜີກະຊວງກະສິກໍາປ່າໄມ້ ສະຫລຸບສັງລວມ ເຊິ່ງລວມມີ 19 ກິດຈະກໍາຕົ້ນຕໍ ທີ່ຈະຈັດຕັ້ງປະຕິບັດຢູ່ 200 ກວ່າ ຈຸດສຸ່ມໃນ 80 ກວ່າເມືອງ.