ທະນາຄານແຫ່ງ ສປປ ລາວ ໂຈະ! ອອກໃບອະນຸຍາດໃຫ້ສະຖາບັນການເງິນຊົ່ວຄາວ


ໂດຍປະຕິບັດຕາມໜັງສືແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວກັບສະພາບການຂໍອະນຸ ຍາດດໍາເນີນທຸລະກິດສະຖາບັນການເງິນຢູ່ ສປປ ລາວ ສະບັບເລກທີ 264/ຫສນຍ.ກສສ ລົງວັນທີ 15 ກຸມພາ 2017,ກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ຈຶ່ງໄດ້ອອກແຈ້ງການເລກທີ 95/ກຄສງລົງວັນທີ 18 ພຶດສະພາ 2017 ກ່ຽວກັບການໂຈະຊົ່ວຄາວໃນການອອກໃບອະນຸຍາດດໍາເນີນທຸລະກິດສະຖາບັນການເງິນຢູ່ ສປປ ລາວ.
ແຈ້ງການດັ່ງກ່າວ ໄດ້ລະບຸວ່າ: ປະຈຸບັນການດໍາເນີນທຸລະກິດຮູບແບບສະຖາບັນການເງິນໄດ້ຮັບຄວາມສົນ ໃຈໃນການລົງທຶນຈາກບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະຕ່າງປະເທດ ເຮັດໃຫ້ສະຖາບັນການເງິນຢູ່ ສປປ ລາວ ໄດ້ມີ ຈໍານວນເພີ່ມຂຶ້ນຢ່າງຕໍ່ເນື່ອງຊຶ່ງເປັນການສ້າງໂອກາດໃຫ້ປະຊາຊົນ ສາມາດເຂົ້າເຖິງການບໍລິການທາງດ້ານການເງິນໄດ້ຫຼາຍຂຶ້ນ ແລະ ໄດ້ເປັນການປະກອບສ່ວນສຳຄັນເຂົ້າໃນການພັດທະນາພື້ນຖານເສດຖະກິດ-ສັງຄົມຂອງ ສປປ ລາວ.
+ ທຫລ ເຜີຍມີ 24 ບໍລິສັດເຄື່ອນໄຫວດ້ານການເງິນບໍ່ໄດ້ຮັບອະນຸຍາດ
ເຖິງແນວໃດກໍຕາມ ບັນດາສະຖາບັນການເງິນຢູ່ ສປປ ລາວ ຍັງເປັນສະຖາບັນຂະໜາດນ້ອຍເມື່ອທຽບໃສ່ບັນດາປະເທດໃນພາກພື້ນ, ຄວາມສາມາດໃນການແຂ່ງຂັນ ກໍຄືການກະກຽມຄວາມພ້ອມໃນການເຊື່ອມໂຍງກັບພາກພື້ນ ແລະສາກົນ ຍັງຈໍາກັດ, ສະນັ້ນ ກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ຈຶ່ງໄດ້ໂຈະຊົ່ວຄາວໃນການອອກໃບອະນຸຍາດດໍາເນີນທຸລະກິດສະຖາບັນການເງິນຢູ່ ສປປ ລາວໃນທຸກຮູບແບບຄື: ສະຖາບັນການເງິນ ທີ່ຮັບເງິນຝາກ, ສະຖາບັນການເງິນ ທີ່ບໍ່ຮັບເງິນຝາກ, ສະຫະກອນສິນເຊື່ອ ແລະເງິນຝາກປະຢັດ, ບໍລິສັດ ເຊົ່າສິນເຊື່ອ, ໂຮງຊວດຈໍາ ແລະບໍ ລິສັດ ໂອນເງິນດ່ວນລະຫວ່າງປະເທດ, ທັງນີ້ກໍເພື່ອຈຸດປະສົງທົບທວນ ແລະປະເມີນການຈັດຕັ້ງປະຕິບັດບັນດາລະບຽບນິຕິກໍາ ໃຫ້ໄດ້ຮັບການປັບປຸງດີຂຶ້ນ, ແທດເໝາະກັບການຂະຫຍາຍຕົວທາງດ້ານເສດຖະກິດຂອງ ສປປ ລາວ ຊຶ່ງໄລຍະເວລາໃນການໂຈະຊົ່ວຄາວດັ່ງກ່າວແມ່ນນັບແຕ່ວັນທີ 01 ມີນາ 2017 ຮອດວັນທີ 28 ກຸມພາ 2019.
ສໍາລັບເອກະສານຂໍອະນຸຍາດດໍາເນີນທຸລະກິດດັ່ງກ່າວ ທີ່ໄດ້ຍື່ນມາກ່ອນວັນທີ 01 ມີນາ 2017 ໃນກໍລະນີເອ ກະສານຄົບຖ້ວນ, ຖືກຕ້ອງ ແລະສອດຄ່ອງກັບລະບຽບການນັ້ນ ກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ຈະສືບຕໍ່ພິຈາລະນາ ຄົ້ນຄ້ວາອອກໃບອະນຸຍາດດໍາເນີນທຸລະກິດຕາມລະບຽບ ນິຕິກໍາທີ່ໄດ້ກໍານົດໄວ້.
# ໂດຍ: ຣັດສະໝີ ດວງສັດຈະ