ລາວຫາລືເປົ້າໝາຍການພັດທະນາແບບຍືນຍົງ
ກອງປະຊຸມສໍາມະນາລະດັບຊາດກ່ຽວກັບ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ໄດ້ຈັດຂຶ້ນໃນວັນທີ 6 ມັງກອນ ນີ້, ຢູ່ສູນຝຶກອົບຮົມ ແລະ ຮ່ວມມືສາກົນ (ICTC) ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ມີຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການຕ່າງໆ, ຜູ້ຕາງໜ້າຈາກສະຖານທູດ ແລະ ອົງການເຄືອຂ່າຍຂອງສະຫະປະຊາຊາດ (ສປຊ) ປະຈໍາລາວເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການບັນຍາຍຂອງທ່ານ ສາສະດາຈານ ເຈຟຟຼີ ແຊັກ ຫົວໜ້າເຄືອຂ່າຍແກ້ໄຂໃນ ບັນຫາເພື່ອການພັດທະນາແບບຍືນຍົງ (ປພຍ) ຂອງອົງການສະຫະປະຊາຊາດ (ສປຊ), ສາສະດາຈານປະຈໍາມະຫາວິທະຍາໄລ ແລະ ຫົວໜ້າສູນຄົ້ນຄ້ວາເພື່ອການພັດທະນາແບບຍືນຍົງ ຂອງມະຫາວິທະຍາໄລໂກລໍາບີ ນິວຢອກ ສະຫະລັດອາເມລິກາ.
ລາວເປັນປະເທດໜຶ່ງທີ່ມີຄວາມພະຍາຍາມໃນການເຊື່ອມສານ ປພຍ ແລະ ວາລະ 2030 ຂອງສາກົນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງຕົນ ນັບຕັ້ງແຕ່ ອົງການ ສປຊ ໄດ້ຮັບຮອງໃນປີ 2015 ເປັນຕົ້ນມາ. ຂະບວນການເຊື່ອມສານ ປພຍ ຂອງລາວ ແມ່ນໄດ້ເລີ່ມຕົ້ນພ້ອມກັບຂະບວນການຕີລາຄາກາງສະໄໝແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VII ແລະ ການກະກຽມແຜນ VIII ໃນປີ 2016, ລັດຖະບານລາວໄດ້ກໍານົດ ປພຍ ໃຫ້ເໝາະສົມກັບເງື່ອນໄຂ ແລະ ສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ຂອງທ້ອງຖິ່ນ ແລະ ເຊື່ອມສານ ປພຍ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020). ປະມານ 60% ຂອງຕົວຊີ້ບອກພາຍໃຕ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແມ່ນຕິດພັນໂດຍກົງກັບຕົວຊີ້ບອກຂອງ ປພຍ ແລະ ຈະສືບຕໍ່ເຊື່ອມສານບັນດາຕົວຊີ້ບອກທີ່ຍັງເຫຼືອເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X (2026-2030) ແລະ ແຜນຍຸດທະສາດຂອງຂະແໜງການໃນແຕ່ລະໄລຍະ.
ສະເພາະໃນປີນີ້ ຄະນະຊີ້ນຳລະດັບຊາດເພື່ອຈັດຕັງປະຕິບັດ ປພຍ ຢູ່ລາວ ໄດ້ຮັບຮອງເອົາແຜນປະຕິບັດງານແຫ່ງຊາດ ເພື່ອການຈັດຕັ້ງປະຕິບັດວາລະປີ 2030 ປພຍ (National SDG Roadmap) ແລະ ແຜນດໍາເນີນງານແຫ່ງຊາດເພື່ອການສື່ສານ, ໂຄສະນາ ແລະ ເຜີຍແຜ່ ວາລະ 2030 (SDG Communication Work Plan) ຊຶ່ງເປັນອກະສານໜຶ່ງທີ່ມີຄວາມສຳຄັນ ແລະ ເປັນພື້ນຖານໃຫ້ແກ່ຫຼາຍຂະແໜງການໃນການຈັດຕັ້ງປະຕິບັດ ປພຍ ແຕ່ນີ້ຈົນຮອດປີ 2030. ນອກນັ້ນ, ຍັງໄດ້ມີການຮັບຮອງເອົາຄຳຂວັນ, ກາໝາຍ ປພຍ ແຫ່ງຊາດ ແລະ ເອກະສານຕົວຊີ້ບອກ ປພຍ ຂອງແຕ່ລະກະຊວງ ແລະ ອົງການລັດທຽບເທົ່າກະຊວງ, ເຊິ່ງນັບວ່າເປັນບາດກ້າວທີ່ສໍາຄັນໃນການກໍານົດ, ຕິດຕາມ ແລະ ປະເມີນຜົນຄວາມຄືບໜ້າການຈັດຕັ້ງປະຕິບັດ ປພຍ ໃນອະນາຄົດ.