ຊາວອິນໂດເນເຊຍກຽມຮັບມືຝົນຕົກໜັກຮອບໃໝ່ຍອດຜູ້ເສຍຊີວິດເພີ່ມເປັນ 66 ຄົນ
ຊາວອິນໂດເນເຊຍກຽມຮັບມືຝົນຕົກໜັກຮອບໃໝ່ ຫລັງຈາກເກີດຝົນຕົກໜັກ, ນ້ຳຖ້ວມ ແລະ ດິນເຈື່ອນໃນອາທິດກ່ອນ ເຊິ່ງທາງການລະບຸ ຈຳນວນຜູ້ເສຍຊີວິດທັງໃນ ແລະ ອ້ອມຮອບນະຄອນຫລວງຈາກາຕາເພີ່ມເປັນຢ່າງໜ້ອຍ 66 ຄົນແລ້ວ.
ນະຄອນຫລວງຈາກາຕາ ເຊິ່ງມີປະຊາກອນປະມານ 30 ລ້ານຄົນ ຜະເຊີນຝົນຕົກໜັກນ້ຳຖ້ວມຄັ້ງໃຫຍ່ໃນອາທິດຜ່ານມາ ເຮັດໃຫ້ປະຊາຊົນຫລາຍໝື່ນຄົນຕ້ອງອົບພະຍົບໄປອາໄສຢູ່ບ່ອນພັກຊົ່ວຄາວ. ຫລ້າສຸດ ສຳນັກອຸຕຸນິຍົມວິທະຍາອິນໂດເນເຊຍປະກາດເຕືອນໃນວັນທີ 6 ມັງກອນນີ້ ໃຫ້ປະຊາຊົນກຽມພ້ອມຮັບມື ແລະ ຂົນຍ້າຍຊັບສິນກ່ອນຈະມີພາຍຸພັດຖະຫລົ່ມເຂົ້າມາໃນອີກບໍ່ເທົ່າໃດອາທິດຕໍ່ໜ້າ. ນ້ຳຖ້ວມທີ່ຜ່ານມາຖືເປັນນ້ຳຖ້ວມຄັ້ງໃຫຍ່ທີ່ສຸດຂອງນະຄອນຫລວງຈາກາຕາ ນັບແຕ່ເລີ່ມມີການບັນທຶກສະຖິຕິໃນຄຣິສຕະວັດທີ 19.
ທາງການອິນໂດເນເຊຍຖະແຫລງ ຈຳນວນຜູ້ເສຍຊີວິດຈາກນ້ຳຖ້ວມຫລ້າສຸດເພີ່ມເປັນ 66 ຄົນ ແລະ ມີລາຍງານຜູ້ສູນຫາຍອີກ 2 ຄົນໃນພື້ນທີ່ທາງຕາເວັນຕົກຂອງນະຄອນຫລວງຈາກາຕາ. ລາຍງານລະບຸວ່າ: ມາຮອດປັດຈຸບັນຍັງມີປະຊາຊົນຫລາຍພັນຄົນທີ່ຍັງອາໄສຢູ່ບ່ອນພັກຊົ່ວຄາວ ແລະ ມີລາຍງານເຈົ້າໜ້າທີ່ສາທາລະນະສຸກ ແລະ ທະຫານອອກສີດພົ່ນຢາຂ້າເຊື້ອພະຍາດໃນບາງພື້ນທີ່ ເພື່ອປ້ອງກັນພະຍາດລະບາດ.