ທ່ອງ​ທ່ຽວ​ອິນ​ເດຍຖືກ​ກະທົບ​ຈາກ​ການ​ປະ​ທ້ວງ​ກົດໝາຍ​ສັນຊາດ

ທ່ອງ​ທ່ຽວ​ອິນ​ເດຍຖືກ​ກະທົບ​ຈາກ​ການ​ປະ​ທ້ວງ​ກົດໝາຍ​ສັນຊາດ - Untitled 1 3 - ທ່ອງ​ທ່ຽວ​ອິນ​ເດຍຖືກ​ກະທົບ​ຈາກ​ການ​ປະ​ທ້ວງ​ກົດໝາຍ​ສັນຊາດ
ທ່ອງ​ທ່ຽວ​ອິນ​ເດຍຖືກ​ກະທົບ​ຈາກ​ການ​ປະ​ທ້ວງ​ກົດໝາຍ​ສັນຊາດ - kitchen vibe - ທ່ອງ​ທ່ຽວ​ອິນ​ເດຍຖືກ​ກະທົບ​ຈາກ​ການ​ປະ​ທ້ວງ​ກົດໝາຍ​ສັນຊາດ

      ການທ່ອງທ່ຽວອິນ​ເດຍ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ປະ​ທ້ວງ​ໃນ​ຫລາຍ​ພື້ນທີ່​ຕໍ່ຕ້ານ​ກົດໝາຍ​ສັນຊາດ​ສະບັບ​ແກ້​ໄຂ​ທີ່​ໃຫ້​ຜູ້​ອົບ​ພະຍົບກຸ່ມ​ນ້ອຍ​ໄດ້​ສັນຊາດ​ອິນ​ເດຍງ່າຍ​ຂຶ້ນ ​ເພາະ​ມີ​ຢ່າງ​ໜ້ອຍ 7 ປະ​ເທດ​ອອກ​ຄຳ​ເຕືອນ​ການ​ເດີນທາງ​ມາ​ອິນ​ເດຍ​ແລ້ວ.

      ການ​ປະ​ທ້ວງ​ທີ່​ເກີດ​ຂຶ້ນນັບ​ແຕ່​ກົດໝາຍ​ນີ້​ຍັງ​ເປັນ​ຮ່າງ​ກົດໝາຍ​ ຈົນ​ສະພາ​ຜ່ານ​ຄວາມ​ເຫັນ​ພ້ອມ​ໃນຕົ້ນ​ເດືອນ​ທັນວາ​ນີ້ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ແລ້ວ 25 ຄົນ. ລັດ​ອຸ​ຕະປະ​ເທດ ທາງ​ຕອນ​ເໜືອ​ເປັນ​ຈຸດ​ທີ່​ມີ​ການ​ປະ​ທ້ວງ​ຮຸນ​ແຮງ​ທີ່​ສຸດ ​ແລະ ​ເປັນ​ທີ່​ຕັ້ງຂອງທັດ​ມາ​ຮາ ​ແຫລ່ງທ່ອງ​ທ່ຽວ​ຊື່​ດັງ​ຂອງ​ປະເທດ. ທາງການອິນເດຍຄາດຄະເນວ່າ: ປະມານສອງອາທິດຜ່ານມານີ້ ມີນັກທ່ອງທ່ຽວທັງໃນ ແລະ ຕ່າງປະເທດຍົກເລີກ ຫລື ເລື່ອນການມາເບິ່ງອະນຸສອນສະຖານຫິນອ່ອນແຫ່ງນີ້ແລ້ວ 200.000 ຄົນ, ຕຳຫລວດທ່ອງທ່ຽວໃກ້ທັດມາຮາເປີດເຜີຍວ່າ: ເດືອນທັນວາປີນີ້ມີຄົນມາທ່ຽວຫລຸດລົງເຖິງ 60% ທຽບໃສ່ເດືອນທັນວາປີກ່ອນ, ນັກທ່ອງທ່ຽວຊາວອິນເດຍ ແລະ ຕ່າງປະເທດໂທລະສັບມາສອບຖາມສະຖາ ນະການ. ຕຳຫລວດຮັບຮອງວ່າປອດໄພ, ແຕ່ຫລາຍຄົນຍັງບໍ່ກ້າມາ. ໂຮງແຮມຫລູ ​ແລະ ທີ່​ພັກ​ທຳ​ມະ​ດາ​ອ້ອມ​ຮອບ​ທັດ​ມາ​ຮາ​ຕ່າງ​ຈົ່ມ​ເປັນ​ສຽງ​ດຽວ​ກັນ​ວ່າ: ລູກ​ຄ້າ​ຍົກ​ເລີກ​ການ​ຈອງ​ໃນ​ນາທີ​ສຸດ​ທ້າຍ ທັງ​ທີ່​ເປັນ​ລະດູ​ທ່ອງ​ທ່ຽວ ທຳລາຍ​ບັນຍາກາດ​ທາງ​ທຸລະ​ກິດ​ທີ່​ຊຸດ​ໂຊມ​ຢູ່​ແລ້ວ ​ເພາະ​ເສດຖະກິດ​ຂະຫຍາຍຕົວ​ຫລຸດ​ລົງ​ເຫລືອ 4,5% ຕໍ່າ​ທີ່​ສຸດ​ໃນ​ຮອບ​ກວ່າ 6 ປີ.

ທ່ອງ​ທ່ຽວ​ອິນ​ເດຍຖືກ​ກະທົບ​ຈາກ​ການ​ປະ​ທ້ວງ​ກົດໝາຍ​ສັນຊາດ - Visit Laos Visit SALANA BOUTIQUE HOTEL - ທ່ອງ​ທ່ຽວ​ອິນ​ເດຍຖືກ​ກະທົບ​ຈາກ​ການ​ປະ​ທ້ວງ​ກົດໝາຍ​ສັນຊາດ

       ທັດ​ມາ​ຮາ​ຕັ້ງຢູ່​ເມືອງ​ອັກຣາ ມີ​ຄົນ​ໄປ​ທ່ຽວ​ປີ​ລະ​ກວ່າ 6,5 ລ້ານ​ຄົນ ມີ​ລາຍ​​ໄດ້​ຈາກ​ຄ່າ​ຜ່ານ​ປະຕູ​ປີ​ລະ​ເກືອບ 14 ລ້ານ​ໂດ​ລາ​ສະຫະລັດ ​ເພາະ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ຕ້ອງ​ຈ່າຍ​ຄ່າ​ເຂົ້າຄົນ​ລະ 1.100 ຣູປີ. ປະທານ​ມູນ​ນິທິ​ພັດທະນາ​ການທ່ອງທ່ຽວ​ອັກຣາທີ່​ເບິ່ງ​ແຍງ​ບໍລິສັດ​ນຳ​ທ່ຽວ, ​ໂຮງ​ແຮມ ​ແລະ ​ໄກ້​ກວ່າ 250 ຄົນ ​ເປີດ​ເຜີຍ​ວ່າ: ການ​ທີ່​ທາງ​ການ​ຕັດ​ການ​ເຊື່ອມ​ຕໍ່​ອິນ​ເຕີ​ເນັດ​ໃນ​ເມືອງ​ນີ້ ​ເພື່ອ​ຢຸດ​ການ​ກໍ່​ຄວາມ​ບໍ່​ສະຫງົບ ສົ່ງ​ຜົນ​ໃຫ້ການ​ທ່ອງ​ທ່ຽວ ​ແລະ ການ​ເດີນທາງ​ໃນ​ເມືອງ​ນີ້​ຫລຸດ​ລົງ 50-60%, ສ່ວນ​ຢູ່​ລັດ​ອຳ​ສຳ ​ເຊິ່ງມີ​ການ​ປະ​ທ້ວງ​ໜັກ​ເຊັ່ນ​ກັນ ປະທານ​ບໍລິສັດ​ການ​ພັດທະນາ​ທ່ອງ​ທ່ຽວ​ອຳ​ສຳ​ເປີດ​ເຜີຍ​ວ່າ: ປົກກະຕິ​ແລ້ວ​ເດືອນ​ນີ້​ຈະ​ມີ​ນັກ​ທ່ອງ​ທ່ຽວ​ສະ​ເລ່ຍ 500.000 ຄົນ, ​ແຕ່​ການ​ປະ​ທ້ວງ ​ແລະ ການ​ທີ່​ຫລາຍ​ປະ​ເທດ​ອອກ​ຄຳ​ເຕືອນການ​ເດີນທາງ ​ເຮັດ​ໃຫ້​ຕົວ​ເລກ​ຫລຸດ​ລົງ​ເຖິງ 90% ປະ​ເທດ​ທີ່​ເຕືອນ​ພົນລະ​ເມືອງ​ໃຫ້​ຫລີກ​ເວັ້ນ ຫລື ​ໃຊ້​ຄວາມ​ລະມັດລະວັງ​ໃນ​ການ​ມາ​ອິນ​ເດຍ​ໄດ້​ແກ່ ອາ​ເມ​ລິ​ກາ, ອັງກິດ, ຣັດ​ເຊຍ, ອິດສະ​ລາ​ແອນ, ກາ​ນາ​ດາ, ສິງກະ​ໂປ ​ແລະ ​ໄຕ້​ຫວັນ.

ທ່ອງ​ທ່ຽວ​ອິນ​ເດຍຖືກ​ກະທົບ​ຈາກ​ການ​ປະ​ທ້ວງ​ກົດໝາຍ​ສັນຊາດ - 4 - ທ່ອງ​ທ່ຽວ​ອິນ​ເດຍຖືກ​ກະທົບ​ຈາກ​ການ​ປະ​ທ້ວງ​ກົດໝາຍ​ສັນຊາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!