ລາວຈະເອົາໃຈໃສ່ຄຸ້ມຄອງເຂື່ອນໃຫ້ມີປະສິດທິຜົນກວ່າເກົ່າ
ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຢັ້ງຢືນວ່າ: ຈະເພີ່ມທະວີການກວດກາ ແລະ ຄຸ້ມຄອງບັນດາເຂື່ອນພາຍໃນປະເທດໃຫ້ຮັບປະກັນດ້ານຄຸນນະພາບ, ມີຄວາມປອດໄພ ແລະ ມີປະສິດທິຜົນສູງສຸດ ເຊິ່ງປັດຈຸບັນໄດ້ແຕ່ງຕັ້ງຄະນະກຳມະການຄຸ້ມຄອງຄວາມປອດໄພຂອງເຂື່ອນ ເຊິ່ງປະກອບມີຕົວແທນຈາກຫລາຍຂະແໜງ ເພື່ອຕິດຕາມກວດກາການກໍ່ສ້າງເຂື່ອນ ນັບແຕ່ຂອດການສຶກສາສຳຫລວດ, ການອອກແບບ, ກວດກາບັນດາເອກະສານໂຄງການ, ກວດກາພາກສະໜາມຢ່າງເປັນລະບົບຄົບຊຸດ ພ້ອມທັງສະເໜີວິທີແກ້ໄຂໃນກໍລະນີທີ່ພົບເຫັນບັນຫາຕ່າງໆໃຫ້ທັນການ, ພ້ອມທັງປັບປຸງກົນໄກການຄຸ້ມຄອງດ້ານຄວາມປອດໄພຂອງເຂື່ອນໃຫ້ມີຄວາມໜາແໜ້ນ ແລະ ຮັບປະກັນຄຸນນະພາບ ແນໃສ່ສ້າງມາດຕະຖານດ້ານຄວາມປອດໄພໃຫ້ຕິດພັນກັບຄວາມຍືນຍົງໃນການພັດທະນາຂະແໜງພະລັງງານໄຟຟ້າຢູ່ປະເທດເຮົາ.
ທ່ານລັດຖະມົນຕີກະຊວງດັ່ງກ່າວ ໃຫ້ຮູ້ວ່າ: ປັດຈຸບັນ ທົ່ວປະເທດມີເຂື່ອນທີ່ດຳເນີນການຜະລິດກະແສໄຟ 73 ແຫ່ງ ລວມມີກໍາລັງຕິດຕັ້ງ 9.531 ເມກາວັດ, ສາມາດຜະລິດກະແສໄຟຟ້າໄດ້ຫລາຍກວ່າ 50 ຕື້ກິໂລວັດໂມງຕໍ່ປີ ໃນນີ້ສົ່ງຂາຍໃຫ້ຕ່າງປະເທດເກືອບ 6.000 ເມກາວັດ. ສະເພາະປີນີ້ມີ 12 ເຂື່ອນໄດ້ຮັບການກໍ່ສ້າງສຳເລັດ ແລະ ສາມາດຜະລິດກະແສໄຟຟ້າໄດ້ແລ້ວ ເປັນຕົ້ນເຂື່ອນໄຟຟ້ານ້ຳຂອງໄຊຍະບູລີ, ເຂື່ອນນ້ຳງຽບ 1, ເຊປຽນ-ເຊນ້ຳນ້ອຍ, ດອນສະຮົງ ແລະ ໂຄງການອື່ນໆ. ພ້ອມນີ້ຍັງມີ 27 ແຫ່ງພວມດຳເນີນການກໍ່ສ້າງ ເຊິ່ງຄາດວ່າຈະສຳເລັດໃນປີ 2020-2021 ນີ້.