ກອງກຳລັງພິທັກອີຣານ ຍິງຈະຫລວດຖະຫລົ່ມຖານທັບອາເມລິກາຢູ່ອີຣັກ
ກອງກຳລັງພິທັກປະຕິວັດອີຣານ ເປີດສາກປະຕິບັດການ “ນັກບຸນໂຊໄລມານີ” ດ້ວຍການຍິງຈະຫລວດຢ່າງໜ້ອຍ 10 ລູກ ໂຈມຕີຖານທັບສະຫະລັດອາເມລິກາໃນພາກຕາເວັນຕົກຂອງອີຣັກ ຕາມຄຳຂູ່ວ່າຈະມີການ “ລ້າງແຄ້ນຢ່າງສາສົມ” ຫລັງທະຫານອາເມລິກາລອບສັງຫານ ພົນຕີ ກັສເຊັມ ໂຊໄລມານີ ອະດີດຜູ້ບັນຊາການກອງກຳລັງນັກຮົບພິເສດ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງແບັກແດດ ປະເທດອີຣັກ ໃນວັນທີ 8 ມັງກອນວ່າ: ມີການຍິງຈະຫລວດຢ່າງໜ້ອຍ 10 ລູກ ໂຈມຕີຖານທັບອາກາດອັລ ອາຊາດ ເຊິ່ງມີກອງກຳລັງນາວິກກະໂຍທິນຂອງສະຫະລັດອາເມລິກາປະຈຳການ ຕັ້ງຢູ່ແຂວງອັນບາ ໃນພາກຕາເວັນຕົກຂອງອີຣັກ ໃນຕອນຮຸ່ງເຊົ້າຂອງວັນທີ 8 ມັງກອນ ຕາມເວລາທ້ອງຖິ່ນ. ເບື້ອງຕົ້ນຍັງບໍ່ມີລາຍງານຂອບເຂດຂອງຄວາມສູນເສຍທີ່ຈະແຈ້ງ, ສ່ວນກອງທັບອາເມລິກາຍັງປະຕິເສດໃຫ້ຂໍ້ມູນເພີ່ມຕື່ມ, ສ່ວນທຳນຽບຂາວແຈ້ງພຽງວ່າ: ປະທານາທິບໍດີ ໂດນັລ ທຣຳ ໄດ້ຮັບລາຍງານແລ້ວ ແລະ ກຳລັງຕິດຕາມ ສະຖານະການຢ່າງໃກ້ຊິດ.
ເຖິງຢ່າງໃດກໍຕາມ, ສະຖານີໂທລະພາບແຫ່ງຊາດຂອງອີຣານລາຍງານວ່າ: ກອງກຳລັງທາງອາກາດແຫ່ງກອງກຳລັງພິທັກປະຕິວັດອີຣານ (IRGC) ເປີດສາກປະຕິບັດການ “ນັກບຸນໂຊໄລມານີ” ດ້ວຍການຍິງລູກສອນໄຟຈາກອາກາດສູ່ອາກາດ ຢ່າງໜ້ອຍ 10 ລູກ ໃສ່ຖານທັບອາກາດອັລ ອາຊາດ ໃນອີຣັກ ເຊິ່ງກອງທັບອາເມລິກາເຂົ້າມາໃຊ້ງານເທື່ອທຳອິດຕອນສົງຄາມໂຄ່ນອຳນາດອະດີດປະທານາທິບໍດີ ຊັດດຳ ຮຸນເຊນ ໃນປີ 2003. ຂະນະດຽວກັນ IRGC ອອກປະກາດເຕືອນກອງທັບອາເມລິກາ ແລະ ພັນທະມິດຕາເວັນຕົກ ເຊິ່ງຍັງປະຈຳການຢູ່ອີຣັກ ໃຫ້ກຽມພ້ອມຮັບມືການໂຈມຕີຮອບຕໍ່ໄປ.
ທັງນີ້ ສະຖານະການຢູ່ຕາເວັນອອກກາງເຄັ່ງຕຶງເຖິງຂີດສຸດໃນຮອບຫລາຍທົດສະວັດ ນັບແຕ່ກອງທັບອາເມລິກາໂຈມຕີທາງອາກາດໃກ້ສະໜາມບິນນາໆຊາດແບັກແດດ ໃນວັນທີ 2 ມັງກອນ ລອບສັງຫານ ພົນຕີ ກັສເຊັມ ໂຊໄລມານີ ອະດີດຜູ້ບັນຊາການກອງກຳລັງນັກຮົບພິເສດ “ຄຸດສ໌” ຂອງ IRGC ແລະ ທ່ານ ອາບູ ມາດີ ອັລ-ມູຮັນດິສ ຮອງຜູ້ບັນຊາການກອງກຳລັງຮັດ ຫລື PMF ເຊິ່ງເປັນເຄືອຂ່າຍນັກຮົບຊີອະໃນອີຣັກທີ່ມີຄວາມໃກ້ຊິດກັບອີຣານ ຫລັງເກີດເຫດລັດຖະບານເຕຮາລານປະກາດ “ເອົາຄືນຢ່າງສາສົມ” ຕໍ່ອາເມລິກາ.