ທະນາຄານໂລກເຜີຍເສດຖະກິດໂລກເພີ່ມຂຶ້ນປີນີ້
ທະນາຄານໂລກ ເປີດເຜີຍວ່າ: ການຂະຫຍາຍຕົວຂອງເສດຖະກິດໂລກມີທ່າອ່ຽງຟື້ນຕົວຂຶ້ນສູ່ລະດັບ 2,5% ໃນປີ 2020 ໂດຍເພີ່ມຂຶ້ນເລັກໜ້ອຍຈາກລະດັບຕໍ່າສຸດ 2,4% ໃນປີ 2019 ແຕ່ຍັງມີຄວາມສ່ຽງຂອງສະພາບເສດຖະກິດຂາລົງ.
ທະນາຄານໂລກ ເປີດເຜີຍໃນລາຍງານທ່າອ່ຽງເສດຖະກິດໂລກວ່າ: ການຟື້ນຕົວທາງເສດຖະກິດທີ່ຄາດໄວ້ອາດແຂງແຮງຂຶ້ນ ຖ້າການດຳເນີນນະໂຍບາຍຜ່ານມາ ໂດຍສະເພາະການຫລຸດຄວາມເຄັ່ງຕຶງດ້ານການຄ້າ ເຮັດໃຫ້ຄວາມບໍ່ແນ່ນອນດ້ານນະໂຍບາຍຫລຸດລົງຢ່າງຕໍ່ເນື່ອງ.
ການຂະຫຍາຍຕົວທາງເສດຖະກິດໃນຕະຫລາດເກີດໃໝ່ ແລະ ປະເທດກຳລັງພັດທະນາຄາດວ່າຈະເພີ່ມຂຶ້ນສູ່ 4,1% ໃນປີ 2020 ຈາກ 3,5% ໃນປີ 2019. ຂະນະທີ່ຄາດວ່າການຂະຫຍາຍຕົວທາງເສດຖະກິດໃນປະເທດພັດທະນາແລ້ວ ຈະຊ້າລົງສູ່ 1,4% ໃນປີ 2020 ຈາກ 1,6% ໃນປີ 2019 ເຊິ່ງເປັນຜົນຈາກຄວາມອ່ອນແອຢ່າງຕໍ່ເນື່ອງໃນຂະແໜງການຜະລິດ.
ລາຍງານລະບຸວ່າ: ການຂະຫຍາຍຕົວຂອງເສດຖະກິດອາເມລິກາຈະຊ້າລົງມາຢູ່ 1,8% ໃນປີ 2020 ຈາກ 2,3% ໃນປີ 2019 ເຊິ່ງສະທ້ອນເຖິງຜົນກະທົບໃນທາງລົບຈາກການປັບຂຶ້ນພາສີນຳເຂົ້າກ່ອນໜ້ານີ້ ແລະ ຄວາມບໍ່ແນ່ນອນດ້ານນະໂຍບາຍທີ່ເພີ່ມຂຶ້ນ.
ການຂະຫຍາຍຕົວຂອງເສດຖະກິດຈີນຈະຊ້າລົງມາຢູ່ 5,9% ໃນປີ 2020 ຈາກ 6,1% ໃນປີ 2019 ເນື່ອງຈາກການຂະຫຍາຍຕົວຂອງປະສິດທິພາບແຮງງານຊ້າລົງ ແລະ ຍັງຜະເຊີນກັບຜົນກະທົບຈາກຕ່າງປະເທດ.
ລາຍງານລະບຸອີກວ່າ: ເສດຖະກິດໃນປະເທດຕະຫລາດເກີດໃໝ່ ແລະ ປະເທດກຳລັງພັດທະນາຄາດວ່າຈະບໍ່ຟື້ນຕົວຂຶ້ນໃນວົງກວ້າງ ໂດຍຄາດວ່າເສດຖະກິດຂອງປະເທດຕະຫລາດເກີດໃໝ່ ແລະ ປະເທດກຳລັງພັດທະນາປະມານ 1 ໃນ 3 ຈະຊ້າລົງໃນປີນີ້ ເນື່ອງຈາກການສົ່ງອອກ ແລະ ການລົງທຶນອ່ອນແອເກີນຄາດ.