ກະຊວງແຜນການ ແລະ ການລົງທຶນດໍາເນີນກອງປະຊຸມຄົບຄະນະບໍລິຫານງານພັກ
ໃນວັນທີ 30 ທັນວາ 2019 ຜ່ານມານີ້, ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ດໍາເນີນກອງປະຊຸມຄົບຄະນະບໍລິຫານງານພັກຄັ້ງທີ 4 ສະໄໝທີ III ພາຍໃຕ້ການເປັນປະທານຂອງສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ເພື່ອສໍາຫລວດກວດກາ ແລະ ຕີລາຄາການຊີ້ນໍາ-ນໍາພາຂອງຄະນະບໍລິຫານງານພັກກະຊວງສະໄໝທີ III ໃນໄລຍະ 1 ປີທີ່ຜ່ານມາ, ພ້ອມທັງຫາລືກໍານົດທິດທາງ, ແຜນການວຽກງານໃນປີຕໍ່ໜ້າ.
ໃນໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ເຜີຍແຜ່ມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກຄັ້ງທີ 9 ສະໄໝທີ X ແລະເອກະສານສຳຄັນຈໍານວນໜຶ່ງ ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນທີ່ຈະໄຂຂຶ້ນໃນມໍ່ໆນີ້ ຊຶ່ງກະຊວງແຜນການ ແລະ ການລົງທຶນ ແມ່ນຂະແໜງການທີ່ມີບົດບາດສຳຄັນໃນການເປັນເສນາທິການໃຫ້ສູນກາງພັກ ແລະ ລັດຖະບານໃນການຄຸ້ມຄອງມະຫາພາກດ້ານວຽກງານແຜນການ, ການຄົ້ນຄວ້າສັງລວມແຜນຍຸດທະສາດ, ແຜນແມ່ບົດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ກົນໄກ ແລະ ນະໂຍບາຍລວມກ່ຽວກັບການຄຸ້ມຄອງເສດຖະກິດມະຫາພາກ, ວຽກງານສົ່ງເສີມການລົງທຶນ, ວຽກງານສະຖິຕິ, ວຽກງານຍາດແຍ່ງການຊ່ວຍເຫລືອທາງການເພື່ອພັດທະນາ ແລະ ວຽກງານປິ່ນອ້ອມອື່ນໆ.