ເຊກອງປະກາດເມືອງກະລຶມເປັນເມືອງຈົບຊັ້ນມັດ ທະຍົມສຶກສາຕອນຕົ້ນບຳລຸງ


ພິທີປະກາດເມືອງກະລຶມ ແຂວງເຊກອງ ເປັນເມືອງຈົບຊັ້ນມັດທະຍົມຕອນຕົ້ນບຳລຸງ ໄດ້ຈັດຂຶ້ນໃນວັນທີ 30 ທັນວານີ້ ທີ່ເມືອງດັ່ງກ່າວ, ໂດຍການເຂົ້າຮ່ວມຂອງທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງເຊກອງ, ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳ-ສັງຄົມຂັ້ນແຂວງ ແລະ ມວນຊົນເຂົ້າຮ່ວມເປັນຈຳນວນຫລາຍ.
ຮອງເລຂາພັກເມືອງ, ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳ-ສັງຄົມຂັ້ນເມືອງ ໃຫ້ຮູ້ວ່າ: ເມືອງກະລຶມເປັນເມືອງພູດອຍທຸລະກັນດານ ມີເນື້ອທີ່ທັງໝົດ 369.700 ເຮັກຕາ, ມີພົນລະເມືຶອງທັງໝົດ 18 ພັນກວ່າຄົນ, ຍິງ 7 ພັນກວ່າຄົນ, ມີ 53 ບ້ານ ແບ່ງອອກເປັນ 7 ກຸ່ມບ້ານ, ມີ 4 ເຜົ່າຢູ່ຮ່ວມກັນຄື: ເຜົ່າກຼຽງ, ກະຕູ່, ຈະຕ໋ອງ ແລະ ເຜົ່າຕະໂອ້ຍ, ລາຍຮັບສະເລ່ຍ 360 ໂດລາ/ຄົນ/ປີ, ມີປະຊາກອນອາຍຸ 15-40 ທັງໝົດ 6.879 ຄົນ, ຍິງ 3.277ຄົນ ໃນນີ້ຮຽນຈົບປະຖົມ 6.746 ຄົນ ເທົ່າກັບ 98,06%, ຮຽນຈົບມັດທະຍົມສຶກສາຕອນຕົ້ນ 3.664 ຄົນ, ໃນນັ້ນ ມີກຸ່ມເປົ້າໝາຍຮຽນມໍຕົ້ນບຳລຸງ 1.000 ກວ່າຄົນ. ຜ່ານການສຶກສາຮໍ່າຮຽນສາມາດສອບເສັງຈົບມໍຕົ້ນບຳລຸງໄດ້ 995 ຄົນ ເທົ່າກັບ 93,07% ແລະ ຜ່ານການຮຽນ-ການສອນຕົວຈິງ ມາຮອດສົກຮຽນ 2018-2019 ສາມາດປະກາດເປັນບ້ານຈົບຊັ້ນມັດທະຍົມສຶກສາຕອນຕົ້ນບຳລຸງໄດ້ 46 ບ້ານ ເທົ່າກັບ 86% ຂອງຈຳນວນບ້ານທັງໝົດ ແລະ ສາມາດຈົບຊັ້ນມັດທະຍົມສຶກສາຕອນຕົ້ນບຳລຸງ 995 ຄົນ, ຍິງ 346 ຄົນ ເທົ່າກັບ 100%.
ໃນໂອກາດນີ້, ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການແລະ ກິລາ ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ເມືອງກະລຶມເປັນເມືອງຈົບມັດທະຍົມສຶກສາຕອນຕົ້ນບຳລຸງ, ພ້ອມໄດ້ເປີດປ້າຍເມືອງກະລຶມເປັນເມືອງຈົບມັດທະຍົມສຶກສາຕອນຕົ້ນບຳລຸງຢ່າງເປັນທາງການ.