ລົດວີໂກ້ຕຳລົດຈັກ 3 ຄັນ ເສຍຊີວິດ 1 ຄົນ
January 10, 2020 - 5:41 PM

ຕາມການລາຍງານຂອງໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສ ປປ ລາວ ໃຫ້ຮູ້ວ່າ: ໃນເວລາ 00:02 ໂມງ ວັນທີ 10 ມັງກອນນີ້ ໄດ້ຮັບແຈ້ງເຫດວ່າມີລົດໃຫຍ່ຕຳກັບລົດຈັກ 3 ຄັນລວດ, ເຊິ່ງຈຸດເກີດເຫດຢູ່ຕໍ່ໜ້າຮ້ານອາຫານ sixpack ເຂດບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ.
ໃນຈຸດເກີດເຫດມີຄົນໄດ້ຮັບບາດເຈັບ 3 ຄົນເປັນເພດຊາຍ ແລະ ມີຜູ້ເສຍຊີວິດ 1 ຄົນ ເປັນເພດຍິງ ອາຍຸ 25 ປີ ປະຊາຊົນບ້ານໜອງໄຮ ເມືອງຫາດຊາຍຟອງ ໂດຍອາການເບື້ອງຕົ້ນມີແຜເປີດຢູ່ໜ້າຜາກ, ຄາງ (ກະທົບຫົວ) ແລະ ມີບາດແຜຕາມໃບໜ້າ ແລະ ຕົນໂຕ (ບໍ່ໄດ້ສະຕິ) ທາງໜ່ວຍກູ້ໄພຈຶ່ງໄດ້ທຳການ CPR ແລະ ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງຫມໍເສດຖາ ເສຍຊີວິດໃນເວລາຕໍ່ມາ.




