ລັດພະຍາຍາມຄຸ້ມຄອງສື່ອອນລາຍໃຫ້ເຂົ້າລະບົບ

- 64 - ລັດພະຍາຍາມຄຸ້ມຄອງສື່ອອນລາຍໃຫ້ເຂົ້າລະບົບ
- kitchen vibe - ລັດພະຍາຍາມຄຸ້ມຄອງສື່ອອນລາຍໃຫ້ເຂົ້າລະບົບ

  ທ່ານ ລັດ­ຖະ­ມົນ­ຕີ​ກະ­ຊວງ​ໄປ­ສະ­ນີ ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ (ປທສ) ໃຫ້ຮູ້​ວ່າ: ປັດຈຸບັນ, ກະຊວງຂອງຕົນພວມເລັ່ງປັບປຸງລະບົບການຄຸ້ມຄອງສື່ສັງຄົມອອນລາຍໃຫ້ເຂົ້າສູ່ລະບົບ, ໂດຍການນຳໃຊ້ສູນ​ດາ​ຕາ​ເຊັນ​ເຕີ​ຂອງ​ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສືຶ່ສານ ເພື່ອ​ສ້າງ​ປະໂຫຍດ​ໃຫ້​ແກ່​​ຜູ້​ຊົມ­ໃຊ້ຄື: ອຳນວຍ​ຄວາມ​ສະ­ດວກ​ທາງ​ດ້ານ​ສັນ­ຍານ​ໂທລະ ສັບ​ອິນ​ເຕີ​ເນັດ​ໃຫ້ກວມ​ເອົາ 90% ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ, ເປັນ­ຕົ້ນ ໂທລະ ສັບ​ລະ­ບົບ 2G, 3G ແລະ 4G ກວມ 70%, ສຳ­ລັບ​ລະ­ບົບ 4G, ເປັນ​ລະ ບົບ​ອິນ​ເຕີ​ເນັດ​ເທິງ​ມື​ຖື, ເຊິ່ງ​ລັດ­ຖະບານ​ໄດ້​ຮ່ວມ​ມື​ກັບ​ຕ່າງ­ປະ­ເທດ, ເພື່ອ​ອຳ ນວຍ​ຄວາມ​ສະ­ດວກ​ໃຫ້​ຜູ້​ຊົມ­ໃຊ້ໄດ້ວ່ອງ­ໄວ, ປະ­ຢັດ​ເວ­ລາ, ໂດຍ​ສະ­ເພາະ​ບັນ ດາ​ສື່​ສັງ­ຄົມ​ອອນ​ລາຍ​ຕ່າງໆ​ແມ່ນ​ມີ​ຜົນ​ປະ­ໂຫຍດ​ຫຼາຍ​ຢ່າງ​ເຊັ່ນ: ການ​ໂພດ​ຂາຍ​ສິນ­ຄ້າ​ປະ­ເພດ​ຕ່າງໆ​ລົງ, ເພື່ອ​ໃຫ້​ທຸກ​ຄົນ​ຮັບ​ຮູ້ ແລະ ຈັບ​ຈ່ອງ​ສັ່ງ​ຊື້​ສິນ­ຄ້າ​ຜ່ານ​ລະ­ບົບ​ມື​ຖື, ເປັນ­ຕົ້ນ ອາ­ຫານ, ເຄື່ອງ​ດື່ມ, ເຄື່ອງ­ໃຊ້​ໃນ​ຊີ­ວິດ​ປະ­ຈຳ​ວັນ ແລະ ໂຄ­ສະ­ນາ​ສິນ­ຄ້າ​ອື່ນໆ.

   ຄຽງ​ຄູ່​ກັບ​ການ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ກັບ​ຜູ້​ຊົມ­ໃຊ້, ຍັງ​ມີ​ບາງ​ກຸ່ມ​ຄົນ​ຈຳນວນ​ໜຶ່ງ​ຊ້ຳ­ພັດ​ນຳ​ໃຊ້​ສື່​ສັງ­ຄົມ​ອອນ​ລາຍ​ໄປ​ໃນ​ທາງ​ທີ່​ບໍ່​ຖືກ­ຕ້ອງ​ເຊັ່ນ: ສ້າງ​ເປັນ​ກຸ່ມ​ກ້ອນ​ໃສ່​ຮ້າຍ​ປ້າຍ​ສີ​ປະ­ເທດ​ຊາດ, ສ້າງ​ເປັນ​ຂ່າວ​ປອມ, ຕົວະ​ຍົວະ​ຫຼອກ​ລວງ​ຕ່າງໆ, ທີ່​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ປະ­ເທດ​ຊາດ, ກຸ່ມ​ຄົນ, ບຸກ­ຄົນ ແລະ ສ້າງ​ຄວາມ​ແຕກ​ແຍກ​ຄວາມ​ສາ­ມັກ­ຄີ​ໃນ​ສັງ­ຄົມ, ຕໍ່​ກັບ​ບັນ­ຫາ​ດັ່ງ­ກ່າວ ກະ­ຊວງ ພວກເຮົາກໍໄດ້ຮ່ວມ​ກັບ​ຂະ­ແໜງ­ການ​ກ່ຽວ­ຂ້ອງ ໄດ້​ເອົາ­ໃຈ­ໃສ່​ໃນ​ການ​ຄວບ​ຄຸມ ແລະ ແກ້​ໄຂ, ປັດ­ຈຸ­ບັນ, ພວກ​ເຮົາ​ກຳ­ລັງ​ອອກ​ມາດ​ຕະ­ການ, ໃນ​ການ​ຄວບ​ຄຸມ​ແບບ​ໃໝ່, ໂດຍ​ໃຫ້​ຜູ້​ຊົມ­ໃຊ້​ລົງ­ທະ­ບຽນ​ຊິມ 3G, ແລ້ວ​ຖ່າຍ​ເອົາ​ໃບ​ໜ້າ​ຂອງ​ເຈົ້າ​ຂອງ​ຊິມ​ຖ່າຍ​ເອົາ​ບັດ­ປະ­ຈຳ­ຕົວ, ນອກ​ນີ້, ໄດ້​ລົງ​ໄປ​ເຜີຍ­ແຜ່​ຂໍ້​ມູນ​ຢູ່​ສະ­ຖານ­ທີ່​ຕ່າງໆ, ເມື່ອ​ໂພດ​ຮູບ ຫຼື ຂໍ້­ຄວາມ​ລົງ​ຄວນ​ຮັບ­ຜິດ­ຊອບ​ທັງ​ໝົດ, ຖ້າ­ວ່າ​ບຸກ­ຄົນ​ໃດ​ຢາກ​ສ້າງ​ເປັນ​ເຟ​ສ​ຂອງ​ຕົນ​ເອງ ແລະ ລົງ​ຂ່າວ­ສານ​ຕ່າງໆ​ຄວນ​ໄປ​ຈົດ​ທະບຽນ​ຢູ່​ກົມ​ສື່​ມວນ​ຊົນ, ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ, ສະ­ນັ້ນ, ຮຽກ­ຮ້ອງ​ມາ​ຍັງ​ຜູ້​ບໍ­ລິ­ໂພກ​ຂໍ້​ມູນ​ຜ່ານ​ສື່​ສັງ­ຄົມ​ອອນ​ລາຍ​ຄວາມ​ມີ​ສະ­ຕິ ຈຳ­ແນກ​ຂໍ້​ມູນ​ຢ່າງ​ລະ­ອຽດ​ຖີ່​ຖ້ວນ​ວ່າ: ຂໍ້​ມູນ​ນັ້ນ​ມີ​ຄວາມ​ຈິງ​ຫຼື​ບໍ່, ຖ້າ​ເປັນ​ໄປ​ໄດ້​ເມື່ອ​ກະ­ຊວງ, ສຳ­ນັກ­ງານ​ອົງ­ການ​ຕ່າງໆ, ບຸກ­ຄົນ ຫຼື ນິ­ຕິ­ບຸກ­ຄົນ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ການ​ໃສ່​ຮ້າຍ​ປ້າຍ​ສີ, ຄວນ​ອອກ​ມາ​ແກ້​ຂ່າວ​ຜ່ານ​ສື່​ທາງ​ການ ເຊັ່ນ: ໜັງ­ສື­ພິມ, ໂທລະ­ພາບ​ຕ່າງໆ, ເພື່ອ​ໃຫ້​ສັງ­ຄົມ​ຮັບ​ຮູ້ ແລະ ເຂົ້າ­ໃຈ​ວ່າ: ຂ່າວ​ດັ່ງ­ກ່າວ​ມີ​ຄວາມ​ຈິງ ຫຼື ບໍ່​ມີ​ຄວາມ​ຈິງ.

- Visit Laos Visit SALANA BOUTIQUE HOTEL - ລັດພະຍາຍາມຄຸ້ມຄອງສື່ອອນລາຍໃຫ້ເຂົ້າລະບົບ
- Visit Laos Visit SALANA BOUTIQUE HOTEL - ລັດພະຍາຍາມຄຸ້ມຄອງສື່ອອນລາຍໃຫ້ເຂົ້າລະບົບ

    ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ໃຫ້ຮູ້ວ່າ: ໃນປີ 2019, ໄດ້ມີການລົງທະບຽນນຳໃຊ້ໂທລະສັບມືຖືຫລາຍກ່ວາ 8,41 ລ້ານຄົນ, ກວມເອົາ 120%ຂອງຈຳນວນປະຊາກອນທັງໝົດ, ມີຜູ້ໃຊ້ອິນເຕີເນັດ 3,29 ລ້ານຄົນ ກວມເອົາ 47% ຂອງຈຳນວນປະຊາຊກອນທັງໝົດ ແລະ ນຳໃຊ້ສື່ອອນລາຍ 2,7 ລ້ານຄົນ ກວມເອົາ 39% ຂອງຈຳນວນປະຊາຊາກອນທັງໝົດ.

     ໄລຍະຜ່ານມາ, ລັດຖະບານ ກໍຄືຂະແໜງການ ກ່ຽວຂ້ອງຕ່າງໆ, ໄດ້ເພີ່ມທະວີ. ການປະສານສົມທົບກັນຢ່າງກົມກຽວ, ເພື່ອຄຸ້ມຄອງການນໍາໃຊ້ ອິນເຕີເນັດ ແລະ ສື່ອອນລາຍ ຕ່າງໆ, ໃຫ້ເກີດປະໂຫຍດສູງສຸດຕໍ ການພັດທະນາ ເສດຖະກິດ-ສັງຄົມຂອງຊາດ, ພ້ອມທັງ ກວດກາ ແລະ ບັງຄັບໃຊ້ລະບຽບກົດໝາຍຕໍ່ຜູ້ກະທໍາຜິດຢ່າງເຂັ້ມງວດ. ສຳລັບການ ຈັດຕັ້ງຕ່າງໆ, ບຸກຄົນ ແລະ ນິຕິບຸກຄົນທີ່ມີຈຸດປະສົງ, ສ້າງຕັ້ງສື່ສິ່ງພິມ ແລະ ສື່ເອເລັກໂຕຣນິກ, ທີ່ມີທັງເວັບໄຊ, ເວັບເພດ ແລະ ສື່ອອນລາຍ ປະເພດຕ່າງໆ, ທີ່ຈະເຄື່ອນໄຫວ ສະໜອງ,ເຜີຍແຜ່, ໂຄສະນາ ຂໍ້ມູນຂ່າວສານ ຕ່າງໆ ຫລື ເອີ້ນວ່າການ ເຄື່ອນໄຫວວຽກງານສື່ມວນຊົນໃຫ້ແກ່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ຜ່ານພາຫະນະສື່ມວນຊົນ, ທຸກປະເພດລວມທັງສື່ອອນລາຍທຸກປະເພດຕ້ອງ ໄດ້ຮັບອະນຸຍາດ, ຈາກອົງການຄຸ້ມຄອງສື່ມວນຊົນຈຶ່ງເຄື່ອນໄຫວໄດ້ເຊິ່ງໃນກົດໝາຍ, ວ່າດ້ວຍສື່ມວນຊົນ, ສະບັບ ປັບປຸງປີ 2017, ໄດ້ກຳນົດລະອຽດ ໃນມາດຕາທີ 40 ວ່າ:ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ທີ່ມີຈຸດປະສົງ ສ້າງຕັ້ງອົງການ ສື່ມວນຊົນ ຕ້ອງຍື່ນຄຳຮ້ອງ ແລະ ບົດວິພາກຕໍ່ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເພື່ອອະນຸຍາດ ໃຫ້ເຄື່ອນໄຫວ ວຽກງານສື່ມວນຊົນ. ຂະນະທີ່ ໃນມາດຕາທີ 59 ຂອງກົດໝາຍສະ ບັບດັ່ງກ່າວ ກໍກຳນົດໄວ້ວ່າ: ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ທີ່ມີຈຸດປະສົງ ສ້າງເວັບໄຊ ຂອງຕົນຕ້ອງ ປະຕິບັດ ຕາມກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ. ຂໍ້ມູນຂ່າວສານ ທີ່ລົງເວັບໄຊ ຕ້ອງຖືກຕ້ອງ ຕາມຕົ້ນສະບັບ, ແຈ້ງແຫລ່ງ ຂໍ້ມູນ, ບົ່ງຊື່ຜູ້ຂຽນ, ສື່ຂອງອົງການ ສື່ມວນຊົນ, ເວລາລົງຂໍ້ມູນ ແລະ ເວລາສົ່ງຂໍ້ມູນ ຂ່າວສານດັ່ງກ່າວ. ສ່ວນມາດຕາ ທີ 60 ທີ່ເວົ້າກ່ຽວ ກັບການນຳໃຊ້ ສື່ອອນລາຍ ຂອງອົງການ ສື່ມວນຊົນ ໄດ້ກຳນົດໃນຂໍ້ 2 ວ່າ: ຕ້ອງລົງທະບຽນ ສ່ວນຕົວບຸກຄະລາກອນ ສື່ມວນຊົນ ຫລື ອົງການສື່ມວນຊົນ ນໍາອົງການ ຄຸ້ມຄອງ ສື່ມວນຊົນ ຢ່າງຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ.  

- 4 - ລັດພະຍາຍາມຄຸ້ມຄອງສື່ອອນລາຍໃຫ້ເຂົ້າລະບົບ
- 5 - ລັດພະຍາຍາມຄຸ້ມຄອງສື່ອອນລາຍໃຫ້ເຂົ້າລະບົບ
- 3 - ລັດພະຍາຍາມຄຸ້ມຄອງສື່ອອນລາຍໃຫ້ເຂົ້າລະບົບ