ວຽກງານນະໂຍບາຍຕໍ່ຜູ້ສູງອາຍຸໄດ້ຮັບການປັບປຸງ

ວຽກງານນະໂຍບາຍຕໍ່ຜູ້ສູງອາຍຸໄດ້ຮັບການປັບປຸງ - NNN - ວຽກງານນະໂຍບາຍຕໍ່ຜູ້ສູງອາຍຸໄດ້ຮັບການປັບປຸງ
ວຽກງານນະໂຍບາຍຕໍ່ຜູ້ສູງອາຍຸໄດ້ຮັບການປັບປຸງ - kitchen vibe - ວຽກງານນະໂຍບາຍຕໍ່ຜູ້ສູງອາຍຸໄດ້ຮັບການປັບປຸງ

      ວັນທີ 09 ມັງກອນ 2020ນີ້, ທີ່ຫ້ອງປະຊຸມຫ້ອງການກອງທືນປະກັນສັງຄົມແຫ່ງຊາດ. ໂດຍການເປັນກຽດເຂົ້າຮວ່ມຂອງ ທ່ານ ປອ. ຄຳແພງ ໄຊສົມແພງ, ລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ ),ມີບັນດາຄະນະກົມ, ຫ້ອງການກະຊວງ, ຄະນະສູນເສຍອົງຄະ, ຄະນະສະມາຄົມຄົນພິການ, ສູນພັດທະນາແມ່ຍິງພິການ.

ກອງປະຊຸມສະຫຼຸບວຽກງານນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ອາຍຸສູງ ປະຈໍາປີ 2019. ທີ່ໄດ້ຈັດຂຶ້ນໃນວັນທີ 9 ມັງກອນ ນີ້, ຢູ່ ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໂດຍໄດ້ຍົກໃຫ້ເຫັນວ່າ: ໃນໜຶ່ງປີຜ່ານມາ, ການປະຕິບັດນະໂຍບາຍຕໍ່ຜູ້ສູງອາຍຸ, ຜູ້ມີຜົນງານດີເດັ່ນໄດ້ຮັບການປັບປຸງດີຂຶ້ນ, ເຖິງວ່າມີຄວາມຫຍຸ້ງຍາກໃນຫຼາຍດ້ານ ເປັນຕົ້ນແມ່ນ ຂໍ້ມູນສະຖິຕິ ຜູ້ຮ້ອງຂໍນະໂຍບາຍບໍ່ຖືກຕ້ອງຊັດເຈນ, ງົບປະມານມີຈໍາກັດ, ແຕ່ດ້ວຍຄວາມຮັບຜິດຊອບ ແລະ ຂະແໜງການຕ່າງໆ, ກໍໄດ້ມີຄວາມພະຍາຍາມເຮັດໃຫ້ການຄົ້ນຄວ້າແກ້ໄຂນະໂຍບາຍ ບັນລຸຕາມແຜນການ ຖືວ່າຖ້າທຽບໃສ່ງົບປະມານ ທີ່ລັດຖະບານມອບໃຫ້ແມ່ນບັນລຸ 100% ແລະ ອັນພົ້ນເດັ່ນກວ່າໝູ່ແມ່ນທາງກົມໄດ້ສືບຕໍ່ສົມທົບກັບ ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນແຕ່ລະຂັ້ນ ລົງເກັບກໍາ, ກວດກາ ແລະ ສົມທຽບຂໍ້ມູນຜູ້ຮ້ອງຂໍນະໂຍບາຍຕາມແຈ້ງການເລກທີ 1162 ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ເພື່ອເຮັດໃຫ້ຂໍ້ມູນນັບມື້ຖືກຕ້ອງຊັດເຈນ, ຮັບປະກັນການແກ້ໄຂນະໂຍບາຍຖືກຕ້ອງ ແລະ ເປັນທໍາ.

ພ້ອມກັນນັ້ນ ກໍໄດ້ສົມທົບກັບບັນດາທ້ອງຖິ່ນ ຄົ້ນຄວ້າແກ້ໄຂອຸດໜູນເສຍອົງຄະຮາກຖານ ທີ່ໂຈະໄວ້ເປັນເວລາຫຼາຍປີ ສາມາດແກ້ໄຂໄດ້ 400 ທ່ານ ແລະ ໃນຖານະເປັນເສນາໃຫ້ແກ່ ຄະນະກໍາມະການແຫ່ງຊາດ ເພື່ອຄົນພິການ ແລະ ຜູ້ອາຍຸສູງ ທັງເປັນເສນາທິການໃຫ້ແກ່ຄະນະນໍາກະຊວງ ວຽກງານພິການ ແລະ ຜູ້ອາຍຸສູງ, ໄດ້ມີຄວາມພະຍາຍາມຄົ້ນຄວ້າ ແລະ ສ້າງນິຕິກໍາ ກໍຄືນະໂຍບາຍຕ່ງໆ ພົ້ນເດັ່ນແມ່ນ ໄດ້ສໍາເລັດການສ້າງກົດໝາຍວ່າດ້ວຍຄົນພິການ, ຮ່າງດໍາລັດວ່າດ້ວຍຜູ້ອາຍຸສູງ ພ້ອມກັນນັ້ນ ກໍໄດ້ຮ່າງ ນະໂຍບາຍແຫ່ງຊາດ, ແຜນຍຸດທະສາດສໍາລັບຄົນພິການ, ພ້ອມໄດ້ເປັນ ເຈົ້າການຄົ້ນຄວ້າຮ່າງ MOU ທີ່ເຊັນຮ່ວມກັບບັນດາຄູ່ຮ່ວມງານກັບບັນດາອົງການຈັດຕັ້ງ NGOs ດ້ວຍຄວາມເປັນເຈົ້າການ ບົນພື້ນຖານແນວທາງການຕ່າງປະເທດ ແລະ ນໍາເອົາຜົນປະໂຫຍດສູງສຸດຂອງຄົນພິການ ແລະ ຜູ້ອາຍຸສູງຢູ່ແຕ່ລະທ້ອງຖິ່ນ ນອກຈາກນີ້, ກໍໄດ້ເປັນເຈົ້າການ ຕິດຕາມການຈັດຕັ້ງປະຕິບັດ ບັນດາກິດຈະກໍາຂອງໂຄງການຕ່າງໆ ລວມທັງຄຸ້ມຄອງ ແລະ ຕິດຕາມຊຸກຍູ້ ການເຄື່ອນໄຫວຂອງ ບັນດາສະມາຄົມຄົນພິການ, ສະມາຄົມຜູ້ອາຍຸສູງ ໃຫ້ເຄື່ອນໄຫວຢ່າງຖືກຕ້ອງ ແລະ ສອດຄ່ອງຕາມລະບຽບກົດໝາຍ.

ວຽກງານນະໂຍບາຍຕໍ່ຜູ້ສູງອາຍຸໄດ້ຮັບການປັບປຸງ - 4 - ວຽກງານນະໂຍບາຍຕໍ່ຜູ້ສູງອາຍຸໄດ້ຮັບການປັບປຸງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!