ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຈະຢ້ຽມຢາມ ສປ ຈີນ ຢ່າງເປັນທາງການແຕ່ວັນທີ 5-9 ມັງກອນນີ້
January 3, 2020 - 10:43 AM
ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ຫມັ້ນຄົງຍາວນານ ຕາມທິດ 4 ດີ ແລະ ຄູ່ຮ່ວມຊາຕາກໍາ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນຈີນ, ໂດຍຕອບສະໜອງຕາມຄຳເຊີນ ຂອງ ສະຫາຍ ຫລີ ເຄີສຽງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດປະຊາຊົນຈີນ, ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ຈະດຳເນີນການຢ້ຽມຢາມ ສາທາລະນະລັດປະຊາຊົນຈີນ ຢ່າງເປັນທາງການ, ໃນລະຫວ່າງວັນທີ 05 – 09 ມັງກອນ 2020.