ຈັບສະຫຼາກແບ່ງສາຍແລ້ວ ບານເຕະຊິງຂັນ ສຕລ 2020 ທີ່ແຂວງຈໍາປາສັກ
January 6, 2020 - 11:24 AM
ພິທີຈັບສະຫຼາກແບ່ງສາຍ ບານເຕະຊາຍຮຸ່ນທົ່ວໄປ ຊິງຂັນສະຫະພັນກິລາບານເຕະແຫ່ງຊາດລາວ ທີ່ສະໜາມກິລາແຂວງຈຳປາສັກ ຈັດຂຶ້ນໃນວັນທີ 5 ມັງກອນ 2020 ໂດຍແບ່ງອອກເປັນ 2 ກຸ່ມໆລະ 5 ທີມ ເພື່ອເອົາອັນດັບ 1 ແລະ 2 ຂອງແຕ່ລະກຸ່ມເຂົ້າຮອບຕໍ່ໄປ ເຊິ່ງຈະແຂ່ງຂັນລະຫວ່າງວັນທີ 11-31 ມັງກອນ 2020 ໂດຍຜົນຈັບສະຫຼາກມີດັ່ງນີ້:
ກຸ່ມ A : ເມືອງໂພນທອງ, ປ.ກ.ສ ແຂວງ, U17 ຈຳປາສັກ,ວິທະຍາໄລເຕັກນິກ,ໄອດີຊີ. ແລະ ກຸ່ມ B : ທະຫານແຂວງ, ເມືອງຈຳປາສັກ (ຟາຍເດ),ເມືອງປະທຸມພອນ (ກິຕູ້), ກອງພົນທະຫານຮາບທີ5,ມະຫາວິທະຍາໄລຈຳປາສັກ.